ຈີນ ເດີນໜ້າສ້າງສະຖານີ ອະວະກາດ ຄາດໃຫ້ສຳເລັດໃນປີນີ້

70

ສຳນັກຂ່າວຊິນຮວາລາຍງານ ເມື່ອວັນທີ 5 ມິຖຸນາ 2022 ວ່າ: ຈີນ ໄດ້ປ່ອຍຈະຫຼວດ Long March-2F ຈາກສູນອະວະກາດ ຈິວຊວຽນ ໃນແຂວງການຊູ ເມື່ອເວລາ 10:44 ໂມງຕາມເວລາທ້ອງຖິ່ນ ເພື່ອສົ່ງຍານແຄັບຊູນເຊິນໂຈວ້ – 14

( Shenzhou-14 ) ນໍານັກບິນອະວະກາດ 3 ຄົນ ຂຶ້ນໄປປະຈຳການຢູ່ສະຖານີອະວະກາດ ທຽນກົງ ເພື່ອສືບຕໍ່ພາລະກິດທີ 3 ໃນການປະກອບສະຖານີອະວະກາດ ເປັນເວລາ 6 ເດືອນ ໂດຍຄາດວ່າພາລະກິດປະກອບໂມດູນຂອງສະຖານີອະວະກາດທຽນກົງໃຫ້ສຳເລັດພາຍໃນທ້າຍປີນີ້.

ສຳລັບພາລະກິດຫຼັກຂອງນັກບິນອະວະກາດທັງ 3 ຄົນ ໃນພາລະກິດເຊິນໂຈ້ວ – 14 ຄືການເດີນໜ້າກໍ່ສ້າງສະຖານີອະວະກາດທຽນກົງ ທີ່ມີໂຄງສ້າງພື້ນຖານເປັນໂມດູນຫຼັກ 3 ອັນ ໄດ້ແກ່: ຫ້ອງປະຕິບັດການທຽນເຫີ້, ເວີນທຽນ ແລະ ເມິງທຽນ.