ປະກາດປ່ຽນຊື່ປະເທດຕວັກກີ ເປັນ ຕວັກເກຍ

82

ສຳນັກຂ່າວເອເອັຟພີ ລາຍງານວ່າອົງການສະຫະປະຊາຊາດ ( ສປຊ ) ໄດ້ປະກາດເມື່ອວັນທີ 2 ມິຖຸນາຜ່ານມາວ່າ ທາງການຕວັກກີ ໄດ້ແຈ້ງຕໍ່ອົງການ ສປຊ ວ່າ ນັບແຕ່ນີ້ເປັນຕົ້ນໄປ ໃຫ້ຊາວໂລກເອີ້ນຕວັກກີ ( Turkey ) ເປັນ ຕວັກເກຍ ( Turkiye ).

ລັດຖະມົນຕີກະຊວງການຕ່າງປະເທດຕວັກກີ ລະບຸວ່າໄດ້ລົງນາມໃນໜັງສືສະເໜີສົ່ງເຖິງເລຂາທິການໃຫຍ່ ອົງການ ສປຊ ເຊິ່ງມີເນື້ອໃນຫຼັກໃນການຕ້ອງການປ່ຽນຊື່ປະເທດຂອງພວກເຮົາ ເປັນພາສາຕ່າງປະເທດ ທີ່ມີຊື່ວ່າ “ Turkiye ” ແລະ ການປ່ຽນແປງຊື່ປະເທດໃນຄັ້ງນີ້ ຈະຊ່ວຍເພີ່ມກຽດຕິພູມຂອງປະເທດ.

ຂະນະທີ່ໂຄສົກຂອງເລຂາທິການໃຫຍ່ ສປຊ ລະບຸວ່າການປ່ຽນຊື່ດັ່ງກ່າວນັ້ນມີຜົນໃນທັນທີ.