Meta ຮ່ວມສະເຫຼີມສະຫຼອງເດືອນແຫ່ງຄວາມພາກພູມໃຈໄປພ້ອມໆກັບຊຸມຊົນ LGBTQ+ ແລະ ນັກສ້າງເນື້ອຫາ

47

Meta ກຳລັງສະເຫຼີມສະຫຼອງເດືອນແຫ່ງຄວາມພາກພູມໃຈ ດ້ວຍການເປີດໂຕຊຸດຟີເຈີ້ໃນ Theme ດຽວກັນ ເຊິ່ງລວມມີ ອາວາຕາ, ເອັບເຟັກຕ່າງໆ ແລະ ຊຸດສະຕິກເກີໃນທົ່ວແພັດຟອມ, ເພື່ອເປັນການສະເຫຼີມສະຫຼອງໃຫ້ແກ່ຊຸມຊົນເພດທາງເລືອກ ຫຼື LGBTQ+ ທີ່ພວມສ້າງວັດທະນະທຳ ແລະ ຍັງເປັນການປຸກລະດົມໃຫ້ເຫັນວ່າພວກເຂົາສາມາດສະແດງຕົວຕົນທາງເພດ ຜ່ານແພັດຟອມຕ່າງໆແນວໃດ.

ຕັ້ງແຕ່ມື້ນີ້, ທ່ານສາມາດນໍາໃຊ້ ອາວາຕາ ໃນ Theme ຄວາມພາກພູມໃຈ ແລະ ສະຕິກເກີ້ຕ່າງໆເທິງໜ້າ Feed ແລະ Stories ເທິງ Facebook ແລະ Messenger ໄດ້ແລ້ວ, ເຊິ່ງຈະສາມາດນໍາໃຊ້ໄດ້ຕະຫຼອດປີ. ນອກຈາກນີ້, ຍັງໄດ້ເປີດໂຕ ສະຕິກເກີ້ໃນກ້ອງຖ່າຍຮູບເທິງ Instagram, ເຊິ່ງໄດ້ມີການອອກແບບໂດຍຮ່ວມມືກັບ Queer ຫຼື ກຸ່ມຄົນທີ່ມີຄວາມຮັກໂດຍປາສະຈາກກົດເກນທາງເພດ, ສິນລະປິນ ແລະ ນັກສ້າງເນື້ອຫາ ຊາວບຸກຄຣິນ ທີ່ມີຊື່ວ່າ ຊານີ ເບນຈາມິນ.

ນອກນັ້ນເທິງ Messenger, ທ່ານຍັງສາມາດປັບແຕ່ງເອັບເຟັກໂດຍນໍາໃຊ້ Pride Chat Theme ໃນຫ້ອງແຊັດຂອງທ່ານໄດ້, ພ້ອມທັງສະຕິກເກີ້ເພີ່ມເຕີມໃນກ້ອງຖ່າຍຮູບທີ່ອອກແບບໂດຍ Non-binary ຫຼື ກຸ່ມຄົນທີ່ບໍ່ຕ້ອງການຖືກລະບຸເພດຂອງຕົນ, ສິນລະປິນ ແລະ ນັກສ້າງເນື້ອຫາຊາວລອນດອນ ທີ່ມີຊື່ວ່າ ເວນສເດ ໂຮມສ, ເຊິ່ງກຳລັງຈະເປີດໂຕໃນທ້າຍເດືອນນີ້. ພວກເຮົາຍັງໄດ້ເປີດໂຕເອັບເຟັກ AR ໃໝ່ສຸດພິເສດ, ໂດຍການຮ່ວມມືກັບຜູ້ທີ່ໄດ້ຮັບການສະເໜີຊື່ເຂົ້າຊິງລາງວັນ Tony Award ຈາກບຣອດເວ ແລະ ຜູ້ຊະນະລາງວັນ Pulitzer ນາມວ່າ A Stranger Loop. ເອັບເຟັກ AR “Show Your Skills” ຈະແນະນຳແຟນໆສູ່ຂະບວນການຄັດເລືອກ ທີ່ມີຄວາມມ່ວນຊື່ນ ແລະ ການແຈ້ງເຕືອນທີ່ຕ້ອງການດຶງເອົາຄວາມເປັນດາລາໃນຕົວທ່ານອອກມາ, ເຊິ່ງທ່ານສາມາດນໍາໃຊ້ເອັບເຟັກນີ້ໄດ້ທັງເທິງ Reels, Stories ແລະ ໜ້າ Feed ກັນເລີຍ.

ຍິ່ງໄປກວ່ານັ້ນ, ພາຍໃນເດືອນນີ້ ເມຕາຍັງໄດ້ເປີດໂຕ ສູນຄວາມປອດໄພສຳລັບ LGBTQ+ ເທິງ Facebook ເພື່ອສະໜອງແຫຼ່ງຂໍ້ມູນທີ່ເຂົ້າເຖິງງ່າຍ ແລະ ເຮັດໃຫ້ຊຸມຊົນນີ້ຮູ້ສຶກປອດໄພ. ພາຍໃນສູນດັ່ງກ່າວ, ທ່ານຈະໄດ້ເຫັນຫຼາຍໆຟີເຈີ້ດ້ານຄວາມປອດໄພ, ລວມມີຄູ່ມືໃນການເພີ່ມຄວາມປອດໄພຂອງບັນຊີ, ເຄື່ອງມືໃນການຫຼີກລ່ຽງການດູຖູກ ແລະ ການລ່ວງລະເມີດ, ພ້ອມທັງຂໍ້ມູນໃນການລາຍງານເນື້ອຫາທີ່ເປັນອັນຕະລາຍ.

ວິທີການທີ່ Meta ສົ່ງເສີມນັກທຸລະກິດທີ່ມີ LGBTQ+ ເປັນເຈົ້າຂອງ ແລະ ນັກສ້າງເນື້ອຫາ

ປະຈຸບັນ Meta ກຳລັງຂະຫຍາຍທຸລະກິດຂະໜາດນ້ອຍ ແລະ ກາງ ທີ່ມີ LGBTQ+ ເປັນເຈົ້າຂອງໃນທົ່ວເທິງແພັດຟອມຂອງMeta ເພື່ອຊ່ວຍໃຫ້ຊຸມຊົນຂອງຜູ້ຊົມໃຊ້ສາມາດເຕີບໂຕໄດ້, ໂດຍຜ່ານການສຶກສາ ແລະ ການເຊື່ອມຕໍ່. ໃນຊ່ວງອາທິດທຳອິດຂອງເດືອນມິຖຸນາ, Meta ໄດ້ເປີດໂຕ ຄູ່ມືວັດທະນະທຳສຳລັບ LGBTQ+ ໃນທົ່ວໂລກ, ເພື່ອເປັນແຫຼ່ງຂໍ້ມູນໃນການສຶກສາ ແລະ ເປັນແຮງບັນດານໃຈໃນວິທີການສະແດງຕົວຕົນ ເພື່ອສົ່ງເສີມຊຸມຊົນ LGBTQ+. ແລະທີ່ @instagramforbusiness, Meta ກຳລັງຈະຈັດກິດຈະກຳຊັອບປິ້ງແບບ Live ສົດ shopwithPride ໃນທ້າຍເດືອນນີ້, ເຊິ່ງໄດ້ເນັ້ນໜັກ ແລະ ສຸມໃສ່ ທຸລະກິດຂະໜາດນ້ອຍ ແລະ ກາງ ຂອງຊຸມຊົນຊາວອາເມລິກາທີ່ມາຈາກຂົງເຂດອາຊີປາຊີຟິກ ຫຼື AAPI.

ໃນປະເທດລາວ, Meta ໄດ້ສະເຫຼີມສະຫຼອງຄວາມເປັນຕົວຕົນທີ່ແທ້ຈິງ ແລະ ຄວາມເປັນເພື່ອນມິດຜ່ານຊຸມຊົນເພດທາງເລືອກ ເປັນຕົ້ນແມ່ນ ReeRiew ຫຼີລາວທ່ຽວລາວ, ໜຶ່ງໃນນັກສ້າງເນື້ອຫາ LGBTQ+ ທີ່ມີຊື່ສຽງຂອງປະເທດລາວ ເຊິ່ງໄດ້ກ່າວວ່າ: “ເນື່ອງຈາກຜູ້ຄົນສ່ວນຫຼາຍເລີ່ມສາມາດຍອມຮັບໃນຄວາມແຕກຕ່າງໄດ້ແລ້ວ, ພວກເຮົາກໍໄດ້ເຫັນເຖິງການປ່ຽນແປງໄປໃນທາງທີ່ດີຫຼາຍຂຶ້ນຈາກໃຈຈິງ, ໂດຍເລີ່ມຕັ້ງແຕ່ຄອບຄົວ ແລະ ໝູ່ເພື່ອນ ໄປຈົນເຖິງຊຸມຊົນຕ່າງໆທີ່ໃຫຍ່ກວ່າໃນສັງຄົມ. ເຮົາມີຊ່ອງທາງທີ່ມີຄວາມໝາຍຍິ່ງຂຶ້ນໃນການສະແດງອອກເຖິງຕົວຕົນ ແລະ ເຊື່ອມຕໍ່ກັນທາງອອນລາຍຜ່ານແພັດຟອມຕ່າງໆ ເປັນຕົ້ນແມ່ນ Facebook ທີ່ໃຫ້ພື້ນທີ່ທີ່ເຮົາສາມາດເປັນຕົວຂອງຕົວເອງໄດ້ຢ່າງປອດໄພ, ສະແດງຄວາມຫຼົງໄຫຼ ແລະ ຄວາມສາມາດຂອງພວກເຮົາ, ພ້ອມທັງສາມາດທຳລາຍກຳແພງຕ່າງໆທີ່ປິດກັ້ນ. ໃນຖານະທີ່ເປັນສະມາຊິກຂອງຊຸມຊົນ LGBTQ+, ພວກເຮົາພູມໃຈໃນຕົວຕົນຂອງເຮົາ ແລະ ຍິນດີທີ່ຈະສະແດງໃຫ້ໂລກເຫັນວ່າພວກເຮົາເຮັດຫຍັງໄດ້ແດ່.”

ເມື່ອໃດກໍຕາມທີ່ເຮົາໃຫ້ຄຸນຄ່າຄວາມສຳຄັນກັບຄວາມເທົ່າທຽມທາງເພດ, ຕົວຕົນທາງເພດກໍເປັນສິ່ງໜຶ່ງທີ່ເຮົາຕ້ອງໃຫ້ນໍ້າໜັກຄວາມສຳຄັນ ແລະ ບໍ່ສາມາດເບິ່ງຂ້າມໄດ້ເຊັ່ນກັນ. ແລະໃນຖານະທີ່ເປັນແພັດຟອມທີ່ມີຜູ້ໃຊ້ງານຫຼາຍທີ່ສຸດນັ້ນ, ພວກເຮົາເຂົ້າໃຈເຖິງຄວາມສຳຄັນຂອງຄວາມຫຼາກຫຼາຍ, ສິດໃນການສະແດງອອກ, ແລະ ກຽດສັກສີຂອງທຸກໆຄົນ.

ມາຮ່ວມທົດລອງໃຊ້ເຄື່ອງມື ແລະ ຄຸນສົມບັດໃໝ່ລ່າສຸດຂອງພວກເຮົາ ເພື່ອສະແດງຕົວຕົນຂອງທ່ານຜ່ານແພັດຟອມຂອງເຮົາ ແລະ ຍົກລະດັບຊຸມຊົນ LGBTQ+ ໄປພ້ອມໆກັນກັບຜູ້ໃຊ້ງານໃນທົ່ວໂລກໃນຊ່ວງເດືອນແຫ່ງຄວາມພາກພູມໃຈນີ້.