ເພື່ອສະໜອງທຶນເຂົ້າໃນການພັດທະນາ, ການກໍ່ສ້າງ ແລະ ຈັດຊື້ອຸປະກອນທີ່ຈຳເປັນ ສຳລັບໂຄງການທ່າບົກທີ່ໄດ້ລະດັບມາດຕະຖານສາກົນແຫ່ງທຳອິດຂອງ ສປປ ລາວ ຫຼື ເອີ້ນວ່າໂຄງການທ່າບົກທ່ານາແລ້ງ ທີ່ນອນຢູ່ໃນສ່ວນໜຶ່ງຂອງເຂດວຽງຈັນໂລຊິດສະຕິກ ນະຄອນຫຼວງວຽງຈັນ, ອົງການ IFC ໄດ້ຈັດສັນທຶນສະໜອງເງິນກູ້ ຈຳນວນ 67 ລ້ານໂດລາສະຫະລັດ ພັດທະນາໂຄງການດັ່ງກ່າວ.
ພິທີເຊັນສັນຍາສະໜອງເງິນກູ້ ລະຫວ່າງ ອົງການການເງິນສາກົນ ຫຼື ( IFC ) ແລະ ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນວັນທີ 7 ມິຖຸນາ 2022 ທີ່ນະຄອນຫຼວງວຽງຈັນ ລົງນາມໂດຍ ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈຳກັດ, ທັງເປັນປະທານ ບໍລິສັດ ທ່າບົກທ່ານາແລ້ງ ແລະ ທ່ານ ວິເກຣມ ກຸມາ ຜູ້ຈັດການພັດທະນາຝ່າຍທຸລະກິດໃໝ່ ໃນຂົງເຂດອາຊີ ແລະ ປາຊີຟິກ ຂອງອົງການ IFC ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍຄະນະບໍລິຫານທັງ 2 ອົງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຈັນທອນ ສິດທິໄຊ ກ່າວວ່າ: ການເຊັນສັນຍາຄັ້ງນີ້ ແມ່ນເປັນການເຊັນສັນຍາເງິນກູ້ 3 ສະບັບ ວົງເງິນ 67 ລ້ານໂດລາ ເປັນບາດກ້າວທຳອິດໃນການສະໜອງເງິນທຶນຂອງ IFC ແລະ ຈະສູ່ບາດກ້າວຕໍ່ໄປ ເພື່ອສະໜັບສະໜູນໂຄງການທ່າບົກທ່ານາແລ້ງ ໃຫ້ສຳເລັດດ້ານພື້ນຖານໂຄງລ່າງ ເພື່ອອຳນວຍ ຄວາມສະດວກໃຫ້ແກ່ສິນຄ້າຜ່ານແດນ. ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ນອນຢູ່ໃນຍຸດທະສາດ ວ່າດ້ວຍການຂົນສົ່ງ ແລະ ເຊື່ອມໂຍງດ້ານໂລຈິສຕິກແຫ່ງຊາດ ເປັນໂຄງການຍຸດສາດສຳຄັນຂອງລັດຖະບານ ເຊິ່ງເປັນໜຶ່ງໃນທ່າບົກ 9 ທ່າຂອງ ສປປ ລາວ ທີ່ໄດ້ມີຍຸດທະສາດ ວ່າດ້ວຍການເຊື່ອມໂຍງ.
ໂຄງການທ່າບົກ ທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ໄດ້ເຊັນສັນຍາສໍາປະທານຈາກລັດຖະບານ ວັນທີ 3 ກໍລະກົດ 2020 ແລະ ໄດ້ເລີ່ມການກໍ່ສ້າງໂຄງການໃນເດືອນທັນວາຂອງປີດຽວກັນ ລວມໄລຍະເວລາການກໍ່ສ້າງ 11 ເດືອນ ດ້ວຍມູນຄ່າໂຄງການຈາກການສຶກສາສຳຫຼວດເບື້ອງຕົ້ນ 727 ລ້ານໂດລາ, ແຕ່ໃນໄລຍະທຳອິດ ໄດ້ກໍ່ສ້າງສຳເລັດເຂດທ່າບົກທ່ານາແລ້ງ ແລະ ໄລຍະ 2 ແມ່ນເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ. ສຳລັບທ່າບົກທ່ານາແລ້ງ ພາຍຫຼັງເປີດໃຫ້ບໍລິການ 6 ເດືອນຜ່ານມາ ກໍເປັນທີ່ຕອບຮັບຈາກສາກົນ ກໍຄືການຂົນສົ່ງສິນຄ້າຜ່ານແດນຈາກ ສປ ຈີນ ຜ່ານ ສປປ ລາວ ໄປປະເທດໄທ ແລະ ໄປນາໆປະເທດໃນພາກພື້ນ ແລະ ສິນຄ້າຈາກໄທ ຜ່ານ ສປປ ລາວ ໄປ ສປ ຈີນ ລວມມີຈຳນວນ 10 ພັນກວ່າຕູ້ຄອນເທນເນີ.
ທ່ານ ຈັນທອນ ສິດທິໄຊ ໃຫ້ຮູ້ຕື່ມວ່າ: ການພັດທະນາໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ພວກເຮົາໄດ້ເຮັດການສຶກສາມາຫຼາຍປີ ຄຽງຄູ່ກັບການສຶກສາແຫຼ່ງທຶນ ກໍຄືການສຶກສາຮ່ວມມືກັບອົງການ IFC ເພື່ອກົນໄກການຮ່ວມມື ເພື່ອພັດທະນາໂຄງການດັ່ງກ່າວ ແລະ ການຮ່ວມມືກັບ IFC ເປົ້າໝາຍແມ່ນຢາກຍົກລະດັບໂຄງການທ່າບົກນີ້ໃຫ້ໄດ້ມາດຕະຖານສາກົນ ຈຶ່ງໄດ້ຊອກຫາແຫຼ່ງທຶນທີ່ໄດ້ມາດຕະຖານ ກໍຄືອົງການ IFC ເພື່ອເຂົ້າມາຍົກລະດັບໂຄງການ, ສະໜັບສະໜູນດ້ານການເງິນ, ເປັນທີ່ປຶກສາ. ສະນັ້ນ, ການກູ້ຢືມ ຫຼື ຮ່ວມມືກັບ IFC ບໍ່ເປັນພຽງການກູ້ຢືມ ຫຼື ການສະໜອງທຶນລະຫວ່າງ 2 ອົງການ, ແຕ່ພວກເຮົາເປັນຄູ່ຮ່ວມຍຸດທະສາດ ວ່າດ້ວຍການຮ່ວມກັນພັດທະນາ ເພາະວ່າ IFC ນອກຈາກການໃຫ້ທຶນແລ້ວຍັງໃຫ້ຄຳປຶກສາໃນຫຼາຍໆດ້ານ ເຊັ່ນ: ດ້ານສິ່ງແວດລ້ອມ, ເຕັກນິກ, ຮູບແບບການບໍລິການຈັດການ ເຊິ່ງພວກເຮົາກໍໄດ້ຮັບການສະໜັບສະໜູນໃຫ້ ຄວາມຮູ້ ແລະ ຍົກລະດັບການບໍລິຫານ ຈາກ IFC ຈຶ່ງກ້າວເຖິງການເຊັນສັນຍາໃນມື້ນີ້.
ທ່ານ ວິເກຣມ ກຸມາ ກ່າວວ່າ: ໂຄງການທີ່ເປັນການລິເລີ່ມທຳອິດໂຄງການນີ້ ສະແດງໃຫ້ເຫັນໄດ້ວ່າ ຖ້າມີການຈັດວາງໂຄງສ້າງຂອງໂຄງການໃຫ້ໄດ້ດີແຕ່ຕົ້ນແລ້ວ ເຖິງວ່າຈະຢູ່ໃນຕະຫຼາດທີ່ມີຂະໜາດນ້ອຍຄືກັບ ສປປ ລາວ ກໍສາມາດເປີດຊ່ອງທາງເຂົ້າຫາແຫຼ່ງທຶນໃນລະດັບສາກົນໄດ້. ນອກນັ້ນ, ຍັງສາມາດນຳໃຊ້ເປັນຕົວແບບທີ່ມີປະໂຫຍດສຳລັບໂຄງການພື້ນຖານໂຄງລ່າງໃນອະນາຄົດ ທັງຢູ່ໃນ ສປປ ລາວ ກໍຄືຢູ່ບັນດາປະເທດກຳລັງພັດທະນາອື່ນໆ.
ທ່ານກ່າວຕື່ມອີກວ່າ: ການນຳໃຊ້ການສະໜອງທຶນແບບປະສົມປະສານ ຊ່ວຍໃຫ້ອົງການ IFC ສາມາດຊຸກຍູ້ໂຄງການທີ່ມີຄວາມສ່ຽງໃນລະດັບຂ້ອນຂ້າງສູງ ແຕ່ມີທ່າແຮງໃນການສ້າງຜົນກະທົບທາງດ້ານການພັດທະນາທີ່ແຂງແຮງ ແລະ ຍືນຍົງ. ພື້ນຖານໂຄງລ່າງທາງດ້ານໂລຈິສຕິກທີ່ເຂັ້ມແຂງເປັນກຸນແຈສຳຄັນ ເພື່ອເສີມສ້າງຄວາມສາມາດແຂ່ງຂັນຂອງ ສປປ ລາວ ແລະ ກຽມຄວາມພ້ອມໃຫ້ປະເທດກາຍເປັນສູນກາງການເຊື່ອມໂຍງເຊື່ອມຈອດຂອງພາກພື້ນ, ຊ່ວຍສ້າງວຽກເຮັດງານທຳ ແລະ ຊ່ວຍຂັບເຄື່ອນການຂະຫຍາຍຕົວທາງເສດຖະກິດ.
[ ຂ່າວ: ສັນຕິ, ຮູບ: Action Pro ]