ສະຖານີລົດໄຟ ກາສີ ເປີດບໍລິການຂົນສົ່ງສິນຄ້າຢ່າງເປັນທາງການ

156

ສະຖານີກາສີໄດ້ເປີດດຳເນີນທຸລະກຳຂົນສົ່ງສິນຄ້າຢ່າງເປັນທາງການ ໃນວັນທີ 13 ມິຖຸນາທີ່ຜ່ານມາ. ສະຖານີກາສີ ເປັນສະຖານີແຫ່ງທີ 6 ຂອງທາງລົດໄຟລາວ-ຈີນ ທີ່ໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າຕໍ່ຈາກ ສະຖານີວຽງຈັນໃຕ້, ສະຖານີໂພນໂຮງ, ສະຖານີວັງວຽງ, ສະຖານີຫຼວງພະບາງ ແລະ ສະຖານີນາເຕີຍ.

ເມືອງກາສີແມ່ນເມືອງໜຶ່ງທີ່ຕັ້ງຢູ່ແຂວງວຽງຈັນ ພາກກາງຂອງປະເທດລາວ, ໄດ້ຮັບຜົນກະທົບຈາກສະພາບອາກາດລົມມໍລະສຸມເຂດຮ້ອນ ແລະ ເປັນເຂດທີ່ມີຝົນຕົກຄຸມໜາແໜ້ນທີ່ສຸດໃນປະເທດລາວ. ການສັນຈອນຢູ່ເຂດນີ້ຈິ່ງມີຄວາມຫຍຸ້ງຍາກມາແຕ່ດົນ, ເນື່ອງຈາກວ່າເສັ້ນທາງທຽວລົດແມ່ນເປັນທາງໂຄ້ງ, ຊັນ, ແຄບ ແລະ ມີຂຸມຫຼາຍ, ເຊິ່ງກໍໄດ້ເປັນຂີດຈຳກັດຕໍ່ການພັດທະນາເສດຖະກິດຂອງທ້ອງຖິ່ນ ແລະ ການດຳລົງຊີວິດຂອງປະຊາຊົນນັບແຕ່ໃດມາ. ໃນບຸນປີໃໝ່ລາວ 2022 ທີ່ຜ່ານມາ, ບໍລີິສັດທາງລົດໄຟລາວ-ຈີນ ກໍໄດ້ເປີດບໍລິການຂົນສົ່ງຜູ້ໂດຍສານສະຖານີກາສີ ຢ່າງເປັນທາງການ, ເຊິ່ງກໍໄດ້ອຳນວຍຄວາມສະດວກໃຫ້ແກ່ການເດີນທາງໃນປະຈໍາວັນຂອງປະຊາຊົນພາຍໃນທ້ອງຖິ່ນຢ່າງຫຼວງຫຼາຍ, ຖືໄດ້ວ່າເປັນຂອງຂວັນປີ ໃໝ່ໃຫ້ແກ່ປະຊາຊົນທ້ອງຖິ່ນແຕ່ນັ້ນມາກໍເປັນໄປໄດ້.

ສະຖານີກາສີ ມີລາງຮັບສົ່ງລົດໄຟໂດຍສານ 3 ລາງ, ລາງສິນຄ້າ 1 ລາງ, ລານຂົນສົ່ງສິນຄ້າມີເນື້ອທີ່ 4.215 ຕາແມັດ, ມີສະແຕັກເກີ 1 ຄັນ ແລະ ເຄື່ອງຊັ່ງນໍ້ຳໜັກລົດບັນທຸກ 1 ຈຸດ. ໃນການດໍາເນີນທູລະກຳຂົນສົ່ງສິນຄ້າ ເບື້ອງຕົ້ນແມ່ນນໍາໃຊ້ຕູ້ຄອນເທັນເນີຂະໜາດ 40 (45) ຟຸດເປັນຫຼັກ, ສິນຄ້າທີ່ຂົນສົ່ງມາຮອດສ່ວນໃຫຍ່ແມ່ນປະເພດຂອງຊຳ ແລະ ເຄື່ອງໃຊ້ໃນຊີວິດປະຈໍາວັນທົ່ວໄປ.

ນອກນີ້, ເພື່ອໃຫ້ບັນດາວິສາຫະກິດ ແລະ ປະຊາຊົນລາວໄດ້ເຫັນເຖິງໂອກາດ ແລະ ຜົນຕອບແທນທີ່ທາງລົດໄຟລາວ-ຈີນຈະນຳມາໃຫ້, ຊຸກຍູ້ໃຫ້ເສດຖະກິດລາວ ແລະ ພາກພື້ນມີຄວາມເຂັ້ມແຂງ ແລະ ຍືນຍົງ, ນອກຈາກທາງລົດໄຟລາວ-ຈີນ ໄດ້ເປີດດຳເນີນການຂົນສົ່ງສິນຄ້າບັນດາສະຖານີຕ່າງໆເຊັ່ນ: ສະຖານີວຽງຈັນໃຕ້, ສະຖານີນາເຕີຍ, ສະຖານີວັງວຽງ, ສະຖານີຫຼວງພະບາງ ແລະ ສະຖານີໂພນໂຮງ ແລະ ສະຖານີອື່ນໆແລ້ວ, ຍັງໄດ້ເຄື່ອນໄຫວສຳຫຼວດການຂົນສົ່ງທາງລົດໄຟສາກົນຮູບແບບໃໝ່ເຊັ່ນ: “Lancang-Mekong Express Line + Cross-border E-commerce”, “”Laos-China Railway + China-Europe Railway Express”, “Laos-China Railway + Western Land-Sea New Corridor Express” ແລະ ການຂົນສົ່ງຮູບແບບໃໝ່ອື່ນໆ, ເພື່ອເພີ່ມທະວີຄວາມສາມາດໃນການສົ່ງອອກຂອງທາງລົດໄຟລາວ-ຈີນ ແລະ ການຂົນສົ່ງຂ້າມຊາຍແດນ; ພ້ອມກັນນັ້ນ, ກໍຮັກສາຄ່າຂົນສົ່ງໃຫ້ມີຄວາມຄົງທີ່, ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອປັບປຸງຂັ້ນຕອນການການອະນຸມັດດ່ານພາສີໃຫ້ມີຄວາມຄ່ອງຕົວ ແລະ ເພືື່ອຫຼຸດຜ່ອນຕົ້ນທຶນການຂົນສົ່ງ.

ຕາມການລາຍງານຂອງຜູ້ຮັບຜິດຊອບຝ່າຍບໍລິຫານການດຳເນີນການຂອງບໍລິສັດທາງລົດໄຟລາວ-ຈີນ ຈຳກັດ, ບັນດາວິສາຫະກິດທີ່ມີຄວາມຕ້ອງການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ສາມາດຕິດຕໍ່ພົວພັນຫາບໍລິສັດເພື່ອດຳເນີນທຸລະກຳການຂົນສົ່ງສິນຄ້າ ຫຼື ໂທສອບຖາມຂໍ້ມູນລ່ວງໜ້າຜ່ານເບີໂທຂອງແຕ່ລະສະຖານີໂດຍກົງ, ຊຶ່ງການພົວພັນ ຫາສະຖານີເພື່ອຂົນສົ່ງສິນຄ້າຜ່ານທາງລົດໄຟແມ່ນການຂົນສົ່ງທີ່ປະຫຍັດ ແລະ ສະດວກທີ່ສຸດໃນປະຈຸບັນ.

ຕາມລາຍງານໃຫ້ຮູ້ຕື່ມວ່າ, ນັບແຕ່ຕົ້ນປີ 2022 ຫາວັນທີ 13 ມິຖຸນາເປັນຕົ້ນມາ, ທາງລົດໄຟລາວ-ຈີນ ໄດ້ມີການສົ່ງສິນຄ້າ 643.000 ກວ່າໂຕນ, ໃນນັ້ນ 472.000 ໂຕນແມ່ນການຂົນສົ່ງຂ້າມແດນ, ໄດ້ຂົນສົ່ງສິນຄ້າປະເພດຕ່າງໆເຊັ່ນ: ຢາງພາລາ, ແຮ່ເຫຼັກ, ຝຸ່ນຊີວະພາບ, ເຄື່ອງໃຊ້ໃນຊີວິດປະຈໍາວັນ ແລະ ອື່ນໆລວມກວ່າ 100 ຊະນິດ, ລົດໄຟຂົນສົ່ງສົນຄ້າແມ່ນເຊື່ອມຕໍ່ກັບ21ແຂວງຂອງຈີນ, ກວມເອົາການຂົນສົ່ງຜ່ານປະເທດໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ສິງກະໂປ ແລະ ປະເທດອື່ນໆເກືອບ 10 ກວ່າປະເທດ.
*ສາຍດ່ວນຕິດຕໍ່ການຂົນສົ່ງສິນຄ້າທາງລົດໄຟລາວ-ຈີນ*
ສະຖານີວຽງຈັນໃຕ້ 021-891259
ສະຖານີວັງວຽງ 021-891199
ສະຖານີນາເຕີຍ 021-891039
ຈາກ: Lao Youth Radio FM 90.0 Mhz