ເຍົາວະຊົນລາວ ນ້ອງ ດວງໃຈ ວົງສາ ຄວ້າມຸງກຸດໃນເວທີສາກົນ Miss Asia International 2022

313

ນ້ອງ ດວງໃຈ ວົງສາ ສາມາດຄວ້າມົງ Miss Asia International 2022 ຈາກເວທີສາກົນ 41 ປະເທດທົ່ວໂລກ ສາວນ້ອຍມາກຫລາຍຄວາມສາມາດ ຕົວແທນເຍົາວະຊົນລາວ ໃນການເຂົ້າຮ່ວມປະກວດ ໃນເວທີ ສາກົນ ທີ່ປະເທດໄທ


ເຊິ່ງການປະກວດ ໄດ້ດຳເນີນການໄປດ້ວຍຄວາມມ່ວນຊື່ນຈົບງາມ ແລະ ນ້ອງ ດວງໃຈ ຖືວ່າເຮັດຜົນງານອອກມາໄດ້ຢ່າງໜ້າຊື່ນໃຈ ໃນທຸກຮອບ ການປະກວດ ບໍ່ວ່າຈະເປັນການສະແດງ ຄວາມສາມາດ ຮອບຫ້ອງດຳ ຮອບຕອບຄຳຖາມ ຮອບປະກວດຊຸດປະຈຳຊາດ ຜົນງານໂດດເດັ່ນ


ເລື່ອງການຍ່າງການເດີນບອກເລີຍວ່າປັງແຮງ ຈົນເປັນທີ່ຖືກອົກຖືກໃຈຄະນະກຳມະການ ຢ່າງແຮງນ້ອງຍັງມີຄວາມສາມາດເວົ້າໄດ້ 4 ພາສາ ພາສາລາວ(ໂດຍພື້ນຖານ), ພາສາໄທ, ພາສາອັງກິດ ແລະ ພາສາຫວຽດນາມ


ຂໍສະແດງຄວາມຍິນດີກັບນ້ອງ ດວງໃຈ ວົງສາ