ສີລັງກາ ອະນຸຍາດໃຫ້ພະນັກງານລັດ ພັກວັນສຸກເພື່ອຜະລິດກະສິກຳ

138

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນວັນທີ 14 ມິຖຸນາ 2022 ລັດຖະບານຂອງສີລັງກາ ໄດ້ປະກາດອະນຸຍາດໃຫ້ພະນັກງານລັດ ພັກທຸກໆວັນສຸກ ເພື່ອໃຫ້ມີເວລາປູກພືດກະສິກຳ ເພື່ອປ້ອງກັນບັນຫາຂາດແຄນອາຫານທີ່ກຳລັງຈະເກີດຂຶ້ນ.

ທັງນີ້, ສີລັງກາ ປະເຊີນກັບວິກິດເສດຖະກິດຄັ້ງຮຸນແຮງທີ່ສຸດ ນັບແຕ່ໄດ້ຮັບເອກະລາດໃນປີ 1948 ເປັນຕົ້ນມາ ເຮັດໃຫ້ອາຫານ, ນ້ຳມັນເຊື້ອໄຟ ແລະ ຢາປົວພະຍາດຂາດແຄນ, ຂະນະທີ່ອັດຕາເງິນເຟີ້ສູງຂຶ້ນ ສົ່ງຜົນກະທົບຕໍ່ລາຍຈ່າຍຂອງພາກຄົວເຮືອນ.

ຖະແຫຼງການຄະນະລັດຖະມົນຕີສີລັງກາ ລະບຸວ່າ: ລັດຖະບານໄດ້ອະນຸຍາດໃຫ້ເຈົ້າໜ້າທີ່ຂອງລັດ ສາມາດພັກວຽກທຸກໆວັນສຸກ ເປັນເວລາ 3 ເດືອນ ເພື່ອໃຫ້ມີເວລາປູກຝັງໃນສວນຄົວຂອງເຂົາເຈົ້າ ເພາະວັນພັກພິເສດ ເປັນວິທີການແກ້ໄຂບັນຫາການຂາດແຄນອາຫານທີ່ຄາດວ່າຈະເກີດຂຶ້ນໃນອະນາຄົດອັນໃກ້ນີ້, ຂະນະທີ່ການຫຼຸດການເດີນທາງຂອງພະນັກງານລັດ ຈະຊ່ວຍຫຼຸດການນຳໃຊ້ນ້ຳມັນເຊື້ອໄຟລົງ. ແນວໃດກໍຕາມ, ຄຳປະກາດດັ່ງກ່າວໄດ້ມີຂໍ້ຍົກເວັ້ນສຳລັບເຈົ້າໜ້າທີ່ລັດທີ່ເຮັດວຽກບໍລິການທີ່ຈຳເປັນ.

ທັງນີ້, ເມື່ອອາທິດຜ່ານມາ ອົງການສະຫະປະຊາຊາດ ໄດ້ອອກມາເຕືອນ ສີລັງກາ ວ່າ: ກຳລັງປະເຊີນກັບວິກິດດ້ານມະນຸດສະທຳຄັ້ງຮຸນແຮງ ເຊິ່ງຈະເຮັດໃຫ້ຊາວສີລັງກາ 4/5 ຂອງຈຳນວນປະຊາກອນ ທີ່ມີປະມານ 22 ລ້ານຄົນ ອາດຈະຕ້ອງໄດ້ອົດອາຫານບາງຄາບ.