ເລີ່ມອອກສູ່ຕະຫຼາດແລ້ວ ຜົນຜະລິດກະສິກຳຊາວບ້ານມູດ

218

ນັບແຕ່ຕົ້ນເດືອນມັງກອນ ປີ 2022 ເປັນຕົ້ນມາ, ຊາວກະສິກອນບ້ານມູດ ເມືອງຊຽງເງິນ ແຂວງຫຼວງພະບາງ ໄດ້ສຸມໃສ່ການຜະລິດກະສິກຳ ເປັນສິນຄ້າ, ເຊັ່ນ: ການປູກຜັກກະລຳປີ, ຜັກກາດນາ, ໝາກແຕງ, ໝາກເລັ່ນ, ໜໍ່ໄມ້ຝັ່ຣງ, ສາລີ , ໝາກອຶ, ໝາກບວບ ແລະ ການປູກໝາກນ່ອຍ .

ການຜະລິດຂອງຊາວບ້ານເຫຼົ່ານີ້ ສາມາດສ້າງລາຍຮັບໃຫ້ແກ່ຊາວກະສິກອນ ໄດ້ເຖີງ 10-20 ລ້ານກ່ວາກີບຕໍ່ຄອບຄົວ. ຊື່ງຄອບຄົວລຸງດາ ອາຍຸ 61 ປີ ກໍ່ເປັນອີກຄອບຄົວໜື່ງທີ່ທຳການຜະລິດກະສິກຳ ດ້ວຍການປູກພືຶດຕາມລະດູການ.

ລຸງໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວວ່າ : ໃນຕອນນີ້ຄອບຄົວຂອງລຸງດາ ແມ່ນໄດ້ປູກໝາກບວບ-ໝາກນ່ອຍ ແລະ ກຳລັງເລີ່ມເກັບຂາຍແລ້ວ, ໃນລາຄາ 1 ໂລຖ້າຊື້ກັບສວນແມ່ນ 4,000 ກີບ, ແຕ່ຖ້າແມ່ຄ້າ ຫຼື ບຸກຄົນສັ່ງຊື້ ແລ້ວສົ່ງກັບທີ ຂາຍໃນລາຄາ 1 ໂລ 5,000 ກີບ ຫຼືຂາຍເປັນໝື່ນຄຶ : 1 ໝື່ນ 40,000ກີບ , ມາເຖີງປະຈຸບັນແມ່ນສາມາດເກັບຂາຍໄດ້ 4 ຊຸດ ຈໍານວນ 450 ໂລ ຄິດເປັນເງິນ 1, 800,000 ກີບ. ແລະ ຍັງຈະໄດ້ເກັບຂາຍຍາວນານເຖີງ 1 ເດືອນກວ່າຈິງຄ່ອຍໝົດ.

ທ່ານລຸງດາ ເວົ້າອີກວ່າ: ໃນທິດທາງຕໍ່ໜ້ານີ້ ແມ່ນຍັງຈະໄດ້ສືບຕໍ່ປູກພຶດຕາມລະດູການ ເຊັ່ນ: ປູກໝາກເລັ່ນ ແລະ ໝາກແຕງ.
ຂະບວນການຜະລິດກະສິກຳ ເປັນສິນຄ້າ ຂອງຊາວກະສິກອນບ້ານມູດ ເມືອງຊຽງເງິນ ແມ່ນ ເປັນຂະບວນການກ້ວາງຂວາງ ຊື່ງເຮັດໃຫ້ຫຼາຍຄອບຄົວສາມາດໄດ້ກາຍເປັນ ຄອບຄົວພັດທະນາ.


ພາບ-ຂ່າວ ນາລີ ໄຊຍະຄຳ.