ສະໂມສອນບານບ້ວງ ຫຼວງພະບາງ ສ້າງຜົນງານເດັ່ນ ລາຍການລະດັບອາຊີ, ທີມຊາຍ ເຖິງຮອບຊີງ

39

ສະໂມສອນບານບ້ວງ ຫຼວງພະບາງ ສ້າງຜົນງານຢ່າງໂດດເດັ່ນໃນການແຂ່ງຂັນບານບ້ວງປະເພດ 3 ຄົນລາຍການ 3×3 BASKETBALL THAI SUPER LEAGUE 2022 ທີ່ຈະຈັດຂື້ນທີ່ ແຂວງອາຢຸດທະຍາ ປະເທດໄທ ລະຫວ່າງວັນທີ 1-5 ມິຖຸນາ 2022 ໂດຍສະເພາະທີມຊາຍສາມາດທະລຸເຂົ້າຮອບຊີງຊະນະເລີດພົບກັບ ທີມຈາກຍີ່ປຸ່ນ ກ່ອນເສຍໄປຄວ້າອັນດັບ 2 ໄປຄອງ, ສ່ວນທີມຍິງ ຫຼວງພະບາງ ໄດ້ອັນດັບ 6 (ລາຍລະອຽດເບິ່ງຄລິບລຸ່ມນີ້)

ການແຂ່ງຂັນລາຍການດັ່ງກ່າວ ມີທັງທີມຍິງ ແລະ ທີມຊາຍ ໂດຍມີສະໂມສອນຈາກປະເທດຈາກອາຊີເປັນຕົ້ນແມ່ນຈາກ ອົດສະຕຣາລີ, ມົງໂກລີ, ໄທ, ມາເລເຊຍ, ອິນເດຍ, ອິນໂດເນເຊຍ, ສິງກະໂປ, ຟິລິບປິນ ແລະ ລາວ ເຂົ້າຮ່ວມຊີງໄຊ ໂດຍທີມຍິງມີ 8 ທີມເຂົ້າຮ່ວມ, ສ່ວນທີມຊາຍມີ 12 ທີມເຂົ້າຮ່ວມຊີງໄຊ

ຂ່າວ: ຫຼ້າ; ຮູບ: LuangPrabang Basketball Club