10 ອັນດັບ ເມືອງທີ່ມີຄ່າຄອງຊີບສູງທີ່ສຸດໃນໂລກ

301

( ECA International ບໍລິສັດທີ່ປຶກສາດ້ານຊັບພະຍາກອນບຸກຄົນ ) ໄດ້ເປີດເຜີຍການສໍາຫຼວດຈັດອັນດັບເມືອງທີ່ມີຄ່າຄອງຊີບສູງທີ່ສຸດໃນໂລກ ປະຈຳປີ 2022 ຈາກການສຳຫຼວດ 207 ເມືອງ ຈາກ 120 ປະເທດ ແລະ ເຂດປົກຄອງທົ່ວໂລກ, ຜົນປາກົດວ່າ ຮົງກົງ ຍັງຄອງແຊັມເປັນເມືອງທີ່ມີຄ່າຄອງຊີບແພງທີ່ສຸດໃນໂລກ ເປັນປີທີ 3 ຕິດຕໍ່ກັນ.

ການຈັດອັນດັບຄັ້ງນີ້ ໃຊ້ການຄຳນວນຈາກຫຼາຍປັດໄຈໄດ້ແກ່ ລາຄາສະເລ່ຍຂອງສິນຄ້າຫຼັກໆທີ່ໃຊ້ໃນຊີວິດປະຈຳວັນ ເຊັ່ນ: ນົມ, ນ້ຳມັນສຳລັບປຸງແຕ່ງອາຫານ ຕະຫຼອດຮອດຄ່າເຊົ່າທີ່ພັກອາໄສ, ຄ່າສາທາລະນູປະໂພກ, ຄ່າຂົນສົ່ງໂດຍສານສາທາລະນະ ແລະ ການແຂງຄ່າຂອງສະກຸນເງິນທ້ອງຖິ່ນ ໂດຍມຸ່ງເນັ້ນໄປທີ່ຄ່າໃຊ້ຈ່າຍຂອງຄົນຕ່າງປະເທດທີ່ດຳລົງຊີວິດຢູ່ໃນຕ່າງແດນ ເຊິ່ງປາກົດວ່າ

10 ອັນດັບທຳອິດ ມີດັ່ງນີ້:
1). ຮົງກົງ ( ເຂດປົກຄອງພິເສດຂອງຈີນ ).
2). ນະຄອນນິວຢອກ ( ສະຫະລັດອາເມຣິກາ );
3). ເຈນີວາ ( ສະວິດເຊີແລນ ).
4). ນະຄອນຫຼວງລອນດອນ ( ອັງກິດ ).
5). ນະຄອນຫຼວງໂຕກຽວ (ຍີ່ປຸ່ນ)
6). ເທລອາວີຟ ( ອິດສະຣາແອນ );
7). ຊູຣິກ ( ສະວິດເຊີແລນ ).
8). ຊຽງໄຮ້ ( ສປ ຈີນ ).
9). ກວາງໂຈວ ( ສປ ຈີນ ).
10). ນະຄອນຫຼວງເຊອູນ ( ສາທາລະນະລັດເກົາຫຼີ ).