ສຶກສາຄວາມເປັນໄປໄດ້ຜະລິດຈາກມັນຕົ້ນ ແລະ ອ້ອຍຄາດປີ 2023 ໄດ້ນໍາໃຊ້

254

ລັດວິສາຫະກິດນໍ້າມັນເຊື້ອໄຟລາວ(ລນລ) ເຊັນບົດບັນທຶກ ກັບບໍລິສັດ ກ່າຍອາ ເປໂຕຣ ຈໍາກັດ(ສ.ເກົາຫຼີ)ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາ ໂຄງການ ພະລັງງານຊີວະພາບ (ນໍ້າມັນໄບໂອ ອອຍ) ພາຍຫຼັງເຊັນສັນຍາ ຄາດວ່າຈະໃຊ້ເວລາ 6 ເດືອນ ໃຫ້ສາມາດຜະລິດນໍ້າມັນອອກຈໍາໜ່າຍໃນທ້ອງຕະຫຼາດ ກໍາລັງການຜະລິດ ສະເລ່ຍ 25 ລ້ານລິດຕໍ່ເດືອນ.

ພິທີເຊັນສັນຍາ MOU ມີຂຶ້ນວັນທີ 6 ມິຖຸນາ 2022 ທີ ລນລ ໂດຍການເຂົ້າຮ່ວມຂອງທ່ານ ສີສັງຄົມ ໂຄດໂຍທາ ຜູ້ອໍານວຍການ ລນລ, ທ່ານ Sam Maeng ປະທານສະມາຄົມອຸດສາຫະກຳການຮ່ວມມືລາວ – ສ.ເກົາຫຼີ, ທ່ານ ສິດທິ ສີລາເພັດ ປະທານບໍລິສັດ ສິດທິ ທີ່ປຶກສາ ແລະ ການຄ້າ ຈໍາກັດຜູ້ດຽວ ແລະ ພະນັກງານທັງສອງຝ່າຍເຂົ້າຮ່ວມ.

ທ່ານ ສີສັງຄົມ ໂຄດໂຍທາ ກ່າວວ່າ: ການເຊັນສັນຍາຄັ້ງນີ້ ຖືວ່າເປັນການສ້າງຄວາມຝັນຂອງ ລນລ ໃຫ້ເປັນຈິງ ເນື່ອງຈາກພວກເຮົາມີແນວຄິດຢາກນໍາໃຊ້ວັດຖຸດິບພາຍໃນເພື່ອມາຜະລິດເປັນພະລັງງານສະອາດ ເຊິ່ງລັດຖະບານກໍຫັນການນໍາໃຊ້ພະລັງງານທີ່ມີພາຍໃນ ໂດຍສະເພາະທີ່ໄດ້ຈາກຂະບວນການຜະລິດຈາກພືດ ເພື່ອນໍາໃຊ້ວັດຖຸດິບພາຍໃນມາຜະລິດເປັນພະລັງງານ ເຊື່ອວ່າ ບໍລິສັດກ່າຍອາ ເປໂຕຣ ມີບົດຮຽນ, ມີເທັກໂນໂລຊີ, ມີຄວາມຮູ້ ແລະ ເຄື່ອງຈັກທັນສະໄໝ ສ່ວນ ລນລ ມີການຕະຫຼາດ ມີໂຄງລ່າງພື້ນຖານຮອງຮັບການຜະລິດຈະເຮັດໃຫ້ ໂຄງການດັ່ງກ່າວປະສົບຜົນສໍາເລັດ.

ທ່ານກ່າວວ່າ ພາຍຫຼັງເຊັນສັນຍາຄັ້ງນີ້ ກໍໃຫ້ເຈົ້າໜ້າທີ່ກ່ຽວຂ້ອງທັງສອງຝ່າຍເລັ່ງ ເຮັດເຮັດເປັນແຜນງານລະອຽດ ເພື່ອເຮັດໃຫ້ສາມາດຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ສໍາເລັດໂດຍໄວ.
ທ່ານ Sam Maeng ກ່າວວ່າ: ໂຄງການດັ່ງກ່າວພວກເຮົາໄດ້ເຮັດການສຶກສາສໍາຫຼວດເບິ່ງແຫຼ່ງວັດຖຸດິບ ມາໄດ້ຫຼາຍປີສົມຄວນ ເຊິ່ງມາຮອດປັດຈຸບັນ ເຫັນວ່າ ສະພາບການລາຄານໍ້າມັນມີການປັບໂຕຂຶ້ນສູງ ແລະ ຂອດສະໜອງບໍ່ຕໍ່ເນື່ອງ ຈຶ່ງເຮັດໃຫ້ມີການເຊັນສັນຍາກັບ ລນລ ໃນຄັ້ງນີ້ ພວກເຮົາເຊື່ອວ່າ ພາຍຫຼັງເຊັນສັນຍາຈະສາມາດຈັດຕັ້ງໂຄງການນີ້ໃຫ້ສໍາເລັດໂດຍໄວ ເນື່ອງຈາກເຮົາມີການສຶກສາ ສໍາຫຼວດມາກ່ອນໜ້ານີ້ແລ້ວ ເຊິ່ງຖ້າໂຄງການນີ້ສໍາເລັດ ຈະເຮັດໃຫ້ ອຸດສາຫະກຳປຸງແຕ່ງຈາກກະສິກໍາມີການຂະຫຍາຍໂຕຍິ່ງຂຶ້ນ.

ທ່ານ ສິດທິ ສີລາເພັດ ກ່າວວ່າ: ພວກເຮົາມີຖານຂໍ້ມູນທີ່ກະກຽມໄວ້ແລ້ວ ເພື່ອໃຫ້ສອດຄ່ອງກັບນະໂຍບາຍຂອງການລົງທຶນ ຈະໃຊ້ເວລາ 3 ເດືອນໃນການສຶກສາ ແລະ ໄລຍະເວລາ 6 ເດືອນເພື່ອເລີ່ມຜະລິດ ເຊິ່ງພວກເຮົາມີ ຄູ່ຮ່ວມງານກັບ ລນລ ເຊິ່ງມີທ່າແຮງດ້ານການຕະຫຼາດ, ມີລະບົບສາງນໍ້າມັນ ພວກເຮົາພຽງ ແຕ່ເພີ່ມເທັກໂນໂລຊີ, ວັດຖຸດິບ ແລະ ເຄື່ອງຈັກມາປະກອບຈະເຮັດໃຫ້ໂຄງການສໍາເລັດໄວຂຶ້ນ. ຄາດວ່າມູນຄ່າການລົງທຶນເບື້ອງຕົ້ນ 15 ລ້ານໂດລາ ສະຫະລັດ ກໍາລັງການຜະລິດ 1 ລ້ານລິດຕໍ່ມື້, ຈະຜະລິດ 25 ມື້ຕໍ່ເດືອນສ່ວນອີກ 5 ມື້ແມ່ນຈະພັກເຄື່ອງຈັກເພື່ອລ້າງ ທໍາຄວາມສະອາດໂຮງງານ ໝາຍວ່າສະເລ່ຍ 25 ລ້ານລິດຕໍ່ເດືອນ

ໂຮງງານຈະຕັ້ງຢູ່ ສ້າງເກັບນໍ້າມັນ ເມືອງຫາດຊາຍຟອງ ຈະຜະລິດໃຫ້ໄວທີ່ສຸດ ວັດຖຸດິບ ຈະເປັນເຫຼົ້້າ ແອນຕານໍ ທີ່ໄດ້ຈາກຂະບວນການໝັກຈາກ ມັນຕົ້ນ ແລະ ອ້ອຍ ພ້ອມນັ້ນຈະມີສານເຄມີອີກ 12 ຊະນິດເພື່ອມາປະສົມ.
ຄຸນນະພາບຂອງນໍ້າມັນເຮົາດີກວ່າ ນໍ້າມັນແອັດຊັງທໍາມະດາທີ່ຂາຍໃນປັດຈຸບັນ ໂດຍມີໄລຍະທາງ ໄກ່ກວ່າ ບວກຂຶ້ນ 3-4% ສໍາຄັນທີ່ສຸດການເຜົາໄໝ້ໄດ້ດີ ແລະ ບໍ່ມີມົນລະພິດ. ສ່ວນລາຄາຍັງບໍ່ໄດ້ກໍານົດ ທັງນີ້ທັງນັ້ນກໍ່ຂຶ້ນກັບວ່າ ນະໂຍບາຍຂອງລັດຖະບານໃນການເກັບພັນທະຕ່າງໆ.