ພະເອກທັງໃນຈໍ ແລະ ນອກຈໍ ຕ້ອງຍົກໃຫ້ຄົນນີ້ ອາສຸນ ລາວເຊີງ Mister Laos 2021

61

ອີກໜຶ່ງບົດບາດທີ່ແຟນໆຈະໄດ້ເຫັນໃນໄວໆນີ້ ຂອງໜຸ່ມຫຼາກຫຼາຍຄວາມສາມາດ ເຈົ້າຂອງຕໍາແໜ່ງ Mister Laos 2021 ເຊິ່ງເວົ້າໄດ້ວ່າເປັນບົດບາດໃໝ່ໃນຄັ້ງທໍາອິດຂອງຊີວິດເລີຍ ກັບການຮັບບົດເປັນນັກສະແດງໃນຊີຣີຟອມໃຫຍ່ແຫ່ງປີ “ ຫຼັງພົມແດງ ” ທີ່ການສະແດງໃນຄັ້ງນີ້ກໍໄດ້ຮັບບົດເປັນຕົວຫຼັກ ຫຼື ພະເອກໃນເລື່ອງເລີຍ ແລະ ເອີ້ນໄດ້ວ່າເປັນໜຶ່ງໃນ 5 ຄູ່ ນັກສະແດງຫຼັກຂອງເລື່ອງ ແລະ ທີ່ສໍາຄັນຜົນງານການສະແດງໃນຄັ້ງນີ້ ຈະເປັນໜຶ່ງໃນບົດທົດສອບອັນທ້າທາຍຂອງໜຸ່ມຄົນນີ້ເລີຍກໍວ່າໄດ້ ອາສຸນ ສົມແພງ ລາວເຊີງ ມິສເຕີລາວ 2021 ປະກົບຄູ່ກັບ ອາໜິ່ງ ພິລະໜິງ ພູມມີ ຮອງອັນດັບ ນາງສາວລາວ 2021 ນັ້ນເອງ.

ໃນໂອກາດສໍາຄັນແບບນີ້ທີມຂ່າວບັນເທີງ ກໍບໍ່ພາດທີ່ຈະມາອັບເດດເຖິງຄວາມຮູ້ສຶກຂອງໜຸ່ມຫຼໍ່ໃນການຮັບບົດບາດໃໝ່ຂອງການເປັນນັກສະແດງ ໂດຍໜຸ່ມອາສຸນເອງ ກໍໄດ້ເລົ່າວ່າ: ກ່ອນອື່ນແມ່ນນ້ອງມີຄວາມຮູ້ສຶກດີໃຈຫຼາຍທີ່ສຸດເລີຍ ທີ່ໄດ້ຮ່ວມຊີຣີ ( ຫຼັງພົມແດງ ) ໂປເຈັກໃຫຍ່ແບບນີ້ ແລະ ຮູ້ສຶກຕື່ນເຕັ້ນ ເພາະເປັນຊີຣີເລື່ອງທຳອິດຂອງສຸນ.

ໃນຕອນທໍາອິດ ຕົວລະຄອນຮັບໃນເລື່ອງແມ່ນເປັນ ( ບອຍ ) ແຕ່ຫຼັງຈາກໄດ້ຝຶກຊ້ອມບົດໄປໄລຍະໜຶ່ງ, ທາງກອງກໍໄດ້ເຫັນດີກັນປ່ຽນໄປເປັນ ( ຕົ້ນ ). ທັງນີ້, ເພາະເຫັນວ່າຄາແລັກເຕີຂອງຕົ້ນຈະເຂົ້າກັບອາສຸນ ຫຼາຍກວ່າ ຈຶ່ງມີການປ່ຽນແປງຂຶ້ນ.

ສໍາລັບ ອາສຸນແລ້ວ ການກຽມຕົວເປັນນັກສະແດງໃນເລື່ອງນີ້ ຄືໄດ້ຝຶກຊ້ອມຫຼາຍຢ່າງເລີຍ ບໍ່ວ່າຈະເປັນການເວົ້າ, ການສະແດງສີໜ້າ, ແວວຕາ, ການແອັກຕິ້ງ ກໍຖືວ່າມີຄວາມທ້າທາຍຫຼາຍສົມຄວນ ເພາະເປັນເລື່ອງທຳອິດກໍຈະໄດ້ເຮັດການບ້ານໜັກຫຼາຍໃນເລື່ອງຂອງການສະແດງ ແຕ່ສຸນເອງກໍຈະເຕັມທີ່ຢ່າງແນ່ນອນ.

ຖ້າເວົ້າເຖິງເລື່ອງຜົນງານຂອງສຸນເອງ ກໍຈະມີຫຼາກຫຼາຍຢ່າງເລີຍ ເຊິ່ງຜົນງານທີ່ຜ່ານມາ ຈະມີ: ການເປັນພຣີເຊັນເຕີ ໂທລະສັບຊຳຊຸງ, ພຣີເຊັນເຕີຊຸດຜ້າໄໝລາວ ແລະ ພຣີເຊັນເຕີເຫຼົ້າຈີນ. ນອກຈາກນັ້ນ, ຍັງຖ່າຍ MV ພະເອກ “ ຮັກເຈົ້າຂອງຫຼາຍໆ ” ຮ້ອງໂດຍ: ເອື້ອຍແຜັດ ເພັດດາວອນ ແລະ ຍັງມີຖ່າຍຣີວິວ, ເດີນແບບ ແລະ ຖ່າຍແບບອື່ນໆອີກ.

ເມື່ອສຸນໄດ້ອ່ານບົດແລ້ວ ຄິດວ່າຕົວລະຄອນ ( ຕົ້ນ ) ກໍມີຈຸດທີ່ຄືກັນກັບສຸນ ເພາະວ່າເບິ່ງພາຍນອກອາດຈະເບິ່ງວ່າມັກຫຼິ້ນກິນເປັນ playboy ແຕ່ທີ່ຈິງແລ້ວກໍເປັນຄົນທີ່ມີຈິດໃຈດີ, ມັກຊ່ວຍເຫຼືອຄົນທຸກຍາກ, ຄົນດ້ອຍໂອກາດ ເຊິ່ງຈະກົງກັບສຸນ ເພາະວ່າສຸນເອງກໍໄດ້ລົງພື້ນທີ່ຊ່ວຍເຫຼືອສັງຄົມ ແລະ ເດັກນ້ອຍທີ່ດ້ອຍໂອກາດທາງການສຶກສາມາຕະຫຼອດຢູ່ແລ້ວໃນໄລຍະທີ່ຜ່ານມາ.

ນອກຈາກນີ້, ກິດຈະກຳຕອນວ່າງຂອງສຸນ ມັກໄປອອກກຳລັງກາຍ ແລະ ຮຽນພາສາຈີນຕື່ມອີກ ຈະເນັ້ນໄປທາງ “ ສັບການເມືອງ ” ແລະ ມັກອອກໄປທ່ຽວຫຼິ້ນທຳມະຊາດ ມັກອອກເດີນທາງຫາປະສົບການຫຼາຍຢ່າງ.

ສຸດທ້າຍ ສຸນ ກໍຢາກຝາກແຟນໆທາງບ້ານ ແລະ ທຸກຄົນຕິດຕາມຜົນງານ ( ຊີຣີຫຼັງພົມແດງ ) ແດ່ເດີ ເພາະເປັນຊີຣີເລື່ອງທຳອິດ ທີ່ມີໂອກາດໄດ້ຮ່ວມໂປເຈັກໃຫຍ່ແບບນີ້!!! ຫວັງວ່າຄວາມພະຍາຍາມຂອງສຸນ ຈະບໍ່ໃຫ້ທຸກຄົນຜິດຫວັງແນ່ນອນ, ຊ່ອງທາງການຕິດຕາມ Asoun Mt.

[ຮູບ: Asoun Mt ]