ຂໍ້ດີ ແລະ ຂໍ້ເສຍຂອງການດື່ມເບຍ

127

ມື້ນີ້ເຮົາຈະມາເວົ້າເຖິງເລື່ອງຂອງປະໂຫຍ ແລະ ໂທດຂອງເບຍ ເນື່ອງຈາກສັງຄົມປັດຈຸບັນນີ້ມີຄົນຢ່າງຫຼວງຫຼາຍຫັນມານິຍົມດື່ມເບຍກັນຫຼາຍຂຶ້ນ ເຊິ່ງກໍ່ຂ້ອນຂ້າງວ່າການດື່ມເບຍນີ້ແມ່ນເປັນອັນດັບຕົ້ນໆເລີຍກໍ່ວ່າໄດ້ ເບຍເປັນເຄື່ອງດື່ມທີ່ມີການຜະລິດມາຈາກທັນຍາພືດເຊິ່ງດື່ມໄດ້ ປັດຈຸບັນນີ້ແມ່ນນິຍົມດື່ມເພື່ອສັງສັນຢ່າງຫຼວງຫຼາຍ ແລະ ຈະມາຮູ້ເຖິງປະໂຫຍດຂອງເບຍ.

ປະໂຫຍດຂອງເບຍ: ຊ່ວຍຜ່ອນຄາຍຄວາມຄຽດໄດ້ ເພາະວ່າເບຍມີວິຕາມິນຈາກຢີສ ທີ່ໃຊ້ໃນການບົ່ມເບຍ ກໍຈະອຸດົມໄປດ້ວຍວິຕາມິນ ບີ6, ບີ3 ເຊິ່ງມີປະໂຫຍດຕໍ່ຮ່າງກາຍ ແລະ ເບຍ ຍັງຊ່ວຍປ້ອງກັນພະຍາດບາງພະຍາດໄດ້ ແຕ່ເຮົາຄວນດື່ມໃນປະລິມານທີ່ພໍດີ ບໍ່ຫຼາຍເກີນໄປຍ້ອນວ່າຈະສົ່ງຜົນເສຍຕໍ່ຮ່າງກາຍເຮົາໄດ້

ໂທດຂອງເບຍ: ເປັນທີ່ຮູ້ກັນດີແລ້ວວ່າເບຍເປັນເຄື່ອງດື່ມທີ່ມີແອວກໍຮໍ ທີ່ສາມາດເຮັດໃຫ້ເຮົາສ່ຽງທີ່ຈະເກີດພະຍາດອັນຕະລາຍຕ່າງໆໄດ້ ເຊັ່ນ: ພະຍາດຕັບແຂງ, ພະຍາດເສັ້ນເລືອດໃນສະໝອງແຕກ, ພະຍາດຫຼອດເລືອດໃນສະໝອງອັດຕັນ, ເຮັດໃຫ້ເສຍສຸຂະພາບ ແລະ ຍັງມີພະຍາດຕ່າງໆອີກຫຼາກຫຼາຍ ດັ່ງນັ້ນເຮົາຄວນດື່ມແຕ່ພໍດີພໍງາມ ບໍ່ຄວນດື່ມໃຫ້ເມົາຈົນຂາດສະຕິ ເພາະວ່າອາດຈະສົ່ງຜົນເສຍຕາມມາອີກຫຼາຍຢ່າງ ເຊັ່ນ: ເມົາແລ້ວຂັບ ອາດຈະເຮັດໃຫ້ເກີດຄວາມສູນເສຍອີກ ແລະ ອາດຖືກຕຳຫຼວດຈັບ ເຮັດໃຫ້ເສຍທັງໜ້າທີ່ການງານ ແລະ ເງິນຄຳອີກດ້ວຍ

ໝາຍເຫດ: ດື່ມໄດ້ ແຕ່ຄວນຢູ່ໃນປະລິມານທີ່ພໍດີ

ຈາກ: Lao Youth Radio FM 90.0 Mhz