ເປີດໂອກາດສໍາລັບສາວໆທີ່ມີຄວາມຝັນຢາກເປັນນາງງາມ ເວທີ Miss Grand Laos ເປີດຮັບສະໝັກແລ້ວ

103

ຫຼັງຈາກທີ່ມີການຖະແຫຼງຂ່າວໄປຢ່າງອະລັງການຂອງເວທີປະກວດ ເພື່ອເຟັ້ນຫາສາວງາມຜູ້ທີ່ມີຄວາມພ້ອມທັງຄວາມຮູ້, ຄວາມສາມາດ ກ້າສະແດງອອກ ແລະ ພ້ອມໃຊ້ ເພື່ອເປັນໃບໜ້າໃບຕາໃນການປະກວດຢູ່ເວທີລະດັບໂລກ ນັ້ນກໍຄືເວທີການປະກວດ Miss Grand Laos ປະຈຳປີ 2022 ເຊິ່ງພິທີຖະແຫຼງຂ່າວງານດັ່ງກ່າວແມ່ນຈັດຂຶ້ນທີ່ Le Thatluang D’or Boutique Hotel ເມື່ອວັນທີ 3 ມິຖຸນາ 2022.

ໃນຕອນນີ້ທາງກອງປະກວດ ກໍພ້ອມທີ່ຈະເປີດໂອກາດໃຫ້ກັບນ້ອງໆຜູ້ທີ່ມີຄວາມຝັນ ແລະ ຢາກຈະເຮັດຄວາມຝັນຂອງຕົນເອງໃຫ້ເປັນຈິງແລ້ວ ເຊິ່ງໄດ້ເປີດຮັບສະໝັກເອົາສາວງາມ ເພື່ອມາປະກວດໃນການສະແດງ ຄວາມສາມາດໃນດ້ານຕ່າງໆ ບໍ່ວ່າຈະເປັນການເດີນແບບ, ຄວາມສາມາດ, ທັກສະໃນການຕອບຄໍາຖາມ, ພາສາ, ຮູບຮ່າງໜ້າຕາ ແລະ ໄຫວພິບປະຕິພານຕ່າງໆ ເຊິ່ງຜູ້ທີ່ມີຄວາມພ້ອມທີ່ສຸດແມ່ນຈະໄດ້ຄອບຄອງມົງກຸດອັນຊົງຄຸນຄ່ານັ້ນຢ່າງແນ່ນອນ.

ສາວງາມຄົນໃດທີ່ຢາກຈະເຮັດຄວາມຝັນຂອງຕົນເອງໃຫ້ເປັນຈິງ ກໍຢ່າລືມຟ້າວຂຽນໃບສະໝັກໄດ້ເລີຍ ເພາະໄດ້ເປີດຮັບແລ້ວຕັ້ງແຕ່ມື້ນີ້ເປັນຕົ້ນໄປ ໂດຍຜູ້ທີ່ຢາກຄອບຄອງມົງກຸດອັນຊົງຄຸນຄ່າຈາກເວທີ Miss Grand Laos 2022 ນີ້ ແມ່ນຕ້ອງປະກອບດ້ວຍເງື່ອນໄຂ ຄື: ຕ້ອງເປັນນາງສາວລາວ ທີ່ມີອາຍຸ 18 – 28 ປີ ມີສັນຊາດລາວ ແລະ ມີສ່ວນສູງຕັ້ງແຕ່ 165 ຊັງຕີແມັດຂຶ້ນໄປ, ເປັນເພດຍິງໂດຍກໍາເນີດ ບໍ່ເຄີຍຜ່ານການແຕ່ງດອງ, ໝັ້ນ ຫຼື ມີບຸດມາກ່ອນ. ພ້ອມນີ້, ແມ່ນບໍ່ເຄີຍມີປະຫວັດເສື່ອມເສຍມາກ່ອນ ເຊິ່ງລາຍລະອຽດເພີ່ມຕື່ມແມ່ນສາມາດເບິ່ງໄດ້ທີ່ໃບສະໝັກ ດ້ວຍການດາວໂຫຼດ ແລະ ສົ່ງຟອມສະໝັກໄດ້ທີ່ Facebook Page: Miss Grand Laos- ມີສແກຣນລາວ ຫຼື ຮ້ານແພັດຕີ້ ເສີມຄວາມງາມ.

ສໍາລັບຜູ້ທີ່ມີຄວາມສົນໃຈຢູ່ນະຄອນຫຼວງວຽງຈັນ ແມ່ນສາມາດໄປສະໝັກທີ່ໜ້າງານເລີຍກໍໄດ້ ໃນວັນສຸກ ທີ 10 ຫາ ວັນອາທິດ ທີ 12 ມິຖຸນາ 2022 ນີ້ ທີ່ນະຄອນຫຼວງວຽງຈັນ ສູນການຄ້າພາກຊັນ ປະຕູ C ຂ້າງທະນາຄານ MARUHAN ຕັ້ງແຕ່ເວລາ 10:00 – 18:00 ໂມງ ແລະ ສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ We Are Grand The One And Only.

ຕາຕະລາງການລົງຮັບສະໝັກຂອງກອງປະກວດ Miss Grand Laos 2022 ນີ້ ໃນວັນທີ 10 -12 ມິຖຸນາ 2022 ຢູ່ທີ່ສູນການຄ້າພາກຊັນ; ວັນທີ 16 ມິຖຸນາ 2022 ທີ່ ປາກເຊ; ວັນທີ 18 ມິຖຸນາ 2022 ທີ່ແຂວງສະຫວັນນະເຂດ; ວັນທີ 20 ມິຖຸນາ 2022 ທີ່ແຂວງຊຽງຂວາງ ແລະ ໃນວັນທີ 24 – 25 ມິຖຸນາ 2022 ທີ່  ແຂວງຫຼວງພະບາງ ນັ້ນເອງ.

ສຸດທ້າຍນີ້ ສໍາລັບສາວງາມຄົນໃດທີ່ມີຄວາມຝັນ ແລະ ຢາກສະແດງສັກກະຍະພາບຄວາມສາມາດຂອງຕົນເອງໃຫ້ຄົນທັງໂລກໄດ້ຮູ້ ຕ້ອງຮີບຟ້າວສະໜັກແລ້ວ ບໍ່ຕ້ອງຄອຍຖ້າເວລາ ເພາະເວລາກໍບໍ່ຄອຍຖ້າເຮົາເຊັ່ນກັນ. ສະນັ້ນ, ເມື່ອໂອກາດມາເຖິງແບບນີ້ແລ້ວ ຕ້ອງຄວ້າໄວ້ ແລະ ເຮັດມັນຢ່າງເຕັມທີ່ ສຸດ ຄວາມສາມາດ ແລະ ນໍາເອົາມົງກຸດອັນຊົງຄຸນຄ່າ ແລະ ຄວາມຝັນຂອງແມ່ຍິງທຸກຄົນ ມາຄອບຄອງໃຫ້ໄດ້ Miss Grand Laos 2022.

[ ຮູບ: Miss Grand Laos ]