ຂຶ້ນແທ່ນນາງເອກຢ່າງເຕັມຕົວ ມີຄວາມໜ້າຮັກສົດໃສ ຄວາມສາມາດຈັດເຕັມ ຕ້ອງຄົນນີ້ ເມ ວິສຸດາ

161

ເປັນທັງສິລະປິນນ້ອງໃໝ່ໄຟແຮງ ແຖມຍັງເປັນທີ່ໜ້າຕິດຕາມໃນບົດນາງເອກກັບຊີຣີຟອມໃຫຍ່ແຫ່ງປີອີກດ້ວຍ ທໍາຄວາມຮູ້ຈັກສາວນ້ອຍຄົນນີ້ໃຫ້ຫຼາຍຂຶ້ນ ໂດຍຜ່ານບົດສໍາພາດຈາກທີມຂ່າວບັນເທີງ ໂດຍພາມາທໍາຄວາມຮູ້ຈັກກັບໄວໜຸ່ມທີ່ຫຼາກຫຼາຍຄວາມສາມາດ ຮ້ອງໄດ້, ເຕັ້ນດີ, ການສະແດງກໍເດັ່ນ ນ້ອງ ເມ ວິສຸດາ ຫຼື ນາງ ວິສຸດາ ຈັນທະສອນ ນັ້ນເອງ ເຊິ່ງປັດຈຸບັນນີ້ແມ່ນເປັນສິລະປິນຢູ່ຄ້າຍ New Gen ເປັນໜຶ່ງໃນສະມາຊິກເກີລກຣຸບວົງ NG Girl.

ກ່ອນອື່ນມາຖາມເຖິງຄວາມຮູ້ສຶກຂອງນ້ອງເມ ໃນການຮ່ວມສະແດງໃນຊີຣີ ຫຼັງພົມແດງ ໂດຍ ເມ ບອກວ່າ: ຕົນເອງມີຄວາມສຸກ ຄວາມຕື່ນເຕັ້ນ ແລະ ດີໃຈ ທີ່ຈະໄດ້ເປັນສ່ວນໜຶ່ງໃນຊີຣີເລື່ອງ “ ຫຼັງພົມແດງ ” ນີ້ ເຊິ່ງເປັນຊີຣີຍາວເລື່ອງທໍາອິດທີ່ເມ ສະແດງເປັນນາງເອກເລີຍ.

ສໍາລັບໃນເລື່ອງ ຕົວລະຄອນທີ່ໄດ້ຮັບແມ່ນຊື່ວ່າ ເໝີຍ ເປັນສາວທີ່ມາຈາກຕ່າງແຂວງ ( ແຂວງຈໍາປາສັກນັ້ນເອງ ) ເຊິ່ງຫຼັງຈາກທີ່ໄດ້ workshop ໄປບາງສາກ ເມຮູ້ສຶກປະທັບໃຈໃນຕົວລະຄອນນີ້ ບ່ອນທີ່ວ່າ ເໝີຍ ຈະເປັນແມ່ຍິງຄົນໜຶ່ງທີ່ມີຄວາມພະຍາຍາມ ແລະ ຄວາມອົດທົນສູງ ຕໍ່ກັບບັນຫາທີ່ຕົວລະຄອນນີ້ຕ້ອງພົບພໍ້ ມັນເປັນບັນຫາທີ່ຂ້ອນຂ້າງຮຸນແຮງ ແລະ ການໃຊ້ຊີວິດກໍເຕັມດ້ວຍຄວາມລະແວງ ຈົນເຮັດໃຫ້ກາຍເປັນຄົນທີ່ມີປົມກັບ….     ( ເມ ຍັງບໍ່ບອກ ຖ້າຕິດຕາມໃນເລື່ອງເດີ ອິອິ ).

ກ່ອນຈະເປີດກອງຖ່າຍ ເມ ກໍໄດ້ມີການກຽມຕົວຝຶກ ແລະ ພະຍາຍາມພັດທະນາເພີ່ມທັກສະການສະແດງຂອງຕົນເອງ ດ້ວຍການທໍາຄວາມເຂົ້າໃຈໃຫ້ມັນເຂົ້າເຖິງຕົວລະຄອນໃຫ້ໄດ້ຫຼາຍທີ່ສຸດ ເພາະ ເມ ຢາກໃຫ້ທຸກຄົນທີ່ໄດ້ເບິ່ງ ຮູ້ສຶກ ແລະ ອິນໄປກັບຕົວລະຄອນທີ່ສະແດງ ເຊິ່ງຂໍ້ນີ້ແຫຼະທີ່ຖືວ່າເປັນວຽກບ້ານທີ່ທ້າທາຍທີ່ສຸດເລີຍສໍາລັບເມ ( ແອບບອກແຫຼ່ງທີ່ ເມ ຝຶກທັກສະການສະແດງກໍຄືເອົາມາຈາກອິນເຕີເນັດນັ້ນເອງ ).

ເມຄິດວ່າຕົວຂອງເມເອງ ແລະ ຕົວລະຄອນ ເໝີຍ ຈະມີຈຸດທີ່ຄືກັນແມ່ນມີຄວາມພະຍາຍາມ ຕັ້ງໃຈ ທຸ່ມເທກັບທຸກສິ່ງທີ່ຕົວເອງລົງມືເຮັດ ແລະ ມີ ຄວາມອົດທົນສູງທີ່ຄືກັນ.

ຜົນງານທີ່ຜ່ານມາ ເມ ເຄີຍເຂົ້າຮ່ວມການປະກວດເວທີ່ນາງສາວນະຄອນຫຼວງ ປີ 2020, ມີຜົນງານເພງ ຊື່ວ່າ “ ຮັກອ້າຍສະເໝີ ”, ເປັນນາງເອກເອັມວີເພງ “ ຄິດຮອດບໍ່ ”, “ glad i met you ”, “ goodnight ”, ຫຼິ້ນໂຄສະນາຖ່າຍແບບໃຫ້ກັບຜະລິດຕະພັນຕ່າງໆ, ເປັນນາງເອກຮູບເງົາສັ້ນເລື່ອງ “ ຮັກ ແລະ ຫ່ວງໃຍ ”, ສະແດງຊີຣີ my melody ຮັບບົດເປັນນ້ອງພະເອກດ້ວຍ.

ກິດຈະກໍາຍາມວ່າງທີ່ມັກໄລຍະນີ້ ແມ່ນເບິ່ງຮູບເງົາ, ເບິ່ງຊີຣີທີ່ມັນຈະຊ່ວຍເພີ່ມທັກສະການສະແດງ ຫຼື ອອກໄປເລາະກິນອາຫານແຊບໆນັ້ນເອງ ຜົນງານທີ່ມີປັດຈຸບັນຂອງ ເມ ມີຜົນງານເພງ “ remember ຈື່ nggirl ” ເປັນເພງໃໝ່ທີ່ຫາກໍປ່ອຍ, ເປັນນາງເອກ MV ເພງ “ ໃຈແຕກ ” ເພງໃໝ່ຂອງອ້າຍ jackky the voice, ຜົນງານຖ່າຍໂຄສະນາທີ່ຫາກໍໄປຖ່າຍມາຢູ່ Bangkok ປະເທດໄທ ແລະ ຊີຣີເລື່ອງ “ ຫຼັງພົມແດງ ” ທີ່ໃກ້ຈະເປີດກ້ອງໄວໆນີ້.

ຝາກທຸກຄົນຕິດຕາມເອັນດູ ແລະ ໃຫ້ຄວາມຮັກກັບແມ່ຍິງທີ່ຊື່ວ່າ ເມ ວິສຸດາ ຫຼາຍໆແດ່ເດີ ຈະຕັ້ງໃຈ ບໍ່ເຮັດໃຫ້ຜິດຫວັງກັບທຸກໆຜົນງານການສະແດງທີ່ອອກມາ ເຊິ່ງສາມາດຕິດຕາມເມໄດ້ໃນຊ່ອງທາງ Fb: May visuda/page:NGGIRL/Mayvigallery;  IG: mayvisouda__; tiktok:maymayvi_

[ ຮູບ: May visuda ]