ລັດຖະບານວາງ 5 ຍຸດທະສາດຄຸ້ມຄອງລາຄາສິນຄ້າ ພ້ອມສົ່ງເສີມຜະລິດພາຍໃນ ຫຼຸດຜ່ອນການນຳເຂົ້າ

104

ການເພີ່ມຂຶ້ນສູງຂອງລາຄາສິນຄ້າ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຊຶ່ງລັດຖະ ບານກໍໄດ້ເອົາໃຈໃສ່ເພື່ອສຸມໃສ່ແກ້ໄຂ ໂດຍສະເພາະໄດ້ດຳເນີນຕາມ 5 ຍຸດທະສາດ ເພື່ອເຮັດໃຫ້ສະ ພາບລາຄາສິນຄ້າໃນທ້ອງຕະຫຼາດພາຍໃນບໍ່ໃຫ້ເໜັງຕີງແຮງ, ໃນຂະນະດຽວກັນ ກໍໄດ້ຊຸກຍູ້ການຜະລິດເພື່ອຊົມໃຊ້ພາຍໃນ ແລະ ສົ່ງເສີມການສົ່ງອອກ ຊຶ່ງສາມາດຫຼຸດຜ່ອນການນຳເຂົ້າໄດ້ຫຼາຍລ້ານໂດລາ.

ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຂຶ້ນຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານຮອງລັດຖະມົນຕີ ກະຊວງ ອຄ ໄດ້ກ່າວວ່າ: ໃນດ້ານລາຄາສິນຄ້ານັ້ນ, ເຮົາຕ້ອງເຂົ້າໃຈວ່າ ສິນຄ້າທີ່ຜະລິດໄດ້ຢູ່ພາຍໃນ ໂດຍສະເພາະແມ່ນສິນຄ້າທີ່ມີຄວາມຈຳເປັນ ຕໍ່ການດຳລົງຊີວິດຂອງປະຊາ ຊົນ ເປັນຕົ້ນປະເພດສະບຽງອາຫານ ເຊັ່ນ: ເຂົ້າກິນ, ຊີ້ນ, ປາ ແລະ ພືດຜັກ ທີ່ເໜັງຕີງຕາມລະດູການ. ສ່ວນສິນຄ້ານຳເຂົ້າປະເພດຕ່າງໆ, ກໍມີການເໜັງຕີງສູງຂຶ້ນ ຕາມການເໜັງຕີງຂອງອັດຕາແລກປ່ຽນ ແລະ ຕົ້ນທຶນຂອງປະເທດຜູ້ສະໜອງສິນຄ້າ. ປັດຈຸບັດ, ລາຄາສິນຄ້າໃນທ້ອງຕະຫຼາດ ໄດ້ມີການເໜັງຕີງຂຶ້ນແຮງ ແຕ່ພວກເຮົາກໍມີມາດຕະການ ທີ່ເປັນຍຸດທະສາດເພື່ອຄຸ້ມຄອງ ແນໃສ່ເຮັດໃຫ້ສະພາບລາຄາສິນຄ້າບໍ່ເໜັງຕີງແຮງ ເພື່ອຫຼຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຊຶ່ງລັດຖະບານ ກໍຄື ກະຊວງ ອຄ ກໍໄດ້ກຳນົດຫຼາຍນິຕິກຳ ແລະ ວາງມາດຕະການຕ່າງໆອອກມາໃນແຕ່ລະໄລຍະ ໃນນີ້ໄດ້ວາງ 5 ຍຸດທະສາດ ເພື່ອຄຸ້ມຄອງລາຄາສິນຄ້າທີ່ນຳໃຊ້ໃນປັດຈຸບັນ ດັ່ງນີ້:

1). ຍຸດທະສາດ ກອງທຶນຄັງແຮເຂົ້າ ຊຶ່ງກອງທຶນດັ່ງກ່າວຈະນຳໃຊ້ເຂົ້າເພື່ອແຊກແຊງລາຄາເຂົ້າສານ ຫຼື ຂາຍໃນລາຄາແຊກແຊງ ໃນເວລາທີ່ເຂົ້າສານມີການເໜັງຕີງສູງຂຶ້ນ ເກີນເພດານທີ່ລັດກຳນົດໄວ້. ການສ້າງຄັງແຮເຂົ້າ ຖືວ່າມີຄວາມຈຳເປັນ ຊຶ່ງລັດຖະບານກໍໄດ້ເລັງເຫັນຄວາມສຳຄັນ ຕໍ່ກັບຊີວິດການເປັນຢູ່ຂອງປະຊາຊົນໃນຊາດ.

2). ຍຸດທະສາດ ການຕິດຕາມກວດກາລາຄາສິນຄ້າຕາມທ້ອງຕະຫຼາດ ຖືເປັນປະຈຳວັນ ຊຶ່ງຂະ ແໜງ ອຄ ກໍໄດ້ຕິດຕາມສະພາບການສະໜອງສິນຄ້າ ແລະ ລາຄາສິນຄ້າຕາມທ້ອງຕະຫຼາດເປັນປະຈຳໃນແຕ່ລະວັນ ເພື່ອຮັບປະກັນການເໜັງຕີງລາຄາສິນຄ້າ ໃຫ້ໄປຕາມກົນໄກຕະຫຼາດ ແລະ ປ້ອງກັນການສວຍໂອກາດໃນທຸກຮູບແບບ.

3). ຍຸດທະສາດ ການກຳນົດລາຄາສິນຄ້າຂາຍຍົກ-ຂາຍຍ່ອຍ, ການຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການ ໂດຍສະເພາະສິນຄ້າໃນບັນຊີຄວບຄຸມ ຫຼື ບັນຊີສິນຄ້າທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ມີຄວາມອ່ອນໄຫວສູງ ເຊັ່ນ: ເຂົ້າກິນ, ຊີ້ນໝູ, ຊີ້ນງົວ, ຊີ້ນຄວາຍ, ໄຂ່ ແລະ ປານິນ ເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການປະເພດດັ່ງກ່າວ ເກີນຄວາມເປັນຈິງ ດ້ານໂຄງສ້າງລາຄາ ບົນພື້ນຖານດຳລັດ 474/ນຍ ລົງວັນທີ 18/11/2010 ແລະ ຕາມລະບຽບການທີ່ກ່ຽວຂ້ອງ ຊຶ່ງໂຄງສ້າງລາຄາຂອງສິນຄ້າແຕ່ລະຊະນິດໃນບັນຊີທີ່ກ່າວມານັ້ນ ແມ່ນໄດ້ມີການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຄິດໄລ່ໂຄງປະກອບລາຄາໃນແຕ່ລະຂອດຢ່າງລະອຽດ ເປັນຕົ້ນນັບແຕ່ຂອດຕົ້ນທຶນການຜະລິດ ຫຼື ການນຳເຂົ້າ, ມີການກຳນົດລາຄາຢ່າງຈະແຈ້ງ ນັບແຕ່ຂອດຂາຍຍົກ ຈົນຮອດຂອດຂາຍຍ່ອຍ ຖືວ່າຂອດສຸດທ້າຍ.

4). ຍຸດທະສາດ ດັດສົມການສະໜອງສິນຄ້າ ແລະ ຄວາມຕ້ອງການ ຫຼື ແຜນດຸ່ນດ່ຽງ ເພື່ອໃຫ້ການສະໜອງພຽງພໍກັບຄວາມຕ້ອງການຂອງສັງຄົມ ເພື່ອປ້ອງກັນບັນຫາສິນຄ້າຂາດແຄນ ແລະ ສວຍໂອກາດກັກຕຸນສິນຄ້າ ຫຼື ຂຶ້ນລາຄາ.

5). ຍຸດທະສາດ ເຄື່ອງມືດ້ານນິຕິກຳ ເປັນຕົ້ນນຳໃຊ້ມາດຕະການພາຍໃຕ້ດຳລັດ 474/ນຍ ຊຶ່ງເປັນເຄື່ອງມືທາງດ້ານນິຕິກຳທີ່ສຳຄັນໃນການຄຸ້ມຄອງລາຄາສິນຄ້າ.
ນອກນີ້, ເພື່ອກຽມພ້ອມຮອບດ້ານ ຕໍ່ສະພາບຜົນກະທົບຕ່າງໆ ເປັນຕົ້ນນັບແຕ່ເລີ່ມມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ລັດຖະບານ ກໍຄື ກະຊວງ ອຄ ກໍໄດ້ກຳນົດຫຼາຍນິຕິກຳ ແລະ ກໍວາງມາດຕະການຕ່າງໆອອກມາ ຄື: ການປະສານສົມທົບ ກັບບັນດາບໍລິສັດນຳເຂົ້າສິນຄ້າປະເພດສະບຽງອາຫານ ເພື່ອປຶກສາຫາລືກະກຽມສະໜອງສິນຄ້າ ໃຫ້ພຽງພໍກັບຄວາມຕ້ອງການຂອງການຊົມໃຊ້ ແລະ ສາມາດຮັບປະກັນໃຫ້ກຸ້ມໄດ້ 1-2 ເດືອນຂຶ້ນໄປ; ໄດ້ປະສານສົມທົບກັບບັນດາແຂວງ ແລະ ນະຄອນ ຫຼວງວຽງຈັນ ລົງຕິດຕາມກວດກາສະພາບການສະໜອງຄວາມຕ້ອງການ ແລະ ລາຄາສິນຄ້າໃນທ້ອງຕະຫຼາດເປັນປະຈຳ; ອອກນິຕິກຳຈຳນວນໜຶ່ງ ເຊັ່ນ: ແຈ້ງການ, ຄຳສັ່ງ, ຄຳແນະນຳ ເປັນແຕ່ລະໄລຍະ ເພື່ອເປັນບ່ອນອີງໃຫ້ທ້ອງຖິ່ນໃນການຕິດຕາມສະພາບລາຄາສິນຄ້າຕົວຈິງ ແລະ ການຈຳໜ່າຍສິນຄ້າປະເພດສະບຽງອາຫານອຸປະໂພກ, ບໍລິໂພກ, ຮ້ານຂາຍຍົກ, ຂາຍຍ່ອຍ, ຮ້ານມິນິມາກ, ສູນການຄ້າ ແລະ ຕະຫຼາດຕ່າງໆ ໃນແຕ່ລະໄລຍະ ເພື່ອເປັນເຄື່ອງມືຄຸ້ມຄອງ, ຕິດຕາມ, ກວດກາ ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ຢູ່ໃນຄວາມສະຫງົບ ຫຼື ເໜັງຕີງໄປຕາມຕົ້ນທຶນຕົວຈິງ.

ນອກຈາກນັ້ນ, ກະຊວງ ອຄ ກໍໄດ້ຈັດຕັ້ງຜັນຂະຫຍາຍແຈ້ງການ ຂອງສຳນັກງານນາຍົກລັດຖະ ມົນຕີ ສະບັບເລກທີ ຟຕ/ຫສນຍ ລົງວັນທີ 7/1/2022 ກ່ຽວກັບການຊຸກຍູ້ສົ່ງເສີມອຸດສາຫະກຳປຸງແຕ່ງ ເພື່ອສົ່ງເສີມການຜະລິດສະໜອງການຊົມໃຊ້ພາຍໃນ ແລະ ສົ່ງອອກໃຫ້ຫຼາຍຂຶ້ນ ຊຶ່ງກະຊວງ ອຄ ກໍໄດ້ສຸມໃສ່ອຸດສາຫະກຳປຸງແຕ່ງທີ່ມີໜໍ່ແໜງ, ດຶງດູດການລົງທຶນ ແລະ ຊຸກຍູ້ການເຊື່ອມໂຍງ ເພື່ອການຜະລິດໄດ້ຂະຫຍາຍຕົວເພີ່ມຂຶ້ນ ແລະ ຕໍ່ເນື່ອງ ໂດຍເນັ້ນໃສ່ທ່າແຮງບົ່ມຊ້ອນໃນ 8 ອຸດສາຫະກຳ ແລະ ຫັດຖະກຳເປົ້າໝາຍ ທີ່ຈະສຸມໃສ່ຊຸກຍູ້ສົ່ງເສີມເປັນພິເສດ ຊຶ່ງສາມາດຫຼຸດຜ່ອນການນຳເຂົ້າໄດ້ຫຼາຍລ້ານໂດລາ ເປັນຕົ້ນຄື: ອຸດສາຫະກຳປຸງແຕ່ງອາຫານ ແລະ ເຄື່ອງດື່ມ ເນັ້ນໃສ່ການຜະລິດທາງເຂດພາກກາງເຊັ່ນ: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ສະຫວັນນະເຂດ; ພາກໃຕ້ ກໍແມ່ນແຂວງຈຳປາສັກ ຊຶ່ງຄາດຄະເນຈະສາມາດຕອບສະໜອງຕະຫຼາດພາຍໃນ ແລະ ຫຼຸດຜ່ອນການນໍາເຂົ້າໄດ້ປະມານ 20%; ອຸດສາຫະກຳຜະລິດຈາກກະສິກຳ ແລະ ປ່າໄມ້ ເນັ້ນໃສ່ການຜະລິດຢູ່ພາກກາງ ຄາດຄະເນການສົ່ງອອກຫຼາຍກວ່າ 300 ລ້ານໂດລາ ຕໍ່ປີ; ອຸຸດສາຫະກຳພາຫະນະ ແລະ ກົນຈັກຮັບໃຊ້ກະສິກຳ ພັດທະນາກົນຈັກ ແລະ ຍານພາຫະນະຮັບໃຊ້ການຜະລິດກະສິກຳ, ຜະລິດ ແລະ ປະກອບເຄື່ອງຈັກສຳລັບປຸງແຕ່ງອາຫານສັດ; ສົມທົບກັບສະຖາບັນວິຊາຊີບເພື່ອປະຍຸກເຂົ້າໃນການກະເສດ ໂດຍເນັ້ນໃສ່ໃຫ້ເກີດມີໂຮງງານຕັ້ງຢູ່ນະຄອນຫຼວງ ແລະ ແຂວງຈຳປາສັກ ຄາດຄະເນສາມາມາດຫຼຸດຜ່ອນການນຳເຂົ້າໄດ້ 15 ລ້ານໂດລາ ຕໍ່ປີ; ອຸດສາຫະກໍາສິ່ງພິມ ແລະ ເຄື່ອງຫຸ້ມຫໍ່ ໂດຍສ້າງເງື່ອນໄຂ ແລະ ຄວາມເຂັ້ມແຂງໃຫ້ພາກທຸລະກິດ ໃນການຫຸ້ມຫໍ່ສິນຄ້າ ແລະ ໃຊ້ສະຫຼາກສິນຄ້າທັນສະໄໝ; ຊຸກຍູ້ການຊົມໃຊ້ຜະລິດຕະພັນຫຸ້ມຫໍ່ພາຍໃນເຂົ້າໃນອຸດສາຫະກຳທີ່ເປັນຕ່ອງໂສ້ອື່ນ ຄາດຄະເນສາມາດຫຼຸດຜ່ອນການນຳເຂົ້າໄດ້ປະມານ 50 ລ້ານໂດລາ ຫຼື 500 ຕື້ກີບຕໍ່ປີ.
ຈາກ: ປະຊາຊົນ