ເປີດເປັນທາງການພິທີຂຸດແຮ່ຫາຍາກ ທີ່ແຂວງ ຫົວພັນ

148

ວັນທີ 7 ມີຖຸນາ 2022 ຜ່ານມານີ້້ ຢູ່ທີ່ແຂວງຫົວພັນ ໄດ້ມີພິທີເປີດໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ໃນເນື້ອທີ່ 5 ກິໂລຕາແມັດ ແລະ ໂຄງການສຳຫຼວດແຮ່ຫາຍາກ ໃນເນື້ອທີ່ 45 ກິໂລຕາແມັດ ເຂດບ້ານ ອຸໄທ, ບ້ານ ສົບຊາຍ ເມືອງ ຫົວເມືອງ ແລະ ບ້ານ ທັບເຜິ້ງ ເມືອງ ຊໍາເໜືອ ແຂວງ ຫົວພັນ ຂອງບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກພາກເໜືອ 2 ຈຳກັດ. ກ່າວເປີດໂດຍທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່, ມີທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງ-ແຂວງຫົວພັນ,ທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີພາກສ່ວນກ່ຽວຂ້ອງຂັ້ນສູນກາງ, ຂັ້ນທ້ອງຖີ່ນ, ປະທານບໍລິສັດ ແລະ ກຳມະກອນເຂົ້າຮ່ວມ.

ທ່ານລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າໂຄງການດັ່ງກ່າວເປັນຂອງບໍລິສັດ ລາວ-ຈີນ ພັດທະນາ ແຮ່ຫາຍາກ ພາກເໜືອ (2) ຈໍາກັດ ເປັນວິສາຫະກິດປະສົມ ລະຫວ່າງ ບໍລິສັດ Beijing Platinium World Technology Development Co.,Ltd ແລະ ບໍລິສັດ ຜາແດງຮຸ່ງເຮືອງ ສຳຫຼວດ ແລະ ຂຸດຄົ້ນແຮ່ທາດ ຈຳກັດຜູ້ດຽວ, ໄດ້ເຊັນສັນຍາວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຫາຍາກ(ແບບທົດລອງ) ຄັ້ງວັນທີ 28 ມັງກອນ 2022 (ມີອາຍຸ 03 ປີ ສັນຍາມີອາຍຸຮອດ ວັນທີ 27 ມັງກອນ 2025) ຢູ່ເຂດບ້ານອຸໄທ ແລະ ບ້ານສົບຊາຍ, ເມືອງຫົວເມືອງ, ບ້ານທັບເຜິ້ງ, ເມືອງຊໍາເໜືອ, ແຂວງຫົວພັນ, ໃນເນື້ອທີ່ 500 ເຮັກຕາ ແລະ ໄດ້ຮັບໃບອະນຸຍາດລົງທຶນ ສະບັບເລກທີ 010-2022/ກຜທ.ລທ3, ລົງວັນທີ 04 ກຸມພາ 2022. ນອກນັ້ນ ບໍລິສັດ ກໍ່ຍັງໄດ້ມອບຄ່າຊັບພະຍາກອນໃຫ້ລັດຖະບານ; ໄດ້ຮັບໃບອະນຸຍາດຂຸດຄົ້ນບໍ່ແຮ່ ສະບັບເລກທີ 6-22/ພບ.ກຄບ, ລົງວັນທີ 1 ມີນາ 2022; ໄດ້ຮັບໃບອະນຸຍາດດຳເນີນກິດຈະການໂຮງງານປຸງແຕ່ງແຮ່ທາດ ສະບັບເລກທີ 15-22/ພບ.ກຄບ.4, ລົງວັນທີ 1 ມີນາ 2022;

ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກຢູ່ໃນເນື້ອທີ່ 05 ກິໂລຕາແມັດ ຢູ່ເມືອງ ຫົວເມືອງ ແລະ ເມືອງ ຊໍາ ເໜືອ, ແຂວງ ຫົວພັນ ຂຶ້ນຢ່າງເປັນທາງການໃນມື້ນີ້ມີຄວາມສໍາຄັນຫຼາຍ, ຍ້ອນວ່າ : ໂຄງການນີ້ແມ່ນໂຄງການພັັດທະນາອຸດສາຫະກໍາບໍ່ແຮ່ ທີ່ມີລັກສະນະຍຸດທະສາດ ແລະ ຖືກກໍານົດໄວ້ແຜນຍຸດທະສາດ ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ໄລຍະ 5 ປີ (2021-2025) ແລະ ຮອດປີ 2030.

ໂຄງການດັ່ງກ່າວ ກໍພວມຢູ່ໃນທ່າມບັນຍາກາດ ທີ່ຖັນແຖວພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນລາວ ບັນດາເຜົ່າ ພວມເລີ່ມເຂົ້າສູ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງຢູ່ໃນຊີວິດສັງຄົມດ້ວຍບັນຍາກດທີ່ຕັ້ງໜ້າ.

ນອກນີ້ ສປປ ລາວ ໄດ້ວາງແນວທາງ ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ເພື່ອພັດທະນາປະເທດຊາດ ກ້າວຂຶ້ນຕາມທິດຍືນຍົງ ສູ່ຈຸດໝາຍສັງຄົມນິຍົມ. ໃນນີ້, ໄດ້ກໍານົດເອົາການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຊຶ່ງແມ່ນທ່າແຮງທີ່ສໍາຄັນຂອງ ສປປ ລາວ ເພື່ອພື້ນຖານໃຫ້ແກ່ການພັດທະນາເສດຖະກິດແຫ່ງຊາດ ແນໃສ່ຈັດສັນ ແລະ ນຳໃຊ້ແຫຼ່ງຊັບພະຍາກອນຂອງຊາດ ໃຫ້ມີປະສິດທິຜົນສູງ, ຕາມທິດພັດທະນາແບບເປັນມິດກັບສິ່ງແວດລ້ອມ ແລະ ມີລັກສະນະຍືນຍົງ.

ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກຢູ່ໃນເຂດພາກເໜືອ ແລະ ຢູ່ໃນສປປ ລາວ ເວົ້າລວມ ກໍ່ຄືການພັດທະນາແມ່ນໂຄງການ ຊຶ່ງນຳໃຊ້ເຕັກນິກທີ່ທັນສະໄໝ, ນຳໃຊ້ທຶນກໍ່ສ້າງສູງ, ມີລັກສະນະຄົບວົງຈອນ ແລະ ເປັນມິດກັບສິ່ງແວດລ້ອມ ເຊີ່ງຜົນສໍາເລັດໃນການພັດທະນາໂຄງການດັ່ງກ່າວນີ້ຈະເປັນເງື່ອນໄຂ ແລະ ເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການພັດທະນາອຸດສາຫະກໍາບໍ່ແຮ່ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໃນສະເພາະໜ້າ ແລະ ຍາວນານ.

ສູນຂ່າວພະລັງງານ ແລະ ບໍ່ແຮ່