ຫວຽດນາມ ປະກາດປັບຂຶ້ນແຮງງານຂັ້ນຕ່ຳ 6% ມີຜົນເດືອນໜ້າ

68

ສຳນັກຂ່າວ Nikkei Asia ລາຍງານວ່າ: ລັດຖະບານຫວຽດນາມ ໄດ້ປະກາດປັບຄ່າແຮງງານຂັ້ນຕໍ່າ ເພີ່ມຂຶ້ນ 6% ມີຜົນຕັ້ງແຕ່ວັນທີ 1 ກໍລະກົດເປັນຕົ້ນໄປ.


ການປະກາດປັບຂຶ້ນຄ່າແຮງງານຂັ້ນຕ່ຳຂອງລັດຖະບານຫວຽດນາມຄັ້ງນີ້ ຈະເຮັດໃຫ້ແຮງງານໃນຫວຽດນາມ ໄດ້ຮັບຄ່າແຮງງານຂັ້ນຕ່ຳ 3,25 – 4,68 ລ້ານດົງຕໍ່ເດືອນ ຫຼື ປະມານ 140 – 200 ໂດລາຕໍ່ເດືອນ.

ການປັບຂຶ້ນຄັ້ງນີ້ ຈະເຮັດໃຫ້ແຮງງານຂັ້ນຕ່ຳມີລາຍຮັບເພີ່ມຂຶ້ນປະມານ 180.000 – 260.000 ດົງຕໍ່ເດືອນ ໂດຍຈະມີຜົນບັງຄັບໃຊ້ກັບແຮງງານ ຫຼື ລູກຈ້າງທີ່ໄດ້ຮັບຄ່າຈ້າງເປັນລາຍເດືອນ, ລາຍວັນ ແລະ ລາຍຊົ່ວໂມງ.