ສາຍຄູໃຜສົນໃຈ ເສັງໄດ້ເດີ້ 2 ຕຳແໜ່ງທີ່ວິທະຍາໄລລາວເຢຍລະມັນ

0
341

ວິທະຍາໄລລາວ-ເຢຍລະມັນ ປະກາດເສັງຄັດເລືອກລັດຖະກອນຄູ ປະຈຳປີ 2022 ປີນີ້ ຮັບສອງຕຳແໜ່ງ ໃຜທີ່ກຳລັງຄິດຢາກປະກອບອາຊີບນີ້ ຫຼືຮັກມັກໃນການສອນໜັງສື ໃນສາຍທີ່ກ່ຽວຂ້ອງຢ່າລໍຊ້າເພາະໂອກາດບໍໄດ້ມາຕະຫຼອດເດີ້!


ຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ ຂໍແຈ້ງມາຍັງບັນດານັກສຶກສາທີ່ຮຽນຈົບ ແລະຜູ້ທີ່ສົນໃຈສະໝັກເປັນຄູສອນວິຊາອະຊີວະສຶກສາຊາບວ່າ: ວິທະຍາໄລເຕັກນິກລາວ-ເຢຍລະມັນ ມີຄວາມຕ້ອງການຮັບສະໝັກລັດຖະກອນໃໝ່ປະຈຳປີ 2022 ຕາມສາຂາວິຊາ ແລະເງື່ອນໄຂດັ່ງລຸ່ມນີ້:


ສາຂາວິຊາທີ່ຕ້ອງການປະກອບມີ1 ຄູສາຂາໄຟຟ້າ-ເອເລັກໂຕຣນິກ 1 ຕຳແໜ່ງ, 2. ຄູສາຂາເຕັກນິກລົດຍົນ ຫຼື ກົນຈັກໜັກ 1 ຕຳແໜ່ງ. ເງື່ອນໄຂຜູ້ສະໝັກ ແມ່ນຮຽນຈົບວິຊາສະເພາະລະດັບຊັ້ນສູງຂຶ້ນໄປໃນສາຂາວິຊາໄຟຟ້າເຕັກນິກ, ເຕັກໂນໂລຊີບົດຍົນ ຫຼື ກົນຈັກໜັກ ແລະມີຄະແນນ GPA ແຕ່ 3,20 ຂຶ້ນໄປ.


ມີອາຍຸແຕ່ 18 ປີຂຶ້ນໄປ ແຕ່ກໍ່ກາຍ 35 ປີ, ເປັນຄົນສັນຊາດລາວໂດຍກຳເນີດ ຫຼື ໄດ້ຮັບສັນຊາດລາວຕັ້ງແຕ່ 3 ປີຂຶ້ນໄປ ມີປະຫວັດການເຄື່ອນໄຫວຈະແຈ້ງບໍ່ເຄີຍຖືກສານຕັດສິນຕັດອິດສະຫຼະພາບມາກ່ອນ ມີອາຊີບແຂງແຮງ ແລະຮັກໃນອາຊີບຄູ(ຖ້າມີປະສົບການມາກ່ອນຈະພິຈາລະນາເປັນພິເສດ).


ສຳລັບວິຊາສອບເສັງແມ່ນມີ 4 ວິຊາດັ່ງນີ້ ໜວດວິຊາທົ່ວໄປ, ວິຊາຄູ, ໝວດວິຊາສະເພາະ ແລະສຳພາດຕົວຈີງ. ຜູ້ສົນໃຈສອບເສັງແມ່ນສາມາດພົວພັນເອົາເອກະສານ, ຄຳຮ້ອງ ແລະສົ່ງຄຳຮ້ອງສອບເສັງໄດ້ທີ່ວິທະຍາໄລເຕັກນິກລາວ-ເຢຍລະມັນ ລະຫວ່າງວັນທີ 8-20 ມິຖຸນາ 2022 ໃນວັນເວລາລັດຖະການ, ສ່ວນມື້ເສັງຄັດເລືອກແມ່ນຈະຈັດຂຶ້ນໃນວັນທີ 21 ມິຖຸນາ 2022ນີ້ ເວລາ 8:30 ໂມງເປັນຕົ້ນໄປ.

ອ່ານເອກະສານ ເພື່ອຄວາມເຂົ້າໃຈ

LEAVE A REPLY

Please enter your comment!
Please enter your name here