ສໍານັກງານໃຫຍ່ ທະນາຄານການຄ້າ ແຈ້ງໃໝ່ ໃຫ້ຈ່າຍເປັນເງິນສະກຸນໂດລາໃຫ້ກັບລູກຄ້າຄືທີ່ຜ່ານມາ

571

ແຈ້ງການໃໝ່ຫຼ້າສຸດ ໃຫ້ຈັດຕັ້ງປະຕິບັດແມ່ນໃຫ້ຈ່າຍເປັນເງິນສະກຸນໂດລາໃຫ້ກັບລູກຄ້າຄືທີ່ຜ່ານມາ.


ບອກເລີຍວ່າເປັນກະແສທີ່ສະແດງຄວາມຄິດເຫັນກັນບາຍສົມຄວນ ສໍາລັບແຈ້ງການ ຂອງສໍານັກງານໃຫຍ່ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ທີ່ໄດ້ອອກແຈ້ງການ ສະບັບເລກທີ 1120/ທຄຕລ 2022 ລົງວັນທີ 9 ມິຖຸນາ ນະຄອນຫຼວງວຽງຈັນ ວ່າ ກໍານົດເອົາສະກຸນເງິນກີບຈ່າຍໃຫ້ລູກຄ້າທີ່ມາໃຊ້ບໍລິການຮັບເງິນດ່ວນ MoneyGram


ແຕ່ຫຼ້າສຸດ ທາງສໍານັກງານໃຫຍ່ ທະນາຄານ ການຄ້າຕ່າງປະເທດລາວມະຫາຊົນ ແຈ້ງມາຍັງບັນດາພະແນກ, ສູນ, ສາຂາ, ຫນ່ວຍ ບໍລິການ, ຫ້ອງແລກປ່ຽນ ທົ່ວລະບົບ ທຄຕລ ແລະ ບັນດາຮ້ານຕົວແທນຍ່ອຍ ຊາບວ່າ ເນື່ອງຈາກຄວາມພ້ອມທາງ ດ້ານການຈັດຕັ້ງປະຕິບັດພາຍໃນ ແລະ ສາກົນ, ທຄຕລ ໃຫ້ບັນດາພະແນກ, ສູນ, ສາຂາ, ຫນ່ວຍບໍລິການ, ຫ້ອງ ແລກປ່ຽນທົ່ວລະບົບ ທຄຕລ ແລະ ບັນດາຮ້ານຕົວແທນຍ່ອຍ ທີ່ໃຫ້ບໍລິການຮັບເງິນດ່ວນ MoneyGram ໂຈະທີ່ຈະ ປະຕິບັດຕາມແຈ້ງການເລກທີ 1120-1121/ ທຄຕລ ລົງວັນທີ 09 ມີຖຸນາ 2022.


ໃຫ້ຈັດຕັ້ງປະຕິບັດແມ່ນໃຫ້ຈ່າຍເປັນເງິນສະກຸນໂດລາໃຫ້ກັບລູກຄ້າຄືທີ່ຜ່ານມາ.
ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານ ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດດ້ວຍ