ຢາກໄປເຮັດວຽກຢູ່ປະເທດເກົາຫຼີ ບໍ່ມີເງິນກໍ່ໄປໄດ້.

159

ຂ່າວດີສຳລັບຜູ້ທີ່ຢາກໄປເຮັດວຽກຢູ່ເກົາຫຼີ ບໍ່ມີເງິນກໍ່ໄປໄດ້. ບໍລິສັດ ໄອຈອບ ຈຳກັດ ເຊິ່ງເປັນບໍລິສັດຈັດຫາງານທີ່ຈົດທະບຽນຖືກຕ້ອງຕາມກົດໝາຍ ພາຍໃຕ້ການຄຸ້ມຄອງຂອງ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ແລະ ເປັນໜຶ່ງໃນສອງບໍລິສັດທີ່ໄດ້ຮັບອະນຸຍາດສົ່ງແຮງງານໄປເຮັດວຽກລະດູການຢູ່ປະເທດເກົາຫຼີ, ຫຼ້າສຸດ ບໍລິສັດ ໄອຈອບ ຈຳກັດ ໄດ້ຫາທາງຊ່ວຍທາງດ້ານການເງິນໃຫ້ແກ່ຜູ້ອອກແຮງງານທີ່ບໍ່ມີເງິນແລ່ນເອກະສານເດີນທາງໄປເຮັດວຽກ.

ບໍລິສັດ ໄອຈອບ ຈຳກັດ ໄດ້ເຊັນບັນທຶກຄວາມຮ່ວມມືກັບສະຖາບັນການເງິນຈຸລະພາກ BNK ເຊິ່ງເປັນສາຂາຂອງກຸ່ມການເງິນຊັ້ນນຳຢູ່ປະເທດເກົາຫຼີ ໃນການສະໜອງເງິນກູ້ຢືມໃຫ້ແກ່ແຮງງານ ທັງອຳນວຍຄວາມສະດວກໃນການໂອນເງິນກັບບ້ານ. ພິທີເຊັນບົດບັນທຶກຄວາມຮ່ວມມືດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 06 ມິຖຸນາ 2022 ທີ່ຫ້ອງການສະຖາບັນການເງິນຈຸລະພາກ BNK ໂດຍຕາງໜ້າບໍລິສັດ ໄອຈອບ ຈຳກັດ ແມ່ນທ່ານ ບຸນທ່ຽງ ລັດຕະນະວົງ ຜູ້ອຳນວຍການບໍລິສັດ ໄອຈອບ ຈຳກັດ ແລະ ຕາງໜ້າສະຖາບັນການເງິນຈຸລະພາກ BNK ແມ່ນທ່ານ David Ko ຜູ້ອຳນວຍການໃຫຍ່ ສະຖາບັນການເງິນຈຸລະພາກ BNK ປະເທດລາວ.

ຈຸດປະສົງຂອງການຮ່ວມມືແມ່ນຈະສະໜອງເງິນກູ້ໃຫ້ແກ່ຜູ້ອອກແຮງງານທີ່ຢາກໄປເຮັດວຽກຢູ່ປະເທດເກົາຫຼີ ແຕ່ບໍ່ມີເງິນໃນການແລ່ນເອກະສານ ແລະ ຄ່າໃຊ້ຈ່າຍຕ່າງໆໃນການເດີນທາງ ເຊິ່ງສະຖາບັນການເງິນຈຸລະພາກຈະອອກເງິນໃຫ້ກ່ອນແລ້ວຈຶ່ງຫັກທົດແທນຄືນເມື່ອໄດ້ຮັບເງິນເດືອນແຕ່ລະເດືອນ ດ້ວຍອັດຕາດອກເບ້ຍ 1.7% ຕໍ່ເດືອນ. ການໄປເຮັດວຽກລະດູການ ເງິນເດືອນປະມານ 2,100,000ວອນ ຫຼື ປະມານ 1,700$ ຍັງບໍ່ລວມ OT ລາຍໄດ້ລວມປະມານ 8,500$ ຫັກຄ່າໃຊ້ຈ່າຍ -2,760$ ແລະຫັກຄ່າໃຊ້ຈ່າຍ ກິນ-ຢູ່ ປະມານ 1,000$ ຍັງເຫລືອຂັ້ນຕ່ຳ 4,000$ ຖ້າມີ OT ກໍ່ຈະໄດ້ເພີ່ມຕື່ມ.

ຕອນນີ້ບໍລິສັດ ໄອຈອບ ຈຳກັດ ກຳລັງໄດ້ຮັບຕຳແໜ່ງງານເພີ່ມຕື່ມຈາກ ສ.ເກົາຫຼີ ດັ່ງນັ້ນ ຖ້າທ່ານໃດສົນໃຈ ສາມາດເຂົ້າໄປຂຽນແບບຟອມສະໝັກໄດ້ຢູ່ບໍລິສັດ ໄອຈອບ ຈຳກັດ ຕໍ່ໜ້າມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ໃນໂມງລັດຖະການ. ຂໍອະໄພທ່ານທີ່ຕິດຕໍ່ທາງໂທລະສັບບໍ່ສະດວກ ເນື່ອງຈາກມີຄົນໂທເຂົ້າຈຳນວນຫຼາຍບາງເທື່ອຮັບບໍ່ທັນ. ສຳລັບຜູ້ຢູ່ໃນ ບໍ່ສະດວກມາ ພວກເຮົາມີຊ່ອງທາງໃຫ້ລົງທະບຽນທາງອອນລາຍ ໂດຍດາວໂຫຼດຕາມລິ້ງນີ້: https://play.google.com/store/apps/details…
ຈາກ: iJobs.la