ໂວວິນາມລາວ ສະຫຼຸບຜົນງານໃນຊີເກມ, ຮັບເງິນອັດສີດໄປແລ້ວ 3.000 ໂດລາ+16 ລ້ານກວ່າກີບ

193

ທັບນັກກີລາໂວວິນາມລາວ ຈັດພິທີສະຫຼຸບຜົນງານໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ຢ່າງເປັນທາງການໃນຕອນຄໍ່າຂອງວັນທີ 3 ມິຖຸນາ 2022 ທີ່ພັດຕະຄານ ອາຊຽນ ພາເລດສ໌ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພົນ ເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ ຊຸດທີ VII, ທ່ານ ວິໄຊ ນະວຽງຈັນ ປະທານສະຫະພັນກີລາໂວວີນາມແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ລວມເຖິງຄູຝຶກ ແລະ ນັກກີລາໂວວິນາມລາວ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ວິໄຊ ນະວຽງຈັນ ປະທານສະຫະພັນກີລາໂວວີນາມແຫ່ງຊາດລາວ ກ່າວວ່າ: ຂໍສະແດງຄວາມຊົມເຊີຍກັບ ທັບນັກກີລາ ໂວວິນາມ ຊຸດນີ້ ທີ່ໄດ້ທຸ້ມເທເຫືື່ອແຮງໃນການຝຶກຊ້ອມຢ່າງໜັກ, ຝຶກຜົນຫຼໍ່ຫຼອມຈົນຊໍານານ ແລະ ລົງແຂ່່ງຂັນຢ່າງສຸດຂີດ ຈົນສາມາດຍາດໄດ້ 2 ຫຼຽນຄໍາ, 1 ຫຼຽນເງິນ ແລະ 3 ຫຼຽນທອງ. ນອກນັ້ນ ກໍຍັງຂໍຂອບໃຈພໍ່ແມ່ຜູ້ປົກຄອງຂອງນັກກີລາ ທີ່ໄດ້ໃຫ້ການສະໜັບສະໜູນຈົນເຮັດໃຫ້ພວກເຮົາເຮັດໄດ້ສໍາເລັດເກີນເປົ້າໝາຍ ພິເສດກໍຕ້ອງຂໍຂອບໃຈມາຍັງພັກ ແລະ ລັດຖະບານ ພ້ອມດ້ວຍບໍລິສັດຮ້າງຮ້ານຕ່າງໆ ແລະ ນັກທຸລະກິດຕ່າງໆ ທີ່ໄດ້ໃຫ້ການສົ່ງເສີມໃນພວກເຮົາເຂົ້າຮ່ວມໃນຊີເກມ ຄັ້ງນີ້ ລວມເຖິງປະຊາຊົນລາວທຸກໆທ່ານໄດ້ຮ່ວມໃຈເຊຍແຕ່ຕົ້ນຈົນຈົບ ຈົນປະສົບຜົນສໍາເລັດ.

ຂະນະດຽວກັນ ທ່ານ ພົນ ເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ກໍໄດ້ໃຫ້ກຽດໂອ້ລົມ ແລະ ກ່າວຍ້ອງຍໍຊົມເຊີຍ ຕໍ່ກັນທັບນັກກີລາ ໂວວິນາມລາວ ທີ່ສາມາດສ້າງຜົນງານຈົນປະສົບຜົນສໍາເລັດ ແລະ ສືບຕໍ່ຮັກສາມູນເຊື້ອ.

ພິເສດໃນພິທີດັ່ງກ່າວ ທ່ານ ກິດສະໜາ ວົງໄຊ ປະທານກິຕິມະສັກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ທັງເປັນຜູ້ອຳນວຍການໃຫຍ່ ບໍລິສັດເບຍລາວ ແລະ ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາກະກໍາແຫ່ງຊາດລາວ ທັງເປັນປະທານສະຫະພັນເທັນນິສແຫ່ງຊາດລາວ ໄດ້ມອບເງິນສະໜັບສະໜູນໃຫ້ຜູ້ລະ 500 ໂດລາລວມເປັນ 1.000 ໂດລາ ເຮັດໃຫ້ຍອດສະໜັບສະໜູນທີ່ທາງ ທັບນັກກີລາໂວວິນາມລາວ ໄດ້ມາແລ້ວ 3.000 ໂດລາ, ສ່ວນເງິນກີບກໍໄດ້ມາແລ້ວ 16 ລ້ານກວ່າກີບ ເພາະກ່ອນໜ້ານີ້ແມ່ນໄດ້ຈາກຫຼາຍບໍລິສັດທີ່ໃຫ້ການສະໜັບສະໜູນ ເປັນຕົ້ນແມ່ນບໍລິສັດເບຍລາວ ແລະ ບໍລິສັດ ລາວໂທລະຄົມ ແລະ ອື່ນໆ.

ສໍາລັບ ໂວວິນາມລາວ ສາມາດຍາດໄດ້ 2 ຫຼຽນຄໍາ, 1 ຫຼຽນເງິນ ແລະ 3 ຫຼຽນທອງ ໂດຍສະເພະາ 2 ຫຼຽນຄໍາໄດ້ຈາກປະເພດຟ້ອນດາບຄູ່ຍິງຈາກ ນາງ ພີກສະໄໝ ອິນສຸມັງ ຄູ່ກັບ ນາງ ມາລາ ຈັນທະລັກສາ ແລະ ໄດ້ຈາກປະເພດຟ້ອນດ່ຽວຊາຍ (ກະບອງ) ຈາກ ທ້າວ ໄພລັດ ທຳມະວົງສາ ຈົນຊ່ວຍໃຫ້ທັບນັກກີລາລາວ ຍາດໄດ້ 2 ຫຼຽນຄໍາ, 7 ຫຼຽນເງິນ ແລະ 33 ຫຼຽນທອງ ຮັກສາອັນດັບ 9 ຂອງຕາຕະລາງສະຫຼຸບຫຼຽນໃນຊີເກມ ຄັ້ງທີ 31 ໄດ້ສໍາເລັດ.