ທະນາຄານກາງຫຼາຍປະເທດ ເທຂາຍໂດລາ ປະຄອງຄ່າເງິນຂອງຕົນ

67

ທະນາຄານກາງຫຼາຍແຫ່ງທົ່ວໂລກ ໄດ້ແຫ່ເທຂາຍໂດລາສະຫະລັດ ເພື່ອປະຄອງການອ່ອນຄ່າຂອງສະກຸນເງິນຂອງຕົນເອງທີ່ອ່ອນຄ່າຈາກການຂຶ້ນອັດຕາດອກເບ້ຍຂອງທະນາຄານກາງສະຫະລັດອາເມຣິກາ ( ເຟດ ) ແລະ ການດູດສະພາບຄ່ອງກັບມາຂອງເຟດ.
ການຫັນໄປຖືຄອງສະກຸນເງິນອື່ນ ເພື່ອກະຈາຍຄວາມສ່ຽງໃນຄັງສຳຮອງເງິນຕາຕ່າງປະເທດຂອງທະນາຄານກາງຫຼາຍປະເທດ ເປັນອີກໜຶ່ງປັດໄຈທີ່ເຮັດໃຫ້ເກີດການເທຂາຍຂອງສະກຸນເງິນໂດລາສະຫະລັດ.

ຜູ້ຊ່ຽວຊານຄາດການວ່າ: ການຫຼຸດການຖືຄອງໂດລາສະຫະລັດ ອາດຈະແກ່ຍາວໄປອີກ 3 – 5 ປີ ເຊິ່ງອາດຈະເຮັດໃຫ້ໂດລາສະຫະລັດ ສູນເສຍສະຖານະພິເສດໄປ, ນອກຈາກນີ້ໃນໄລຍະຍາວອາດຈະສົ່ງຜົນກະທົບຕໍ່ຕົ້ນທຶນການກູ້ຢືມຂອງສະຫະລັດອາເມຣິກາເພີ່ມສູງຂຶ້ນຢ່າງຫຼີກລ່ຽງບໍ່ໄດ້.


ການປັບນະໂຍບາຍຂອງ ເຟດ ດ້ວຍການຂຶ້ນອັດຕາດອກເບ້ຍນະໂຍບາຍໄດ້ສົ່ງຜົນໃຫ້ທະນາຄານກາງຫຼາຍປະເທດ ປັບຫຼຸດການຖືຄອງພັນທະບັດລັດຖະບານສະຫະລັດອາເມຣິກາ ລົງຢ່າງຕໍ່ເນື່ອງ ເພື່ອປະຄອງຄ່າເງິນຂອງຕົນເອງບໍ່ໃຫ້ອ່ອນຄ່າລົງໄວເກີນໄປ ໂດຍຍີ່ປຸ່ນຖືເປັນປະເທດທີ່ເທຂາຍໂດລາສະຫະລັດອອກຫຼາຍທີ່ສຸດ ເຖິງ 74 ຕື້ໂດລາ ພາຍໃນ 3 ເດືອນ, ຈາກປະລິມານການຖືຄອງທັງໝົດ 1.300 ຕື້ໂດລາ ເພື່ອສະກັດການອ່ອນຄ່າລົງຂອງເງິນເຢນ ທີ່ອ່ອນຄ່າລົງເຖິງ 12% ໃນໄລຍະເດືອນມີນາ – ເມສາຜ່ານມາ.

ຂະນະທີ່ຈີນ ເຊິ່ງເປັນປະເທດຜູ້ຖືຄອງພັນທະບັດລັດຖະບານສະຫະລັດ ຫຼາຍເປັນອັນດັບສອງຮອງຈາກຍີ່ປຸ່ນ ກໍໄດ້ປັບຫຼຸດກການຖືຄອງພັນທະບັດລັດຖະບານສະຫະລັດລົງ 4 ເດືອນຕິດຕໍ່ກັນ ມູນຄ່າ 40 ຕື້ໂດລາ ເຮັດໃຫ້ການຖືຄອງພັນທະບັດລັດຖະບານສະຫະລັດຂອງຈີນ ຫຼຸດລົງຕ່ຳສຸດໃນຮອບ 12 ປີ, ຜູ້ຊ່ຽວຊານເຊື່ອວ່າ ຈີນອາດຈະເດີນໜ້າຫຼຸດການຖືຄອງພັນທະບັດລັດຖະບານສະຫະລັດລົງຢ່າງຕໍ່ເນື່ອງ ຫາກອັດຕາເງິນເຟີ້ຂອງສະຫະລັດຍັງຢູ່ໃນລະດັບສູງ ແລະ ທ່າອ່ຽງການຟື້ນຕົວເສດຖະກິດຂອງສະຫະລັດຍັງມີຄວາມສ່ຽງ. ນອກຈາກນີ້, ຈີນຍັງຫັນໄປນໍາໃຊ້ຫຼາຍສະກຸນເງິນໃນຄັງສໍາຮອງເງິນຕາຕ່າງປະເທດ ເພື່ອປ້ອງກັນຄວາມສ່ຽງຈາກການຖືຄອງສະກຸນເງິນໂດລາຫຼາຍເກີນໄປ ຫຼັງຈາກທີ່ສະຫະລັດຂວ້ຳບາດດ້ານການເງິນຕໍ່ ຣັດເຊຍ.