ນັດແຫ່ງສັກສີລະຫວ່າງ 2 ແຂວງ ຈຳປາສັກ ເອັຟຊີ ພົບ ຫຼວງພະບາງ ເອັຟຊີ ລາວລີກ 1 ແລງນີ້

111

ນັດທີ່ຫຼາຍຄົນລໍຄອຍລະຫວ່າງ ຈໍາປາສັກ ເອັຟຊີ ຈະເປີດບ້ານຮັບການມາຢາມຂອງ ສະໂມສອນແຂວງຫຼວງພະບາງ ໃນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2022 ທ້າຍອາທິດ ມ່ວນແນ່ນອນ ເພາະນັກເຕະທັງສອງທີມສ່ວນໃຫຍ່ແມ່ນມີນັກເຕະໃນຊຸດທີມປະສົມແຂວງທີ່ ຈໍາປາສັກ ເອົາຊະນະ ຫຼວງພະບາງ 2-1 ຄວ້າແຊ້ມບານເຕະທົ່ວປະເທດ 2020.

ການພົບກັນຄັ້ງນີ້ລະຫວ່າງ ຈໍາປາສັກ ເອັຟຊີ ກັບ ຫຼວງພະບາງ ເອັຟຊີ ເປັນຄັ້ງທໍາອິດທີ່ທັງ 2 ທີມໄດ້ພົບກັນໃນເປບຊີ ລາວລີກ 1 ຫຼື ໃນລີກສູງສຸດຂອງ ສປປ ລາວ. ນອກນັ້ນ, ກໍຍັງເປັນຄັ້ງທໍາອິດທີ່ໄປແຂ່ງຂັນຢູ່ແຂວງຈໍາປາສັກ ແລະ ຊາວຈໍາປາສັກ ຈະໄດ້ຕ້ອນຮັບທີມຈາກແຂວງຫຼວງພະບາງ ເປັນຄັ້ງທໍາອິດອີກດ້ວຍ.

ສ່ວນນັກເຕະທີ່ໜ້າຕິດຕາມກໍຄື ທິບພະຈັນ ຄໍາໃບອ່ອນ ຂອງ ຈໍາປາສັກ ເອັຟຊີ ຜູ້ທີ່ເຄີຍຍິງປະຕູໃຫ້ກັບທີມແຂວງຈໍາປາສັກ ໃນນັດຊີງຊະນະເລີດບານເຕະທົ່ວປະເທດ 2020 ທີ່ພາທີມເອົາຊະນະ ຫຼວງພະບາງ 2-1 ກ່ອນຄວ້າແຊັມໄປຄອງ, ສ່ວນ ຫຼວງພະບາງ ເອັຟຊີ ກໍມີ ສິນນະກອນ ກູມະນີຄໍາ ທີ່ເຄີຍຍິງປະຕູໃຫ້ກັບ ທີມແຂວງຫຼວງພະບາງ ຂຶ້ນນໍາ 1-0 ໃນນັດຊີງຊະນະເລີດບານເຕະທົ່ວປະເທດ 2020 ກ່ອນທີ່ສຸດທ້າຍຈະເສຍໃຫ້ກັບ ຈໍາປາສັກ 1-2.

ສໍາລັບ ການແຂ່ງຂັນທ້າຍອາທິດນີ້ມີຢູ 2 ຄູ່ແຂ່ງຂັນໃນວັນເສົາ 11 ມິຖຸນາ 2022 ທັງ 2 ຄູ່ຄື:
– ເວລາ 16:00 ສະໂມສອນ ກິລາບານເຕະ ວຽງຈັນ ພົບ ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ ແຂ່ງຂັນທີ່ສະຫນາມກິລາແຫ່ງຊາດຫຼັກ 16
– ເວລາ 16:00 ສະໂມສອນ ກິລາບານເຕະ ຈຳປາສັກ ພົບ ສະໂມສອນ ກິລາບານເຕະ ຫຼວງພະບາງ ແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຈຳປາສັກ

ສ່ວນຕາຕະລາງຄະແນນລວມ ຊ້າງນ້ອຍ ຍັງນໍາຢູ່ມີ 22 ຄະແນນ, ອັນດັບ 2 ມາສເຕີ 7 ເອັຟຊີ ມີ 14 ຄະແນນ, ອັນດັບ 3 ຫຼວງພະບາງ ມີ 10 ຄະແນນ ແລະ ອັນດັບ 4 ວຽງຈັນ ເອັຟຊີ ມີ 7 ຄະແນນເທົ່າກັບ ອັນດັບ 5 ກອງທັບ ເອັຟຊີ, ອັນດັບ 6 ຈໍາປາສັກ ເອັຟຊີ ມີ 5 ຄະແນນຈາກ 6 ນັດ ແລະ ອັນດັບ 7 ເອສະຣາ ເອັຟຊີ ມີ 5 ຄະແນນຈາກ 7 ນັດ.
ຂ່າວ: Larh Creators