ສະແດງຄວາມຍິນດີດ້ວຍ ງານວິວາທີ່ຮວມຄົນໃນວົງການບັນເທີງໄວ້ຫຼາຍທີ່ສຸດ ໂຈໂຈ້ ມິຣາໂຄ ແລະ ເມຣີ

181

ສະແດງຄວາມຍິນດີດ້ວຍ ກັບງານແຕ່ງທີ່ສຸດແສນອະລັງການ ແລະ ອົບອຸ່ນ ເຕັມໄປດ້ວຍການສະແດງຄວາມຍິນດີຈາກບັນດາຄົນທີ່ມີຊື່ສຽງ ທັງໃນວົງການບັນເທີງລາວ ແລະ ຕ່າງປະເທດ ມາຮ່ວມກັນຢ່າງໜາແໜ້ນໃນງານແຕ່ງຂອງໜຸ່ມສິລະປິນສຸດຫຼໍ່ຂອງລາວເຮົາ ທັງເປັນນັກຮ້ອງ, ເປັນຜູ້ກໍາກັບ ແລະ ມີຄ້າຍເພງເປັນຂອງຕົນເອງ ຢ່າງໜຸ່ມຄົນນີ້ ໂຈໂຈ້ ມິຣາໂຄ ( ຈີລະສັກ ສາຍສະໜິດ ) ເຂົ້າພິທີວິວາເປັນທີ່ຮຽບຮ້ອຍແລ້ວ ກັບສາວງາມ ເມຣີ ( ບຸນໂຮມ ວົງໄຊ ).

ທີມຂ່າວບັນເທີງຂໍສະແດງຄວາມຍິນດີທີ່ສຸດເລີຍໃຫ້ກັບໝຸ່ມ ໂຈໂຈ້ ມິຣາໂຄ ທີ່ຄວງແຟນສາວ ເມຣີ ສາວໜ້າຫວານຄົນງາມ ເຂົ້າສູ່ປະຕູພິທີວິວາ ໃນວັນທີ 10 ມິຖຸນາ2022 ນີ້ ແລະ ກໍໄດ້ມີງານລ້ຽງ ເຊິ່ງໄດ້ຈັດຂຶ້ນໃນຄໍ່າຄືນຂອງວັນທີ 11 ມິຖຸນາ 2022 ທີ່ບັນຍາກາດເຕັມໄປດ້ວຍ ຄວາມປິຕິຍິນດີ.

ງານວິວາຂອງໜຸ່ມ ໂຈໂຈ້ນັ້ນ ເລົ່າຄົນວົງການບັນເທີງເຂົ້າຮ່ວມສະແດງຄວາມຍິນດີເປັນຈຳນວນຫຼວງຫຼາຍເລີຍ ແລະ ບໍ່ມີໃຜໜ້ອຍໜ້າໃຜ ແຕ່ລະຄົນແມ່ນຈັດເຕັມທັງເສື້ອຜ້າ, ໜ້າຜົມ ງົດງາມກັນທັງງານ ເອີ້ນໄດ້ວ່າເປັນງານທີ່ຮວມພົນຄົນໜ້າຕາດີເລີຍກໍວ່າໄດ້.

ໂດຍຜູ້ຄົນທີ່ມາຮ່ວມງານກໍມີມາກໜ້າຫຼາຍຕາ ໂດດເດັ່ນເປັນທີ່ສຸດ ບໍ່ວ່າຈະເປັນການມາຮ່ວມສະແດງຄວາມຍິນດີຂອງສາວງາມ ຄຣິສຕີນ່າ ລາສະສິມມາ Miss Universe Laos, ນຸນີ່ ກຸມພົນພັກດີ, ນຸ້ຍສຸພາພອນ ສົມວິຈິດ, ມົດດໍາ ຄະຊາພາ ພິທີກອນຄົນມີຊື່ສຽງຈາກປະເທດເພື່ອນບ້ານ ປະເທດໄທນັ້ນເອງ ກໍໄດ້ມາຮ່ວມສະແດງຄວາມຍິນດີໃນພິທີອັນເປັນສີລິມຸງຄຸນແກ່ທັງຄູ່ບ່າວສາວດ້ວຍ.

ນອກນີ້, ຍັງມີຄົນໃນວົງການບັນເທີງລາວ ບໍ່ວ່າຈະເປັນນັກສະແດງ, ນັກຮ້ອງ, ນາງແບບ – ຊາຍແບບ, ເນັດໄອດໍ້ ລວມທັງສິລະປິນຮຸ່ນນ້ອຍ – ໃຫຍ່ ເຂົ້າຮ່ວມສະແດງຄວາມຍິນດີໃນຄັ້ງນີ້ດ້ວຍ. ພ້ອມນີ້, ໜຸ່ມ ໂຈໂຈ້ ກໍໄດ້ອອກມາໂພສຜ່ານເຟສ ບຸ໊ກສ່ວນຕົວຂອງຕົນເອງເຖິງຄວາມຮູ້ສຶກວ່າ “ ຂອບໃຈທຸກຄົນທີ່ມາຮ່ວມງານເດີ … ຜິດພາດປະການໃດ ຂໍອະໄພນໍາທຸກຄົນນໍາເດີ … We would like to thank you for sharing in our wedding celebration. We are grateful for your presence, warm wishes and your generous gift … ”.

ທີມຂ່າວບັນເທີງເອງ ກໍຕ້ອງຂໍສະແດງຄວາມຍິນດີດ້ວຍອີກຄັ້ງ ກັບງານວິວາຂອງທັງຄູ່ ເຈົ້າສາວ ແລະ ເຈົ້າບ່າວໃໝ່ປ້າຍແດງໃນຄັ້ງນີ້ ແລະ ຂໍໃຫ້ທັງສອງມີຄວາມສຸກໃນຊີວິດຄູ່ ຮັກກັນໝັ້ນນິລັນດອນ ລູກເຕັມບ້ານຫຼານເຕັມເມືອງເລີຍ ສໍາລັບຊ່ອງທາງໃນການຕິດຕາມຜົນງານໜຸ່ມສະຫຼະໂສດໃໝ່ໆ ໝາດໆຄົນນີ້ ກໍສາມາດໄປຕິດຕາມກັນໄດ້ເລີຍທີ່ Chilasakjojosaysaynith.