ລັດຖະມົນຕີຊ່ວຍວ່າການກະຊວງຄົມມະນາຄົມ ແຫ່ງຣາຊະອານາຈັກໄທ ພ້ອມຄະນະ ຢ້ຽມຢາມດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ

166

ວັນທີ 13 ມິຖຸນາ 2022 ທີ່ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ພາກ ນະຄອນຫຼວງວຽງຈັນ ໄດ້ມີພິທີຕ້ອນຮັບ ທ່ານ ອະທິຣັດ ຣັດຕະນະເສດ ລັດຖະມົນຕີຊ່ວຍວ່າການກະຊວງຄົມມະນາຄົມ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ເຂົ້າຢ້ຽມຢາມດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ  ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ທ່ານ ວຽງຄອນ ສິດທິໄຊ ຮອງປະທານ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈໍາກັດ, ມີ ທ່ານ ສີລາ ວຽງແກ້ວ ຮອງປະທານກໍາມະການບໍລິຫານການຄ້າ ແລະ ລະບຽບການ ບໍລິສັດ ພີທີແອວ ໂຮນດິ້ງ ຈໍາກັດ, ທ່ານ ສາຄອນ ພິລາງາມ ຜູ້ອໍານວຍການໃຫຍ່ທ່າບົກທ່ານາແລ້ງ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງໃນການຢ້ຽມຢາມຂອງ ທ່ານ ອະທິຣັດ ຣັດຕະນະເສດ ລັດຖະມົນຕີຊ່ວຍວ່າການກະຊວງຄົມມະນາຄົມ ພ້ອມດ້ວຍຄະນະໃນຄັ້ງນີ້ ແມ່ນເພື່ອສຶກສາ ສໍາຫຼວດ, ເກັບກໍາຂໍ້ມູນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຂົນສົ່ງອອກສິນຄ້າໄທ ຜ່ານດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ເພື່ອຈະນໍາໄປປຶກສາຫາລື ແລະ ລາຍງານຕໍ່ທ່ານລັດຖະມົນຕີວ່າການກະຊວງຄົມມະນາຄົມ ເຊິ່ງຄາດວ່າທ່ານຈະມາຢ້ຽມຢາມດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ໃນໄວໆນີ້.

May be an image of 7 people and people standing

ໂອກາດດັ່ງກ່າວ, ທ່ານ ວຽງຄອນ ສິດທິໄຊ ລາຍງານໃຫ້ຮູ້ກ່ຽວກັບດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ວ່າ: ສ້າງຂຶ້ນເພື່ອຜັນຂະຫຍາຍນະໂຍບາຍຂອງລັດຖະບານ ແຫ່ງ ສປປ ລາວ ໃນການຫັນປ່ຽນ ສປປ ລາວ ໃຫ້ເປັນສູນກາງແຫ່ງການເຊື່ອມຈອດ, ເຊື່ອມໂຍງອະນຸພາກພື້ນ ແລະ ສາກົນ ເຊິ່ງຈຸດທີ່ຕັ້ງຍຸດທະສາດຈະເຮັດໜ້າທີ່ເປັນສູນກາງຂອງການຂະຫຍາຍການຄ້າລະ ຫວ່າງ ອາຊຽນ – ສປ ຈີນ ໄປຮອດເອີຣົບ ໂດຍນໍາໃຊ້ໂຄງການເສັ້ນທາງລົດໄຟ ລາວ – ຈີນ. ດັ່ງນັ້ນ, ບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ໄດ້ຮັບຄໍາຊີ້ນໍາຈາກທ່ານນາຍົກລັດຖະມົນຕີ ໃຫ້ເຮັດບົດວິພາກຈຸດແຂງ, ຈຸດອ່ອນຕ່າງໆຂອງປະເທດລາວ ເຊິ່ງໄດ້ນໍາສະເໜີກ່ຽວກັບການພັດທະນາລະບົບໂລຈິສຕິກໃນປະເທດລາວ ໂດຍທ່າບົກທ່ານາແລ້ງ ເປັນໜຶ່ງໃນຍຸດທະສາດການພັດທະນາປະເທດຂອງລັດຖະບານ ໃນການຫັນປະເທດລາວຈາກ Land Lock ສູ່ປະເທດ Land Link ແບບມີຍຸດທະສາດ ເພື່ອເປັນຈຸດເຊື່ອມຕໍ່ດ້ານຄົມມະນາຄົມຂົນສົ່ງ ພ້ອມທັງຊຸກຍູ້ສົ່ງເສີມ ແລະ ອໍານວຍ ຄວາມສະດວກດ້ານການຄ້າແບບບໍ່ມີພົມແດນ ໂດຍການສົ່ງເສີມການຂົນສົ່ງສິນຄ້າທຸກປະເພດໄປໃນທຸກປະເທດໃຫ້ມີ ຄວາມສະດວກສະບາຍຫຼາຍທີ່ສຸດ.

May be an image of 8 people, people standing and road

ໂອກາດດຽວກັນນີ້, ຍັງໄດ້ແຈ້ງໃຫ້ຮູ້ວ່າ: ຕະຫຼອດໄລຍະທີ່ດ່ານສາກົນແຫ່ງນີ້ ໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າ ເລີ່ມແຕ່ວັນທີ 4 ທັນວາ 2021 ຜ່ານມາ ອຸປະສັກດ້ານສັກກະຍະພາບບໍ່ມີບັນຫາ, ສິ່ງສໍາຄັນ ສປປ ລາວ ມີການປັບປຸງກົດໝາຍ ວ່າດ້ວຍສິນຄ້າຜ່ານແດນ ເຊິ່ງຜູ້ປະກອບຊິບປິ້ງທາງປະເທດໄທ ຍັງບໍ່ມີ ຄວາມເຂົ້າໃຈ ເຮັດໃຫ້ລະບົບເອກະສານມີຄວາມຫຼ້າຊ້າ, ເວລາກວດເອກະສານບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນ ເຮັດໃຫ້ມີຄວາມຫຍຸ້ງຍາກສັບສົນ. ສະນັ້ນ, ສະເໜີໃຫ້ມີການຈັດສຳມະນາ ໃຫ້ມີຄວາມເຂົ້າໃຈ ແລະ ການກະກຽມເອກະສານ ໃຫ້ມີຄວາມຖືກຕ້ອງ ເຮັດໃຫ້ການຂົນສົ່ງສິນຄ້າມີຄວາມວ່ອງໄວຫຼາຍຂຶ້ນ.

ດ້ານ ທ່ານ ສາຄອນ ພິລາງາມ ໄດ້ລາຍງານໃຫ້ຮູ້ຕື່ມອີກວ່າ: ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ເປັນຈຸດເຊື່ອມຕໍ່ທຸກຊັ້ນຄົນລະຫວ່າງປະເທດທີ່ເຊື່ອມໂຍງລົດໄຟ ລາວ – ໄທ, ລາວ – ຈີນ ແລະ ລົດບັນທຸກທັງໝົດທີ່ມາຜ່ານ. ນອກນັ້ນ, ຍັງມີດ່ານສາກົນສະເພາະສິນຄ້າທີ່ແຍກອອກຈາກດ່ານສາກົນຂົວມິດຕະພາບ ລາວ – ໄທ ແຫ່ງທີ 1 ເປັນສອງດ່ານ ໂດຍມີທີ່ຕັ້ງຢູ່ເຂດທໍາເລທີ່ສໍາຄັນ ແລະ ມີພື້ນທີ່ກວ້າງຂວາງຈໍານວນທັງໝົດ 382 ເຮັກຕາ ເປັນແຫຼ່ງລົງທຶນທີ່ໜ້າສົນໃຈທີ່ສຸດແຫ່ງໜຶ່ງທີ່ອຳນວຍຄວາມສະດວກ ບໍ່ວ່າທາງດ້ານໂຄງຮ່າງພື້ນຖານດ້ານການຄົມມະນາຄົມທີ່ມີການເຊື່ອມຕໍ່ກັບທ່າບົກ ເສັ້ນທາງລົດໄຟ ລາວ – ໄທ, ລົດໄຟ ລາວ – ຈີນ, ທາງຫຼວງແຫ່ງຊາດ, ສະໜາມບິນ ແລະ ສາມາດເຊື່ອມຕໍ່ກັບທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ ໃນອະນາຄົດ.

May be an image of 13 people and people standing

ນອກຈາກນີ້, ໂຄງການຍັງເປັນເຂດໂລຈິສຕິກ ຄົບວົງຈອນ ຂອງນະຄອນຫຼວງວຽງຈັນ ພຽງແຫ່ງດຽວທີ່ລວມເອົາ 5 ເຂດສຳຄັນໄວ້ໃນຈຸດດຽວກັນ ຄື: 1. ສາງເກັບນໍ້າມັນ; 2. ເຂດໂລຈິສ ຕິກ ເຊິ່ງມີບັນດາບໍລິການຫຼັກ ເຊັ່ນ: ການບໍລິການສາງເກັບຮັກສາສິນຄ້າ ແລະ ສູນແຈກຢາຍສິນຄ້າ ຜ່ານສິ່ງອຳນວຍຄວາມສະດວກຕ່າງໆ; 3. ເຂດການຄ້າເສລີ ຈະມີເຂດຜະລິດຕະພັນອຸດສາຫະກຳ, ເຂດເຕັກໂນໂລ ຊີ, ເຂດສຳນັກງານຫ້ອງການ, ພື້ນທີ່ຕຶກອາຄານສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ, ເຂດການຄ້າ; 4. ທ່າບົກທ່ານາແລ້ງ ເປັນສູນກາງຄ່ຽນຖ່າຍສິນຄ້າ, ເປັນດ່ານສາກົນສຳລັບການຂົນສົ່ງສິນຄ້າເຂົ້າ – ອອກຜ່ານແດນ ໂດຍມີບັນດາອົງປະກອບຂອງລະບົບສາງພາສີປະເພດຕ່າງໆຄົບວົງຈອນ ແລະ 5). ເຂດຜະລິດ ແລະ ປຸງແຕ່ງສິນຄ້າເພື່ອສົ່ງອອກ ເປັນເຂດທີ່ທັນສະໄໝ.

May be an image of outdoors

ຕອນທ້າຍ ທ່ານ ອະທິຣັດ ຣັດຕະນະເສດ ກໍໄດ້ສະແດງ ຄວາມຂອບໃຈຕໍ່ ທ່ານ ວຽງຄອນ ສິດທິໄຊ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງອະທິບາຍລະອຽດ ກ່ຽວກັບຈຸດປະສົງໃນການກໍ່ສ້າງ, ຂັ້ນຕອນ ແລະ ລະບຽບການຂົນສົ່ງສິນຄ້າຜ່ານດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ພ້ອມທັງສະແດງຄວາມຂອບໃຈຕໍ່ການອໍານວຍຄວາມສະດວກ ແລະ ໃຫ້ການຊ່ວຍເຫຼືອດ້ານຕ່າງໆແກ່ພາກທຸລະກິດໄທ ໃນການຂົນສົ່ງສິນຄ້າຜ່ານດ່ານສາກົນສິນຄ້າດັ່ງກ່າວໃນໄລຍະຜ່ານມາ ແລະ ເຊື່ອວ່າອະນາຄົດຈະສາມາດສ້າງເສັ້ນທາງການຂົນສົ່ງເຊື່ອມລະຫວ່າງປະເທດໄທ – ລາວ, ລາວ – ຈີນ ແລະ ເສັ້ນທາງອື່ນໆ ເພື່ອເສີມສ້າງການຮ່ວມມືໃນດ້ານການຂົນສົ່ງລະຫວ່າງປະເທດຮ່ວມກັນ.