ທ່ານນາຍົກແຕ່ງຕັ້ງຄະນະ 8 ທ່ານ ໃຫ້ເລັ່ງແກ້ບັນຫາ ນ້ຳມັນເຊື້ອໄຟ, ສິນຄ້າ ແລະ ເງິນຕາ

153

ທຸກວັນນີ້ປະຊາຊົນທົ່ວປະເທດກຳລັງຜະເຊີນກັບບັນຫາວິກິດເສດຖະກິດ ອັນເກີດຈາກເງິນກີບອ່ອນຄ່າ, ນ້ຳມັນບໍພຽງພໍກັບຄວາມຕ້ອງການ ແລະລາຄາສິນຄ້າຕາມທ້ອງຕະຫຼາດຖີບຕົວສູງຂຶ້ນ ເຊິ່ງກະທົບໂດຍກົງຕໍ່ການດຳລົງຊີວິດປະຈຳວັນຂອງພໍ່ແມ່ປະຊາຊົນ ດັ່ງນັ້ນ ເພື່ອແກ້ໄຂ 3 ບັນຫາຫຼັກນີ້ ທ່ານນາຍົກລັດຖະມົນຕີໄດ້ແຕ່ງຕັ້ງຄະນະຈຳນວນ 8 ທ່ານເພື່ອຮັບຜິດຊອບຊີ້ນຳ ແລະວາງມາດຕະການຮີບດ່ວນມນການແກ້ໄຂບັນຫາທີ່ເກີດຂຶ້ນ.

ອີງຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 36/ນຍ ລົງວັນທີ 6 ມິຖຸນາ 2022 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ, ຮັບຜິດຊອບຊີ້ນຳ ແລະ ວາງມາດຕະການຮີບດ່ວນ ໃນການແກ້ໄຂບັນຫານ້ຳມັນເຊື້ອໄຟ, ລາຄາສິນຄ້າ ແລະ ເງິນຕາຕ່າງປະເທດ ມີດັ່ງນີ້:

ມາດຕາ1: ແຕ່ງຕັ້ງຄະນະສະເພາະກິດນ້ຳມັນເຊື້ອໄຟ, ລາຄາສິນຄ້າ ແລະ ເງິນຕາຕ່າງປະເທດ ເຊິ່ງປະກອບມີບັນດາທ່ານດັ່ງຕໍ່ໄປນີ້
1. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ເປັນຫົວໜ້າຄະນະ.
2. ທ່ານ ລັດຖະມົນຕີ ກະຊວງການເງິນ ເປັນຮອງຫົວໜ້າຄະນະ
3. ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເປັນຄະນະ
4. ທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ ເປັນຄະນະ
5. ທ່ານຮອງຫົວໜ້າຫ້ອງວ່າການສູນກາງພັກ ເປັນຄະນະ
6. ທ່າຮອງ ຫົວໜ້າອົງການກວດກາແຫ່ງລັດເປັນຄະນະ
7. ທ່ານຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ເປັນຄະນະ
8. ທ່ານປະທານສະມາຄົມນ້ຳມັນເຊື້ອໄຟລາວ ແລະ ອາຍແກ໊ດ ເປັນຄະນະ

ມາດຕາ2: ສິດ ແລະ ໜ້າທີ່ຂອງຄະນະສະເພາະກິດ ແມ່ນວາງມາດຕະການຮັບປະກັນການນຳເຂົ້ານ້ຳມັນເຊື້ອໄຟ ເພື່ອສະໜອງຄວາມຕ້ອງການອັນຈຳເປັນໃຫ້ເປັນປົກກະຕິ ແລະ ຮັບປະກັນການກຳນົດເວລາໃນແຕ່ລະໄລຍະໃຫ້ທັນການ ແລະ ສອດຄ່ອງກັບການຜັນແປຂອງລາຄານ້ຳມັນເຊື້ອໄຟຢູ່ຕະຫຼາດໂລກ ແລະ ສະພາບຄວາມເປັນຈິງຂອງປະເທດເຮົາ.
ວາງມາດຕະການຕ່າງໆ ແລະ ວິທີການຕົວຈິງໃນການສະໜອງເງິນຕາຕ່າງປະເທດ ການຄຸ້ມຄອງອັດຕາແລກປ່ຽນເງິນຕາຕ່າງປະເທດ, ການແກ້ໄຂບັນດາຮ້ານແລກປ່ຽນ, ການນຳໃຊ້ເງິນຕາໃນທ້ອງຕະຫຼາດໃຫ້ມີຄວາມສະຫງົບ ແລະ ສະຖຽນລະພາບ, ຕິດຕາມກວດກາ ແລະ ປະຕິບັດມາດຕະການເຂັ້ມງວດ ຕໍ່ຜູ້ລ່ວງລະເມີດກົດໝາຍ ສ້າງຄວາມປັ່ນປ່ວນ ສ້າງບັນຫາເສຍຫາຍຕໍ່ເສດຖະກິດ ການເງິນຂອງຊາດ.


ວາງມາດຕະການຕ່າງໆເພື່ອຄວບຄຸມລາຄາສິນຄ້າ, ການກຳນົດສິນຄ້າຍຸດທະສາດ ເພື່ອໃຫ້ລາຄາສິນຄ້າ ໃນທ້ອງຕະຫຼາດຢູ່ໃນເກນປົກກະຕິ ແລະ ວາງມາດຕະການຕ່າງໆນຳໃຊ້ຕົວຈິງ ເພື່ອແກ້ໄຂທຸກບັນຫາ ທີ່ເປັນຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດທາງດ້ານເສດຖະກິດ ຕາມສະພາບການເກີດຂຶ້ນ ເພື່ອສາມາດຮັບມືກັບການແກ້ໄຂສະພາບຢ່າງທັນການ.
ມາດຕາ3: ມອບໃຫ້ຫົວໜ້າຄະນະສະເພາະກິດ ແຕ່ງຕັ້ງໜ່ວຍງານຊ່ວຍວຽກຂອງຕົນ ຕາມຄວາມຈຳເປັນ.
ມາດຕາ4: ທຸກພາກສ່ວນ ແລະ ບັນດາທ່ານທີ່ຖືກແຕ່ງຕັ້ງ ຈົ່ງຈັດຕັ້ງປະຕິບັດຢ່າງເຂັ້ມງວດຕາມຂໍ້ຕົກລົງສະບັບນີ້.