FAO ເຕືອນ ລາຄາເຂົ້າອາດປັບຂຶ້ນຕາມລາຄາອາຫານ

80

ອົງການອາຫານ ແລະ ການກະເສດແຫ່ງ ສະຫະປະຊາຊາດ ( FAO ) ເປີດເຜີຍວ່າ: ການທີ່ລາຄາອາຫານທົ່ວໂລກປັບຂຶ້ນໃນ 2 – 3 ເດືອນຜ່ານມາ ອາດເຮັດໃຫ້ລາຄາເຂົ້າ ເຊິ່ງເປັນອາຫານຫຼັກຂອງຄົນອາຊີ ປັບຂຶ້ນໄປຕາມໆກັນ.

ອົງການອາຫານ ແລະ ການກະເສດ ລະບຸວ່າ: ລາຄາອາຫານ ບໍ່ວ່າຈະເປັນເຂົ້າສາລີ, ພືດພັນທັນຍາຫານຕ່າງໆ ຕະຫຼອດຮອດນ້ຳມັນພືດໄດ້ປັບຂຶ້ນສູງ ເຊິ່ງເກີດຈາກຫຼາຍປັດໄຈ ລວມທັງລາຄາປຸ໋ຍ ( ຝຸ່ນວິທະຍາສາດ ), ລາຄາພະລັງງານ ແລະ ການທີ່ຫຼາຍປະເທດໂຈະການສົ່ງອອກທັນຍາພືດ ທີ່ເປັນສ່ວນປະກອບການປຸງແຕ່ງອາຫານ ໄດ້ເຮັດໃຫ້ ລາຄາອາຫານທົ່ວໂລກເພີ່ມຂຶ້ນ. ດັ່ງນັ້ນ, ລາຄາເຂົ້າ ອາດເປັນສິນຄ້າຊະນິດຕໍ່ໄປທີ່ປັບຂຶ້ນ ໂດຍດັດສະນີຂອງອົງການ FAO ໃນເດືອນພຶດສະພາ ບົ່ງຊີ້ວ່າລາຄາເຂົ້າ ໄດ້ປັບຂຶ້ນ 5 ເດືອນຕິດຕໍ່ກັນແລ້ວ ແລະ ຈຸລະດັບສູງສຸດໃນຮອບ 12 ເດືອນ.

ທ່ານ ນາງ ໂຊນັລ ວາມາ ຫົວໜ້ານັກເສດຖະສາດຂອງທະນາຄານໂມນູຣະຂອງຍີ່ປຸ່ນ ເປີດເຜີຍວ່າ: ເຖິງວ່າການຜະລິດເຂົ້າຍັງອຸດົມສົມບູນ ແຕ່ການເພີ່ມຂຶ້ນຂອງລາຄາເຂົ້າສາລີ ແລະ ຕົ້ນທຶນການຜະລິດກະສິກຳທີ່ເພີ່ມຂຶ້ນ ອາດຈະເຮັດໃຫ້ລາຄາເຂົ້າປັບຂຶ້ນໄປຕາມໆກັນ, ແຕ່ຄວາມສ່ຽງທີ່ລາຄາເຂົ້າເພີ່ມຂຶ້ນສູງນັ້ນ ຍັງຢູ່ໃນລະດັບຕ່ຳ ເນື່ອງຈາກເຂົ້າທົ່ວໂລກມີພຽງພໍສຳລັບການບໍລິໂພກ, ອີກຢ່າງໜຶ່ງການເກັບກ່ຽວຜົນຜະລິດໃນລະດູແລ້ງປີນີ້ຢູ່ ອິນເດຍ ແລະ ອີກຫຼາຍປະເທດທີ່ຜະລິດເຂົ້າ ຄາດວ່າຈະໄດ້ຮັບຜົນຜະລິດສູງ.

ທັງນີ້, ຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ ໄດ້ຍູ້ດັນໃຫ້ລາຄາເຂົ້າສາລີເພີ່ມສູງຂຶ້ນ ເນື່ອງຈາກທັງສອງປະເທດເປັນຜູ້ຜະລິດເຂົ້າສາລີລາຍໃຫຍ່ຂອງໂລກ, ນອກຈາກນີ້ ຍັງເຮັດໃຫ້ການສົ່ງອອກທັນຍາພືດຊະນິດຕ່າງໆໜ້ອຍລົງ ເຮັດໃຫ້ລາຄາເຂົ້າສາລີ ເພີ່ມຂຶ້ນເຖິງ 50% ນັບແຕ່ຕົ້ນເດືອນມີນາເປັນຕົ້ນມາ.