ລັດຖະມົນຕີກະຊວງ ກະຊວງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມກອງປະຊຸມອົງການໆຄ້າໂລກ ຄັ້ງທີ 12

84

ໃນລະຫວ່າງວັນທີ 12-15 ມິຖຸນາ 2022 ທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີອົງການໆໂລກ (ອຄລ) ຄັ້ງທີ 12 ທີ່ເຊີແນວ, ປະເທດສະວິດ ໂດຍການເປັນປະທານຂອງທ່ານ Timur Suleimenov ລັດຖະມົນຕີປະຈໍາສໍານັກງານ ປະທານປະເທດກາຊັກສະຖານ.


ກອງປະຊຸມດັ່ງກ່າວ ເປັນເວທີປຶກສາຫາລືລະຫວ່າງບັນດາລັດຖະມົນຕີຂອງ ອຄລ ເພື່ອທົບທວນຄືນບັນດາວຽກງານຕ່າງໆທີ່ຕິດພັນກັບ ອຄລ, ຜັນຂະຫຍາຍການຈັດຕັ້ງປະຕິບັດວຽກງານລະບົບການຄ້າຫຼາຍຝ່າຍ ແລະ ໃຫ້ທິດຊີ້ນຳອັນຈຳເປັນໃນການຈັດຕັ້ງປະຕິບັດແຜນວຽກຂອງ ອຄລ ໃນອະນາຄົດ ເພື່ອໃຫ້ສອດຄ່ອງກັບສະພາບການປ່ຽນແປງຂອງເສດຖະກິດໂລກໃນປັດຈຸບັນ ໂດຍສະເພາະຈະພິຈາລະນາບັນດາປະເດັນຕ່າງໆທີ່ເປັນສິ່ງທ້າທ້າຍ ທີ່ສົ່ງຜົນກະທົບຕໍ່ບັນດາສະມາຊິກ ອຄລ ເຊິ່ງຈະມີຫຼາຍຫົວຂໍ້ວາລະທີ່ຈະນຳເຂົ້າມາປຶກສາຫາລືໃນກອງປະຊຸມ ເປັນຕົ້ນ: ສິ່ງທ້າທາຍຂອງລະບົບການຄ້າຫຼາຍຝ່າຍໃນປັດຈຸບັນ, ການຮັບມືຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19, ຄວາມໝັ້ນຄົງດ້ານສະບຽນອາຫານ, ກະສິກຳ, ການຖົມຂຸມການປະມົງ, ການຄ້າທາງເອເລັກໂຕຣນິກ ແລະ ການປະຕິຮູບ ອຄລ.

ກອງປະຊຸມຄັ້ງນີ້, ໄດ້ມີພິທີເປີດຢ່າງເປັນທາງການໃນຕອນບ່າຍຂອງວັນທີ 12 ມິຖຸນາ 2022 ເຊິ່ງປະກອບມີຄະນະຜູ້ແທນຂັ້ນສູງຈາກບັນດາປະເທດສະມາຊິກ, ປະເທດສັງເກດການ, ອົງຈັດຕັ້ງສາກົນຕ່າງໆ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ ຈໍານວນ 400 ກວ່າຄົນ. ກອງປະຊຸມ ໄດ້ດໍາເນີນຂຶ້ນໃນໄລຍະທີ່ການດໍາເນີນງານຂອງອົງການ ຈັດຕັ້ງສາກົນ ກໍຄື ອຄລ ກໍາລັງພົບພໍ້ກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ ໂດຍສະເພາະການແຜ່ລະບາດຂອງພະຍາດໂຄວິດ-19, ສະພາບເສດຖະກິດໂລກມີຄວາມທົດຖອຍ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ.

ພາຍຫຼັງພິທີເປີດກອງປະຊຸມ ແລະ ສືບຕໍ່ວາລະຄົບຄະນະຂອງມື້ດັ່ງກ່າວ, ທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີກະຊວງ ອຄ ສປປ ລາວ ໄດ້ກ່າວຄໍາເຫັນຕໍ່ກອງປະຊຸມ ໂດຍຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ມີຂໍ້ຕົກລົງຮ່ວມກັນໃນບັນຫາທີ່ໄດ້ປຶກສາຫາລືກັນເປັນເວລາດົນນານເຊັ່ນ: ການຖົມຂຸມການປະມົງ, ການແກ້ໄຂຕໍ່ການລະບາດຂອງພະຍາດໂຄວິດ-19, ບັນຫາກະສິກຳ, ແລະ ການປະຕິຮູບ ອຄລ ເປັນຕົ້ນ. ພ້ອມນັ້ນ ກໍຮຽກຮ້ອງໃຫ້ມີຄວາມຄືບໜ້າໃນການເຈລະຈາບັນຫາຕ່າງໆເຊັ່ນ: ຂົງເຂດກະສິກໍາ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ, ມາດຕະການເພື່ອຮັບປະກັນການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນ ແລະ ລະບົບການແກ້ໄຂຂໍ້ຂັດແຍ່ງຂອງ ອຄລ.

ນອກຈາກນີ້, ສປປ ລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມຂອງວາລະຫົວຂໍ້ກ່ຽວກັບ “ບັນຫາສິ່ງທ້າທ້າຍຂອງລະບົບການຄ້າຫຼາຍຝ່າຍ” ເຊິ່ງເປັນແກນຫຼັກສຳຄັນຂອງກົດໝາຍການຄ້າສາກົນ ເພື່ອສະແດງໃຫ້ເຫັນວ່າ ລະບົບການຄ້າຫຼາຍຝ່າຍ ສາມາດເປັນສ່ວນໜຶ່ງໃນການແກ້ໄຂບັນຫາ, ສະໜັບສະໜູນ ແລະ ຟື້ນຟູ ອຄລ ໃຫ້ມີຄວາມໜ້າເຊື່ອຖື. ສະນັ້ນ, ບັນດາປະເທດສະມາຊິກ ອຄລ ຕ້ອງສະແດງໃຫ້ເຫັນວ່າ ລະບົບການຄ້າຫຼາຍຝ່າຍ ສາມາດບັນລຸໄດ້ຂໍ້ຕົກລົງທີ່ເຫັນດີເປັນເອກະພາບຮ່ວມກັນໃນຫຼາຍບັນຫາທີ່ເຄັ່ງຮ້ອນ ແລະ ຮີບດ່ວນ ທີ່ທົ່ວໂລກກໍາລັງປະເຊີນໜ້າຢູ່ໃນປັດຈຸບັນ ເພື່ອຮັກສາລະບົບການຄ້າຫຼາຍຝ່າຍ ແລະ ສ້າງໂລກແຫ່ງການເຊື່ອມໂຍງເສດຖະກິດ ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ. ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະ ຍັງຈະສືບຕໍ່ເຂົ້າຮ່ວມກອງປະຊຸມໃນວາລະສຳຄັນອື່ນໆ ໃນໄລຍະທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ.