ຂ່າວດີ! ປັບຄ່າແຮງງານຂັ້ນຕ່ຳເປັນ 1.300.000 ກີບ ແຕ່ຜູ້ວິຊາອາຊີບຕ້ອງຈ່າຍສູງກວ່າ

118

ກ່ຽວກັບການປັບຄ່າແຮງງານຂັ້ນຕ່ຳຫຼາຍຄົນກໍ່ຄອງຄອຍຖ້າຄຳຕອບຈາກທາງລັດຖະບານ ຫຼັງຈາກທີ່ກະຊວງແຮງງານ ແລະ ສະຫວັດດິການສັງຄົມ ໄດ້ຍື່ນເອກະສານລາຍງານຕໍ່ລັດຖະບານສະບັບເລກທີ 1914/ຮສສ ລົງວັນທີ 24 ພຶດສະພາ 2022. ແລະກໍ່ຖືວ່າເປັນຂ່າວດີທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີໄດ້ເຫັນດີໃຫ້ປັບຂຶ້ນ 200.000 ຈາກການປັບຄັ້ງຜ່ານມາ.

ອີງຕາມແຈ້ງການສະບັບເລກທີ 829/ຫສນຍ ລົງວັນທີ 13 ມິຖຸນາ 2022 ກ່ຽວກັບທິດຊີ້ນໍາຕໍ່ກັບການປັບປຸງຄ່າແຮງງານຂັ້ນຕ່ຳໃໝ່ສຳລັບຜູ້ອອກແຮງງານ ລັດຖະບານເຫັນດີຕາມການສະເໜີຂອງກະຊວງແຮງງານ ແລະ ສະຫວັດດິການສັງຄົມຄື: ປັບຄ່າແຮງງານຂັ້ນຕ່ຳຄືນໃໝ່ຈາກເດີມ 1.100.000 ກີບ ມາເປັນ 1.300.000 ໂດຍຄັ້ງທີ 1 ປັບຂຶ້ນ 100.000 ກີບ ມີຜົນໃນວັນທີ 1 ສິງຫາ 2022 ແລະ ຄັ້ງທີ 2 ປັບຂຶ້ນຕື່ມ 100.000 ກີບມີຜົນໃນວັນທີ 1 ພຶດສະພາ 2023, ຫົວໜ່ວຍແຮງງານ ປະຕິບັດການຈ່າຍຄ່າແຮງງານຂັ້ນຕໍ່າສຸດ ໃຫ້ສະເພາະຜູ້ທີ່ນອນໃນເງື່ອນໄຂເທົ່ານັ້ນ ແຕ່ສຳລັບຜູ້ອອກແຮງງານທີ່ມີປະສົບການ, ວິຊາອາຊີບ, ວິຊາສະເພາະ ແມ່ນຕ້ອງຈ່າຍຄ່າແຮງງານ ທີ່ສູງກວ່າຄ່າແຮງງານຂັ້ນຕ່ຳສຸດແກ່ຜູ້ອອກແຮງງານຂອງຕົນ ໄປຈົດເຂົ້າລະບົບປະກັນສັງຄົມ ຕາມກົດໝາຍ.

ສຳລັບການປັບຂຶ້ນຄ່າແຮງງານ ຂັ້ນຕ່ຳຢູ່ປະເທດເຮົາແມ່ນໄດ້ມີການປັບມາແລ້ວທັງໝົດ 7 ຄັ້ງ ໃນນັ້ນຄັ້ງທຳອິດໃນປີ 1991 ມີການປັບຄ່າແຮງງານຂັ້ນຕ່ຳຂຶ້ນເປັນ 26.000 ກີບ/ຄົນ/ເດືອນ ຕໍ່ມາໃນປີ 1997 ກໍມີການປັບອີກເປັນ 36.000 ກີບ, ເປັນ 93.000 ກີບ ໃນປີ 2000, 190.000 ກີບ ໃນ ປີ 2005, 348.000 ກີບ ໃນປີ 2009, 626.000 ກີບ ໃນປີ 2011 ແລະ 900.000 ກີບ ໃນປີ 2015 ແລະ 1.100.000 ກີບ ໃນປີ 2018.