ອັດຕາແລກປ່ຽນຈຸລະດັບ14.000 ກີບຕໍ່ໂດລາ ສ່ວນຄຳຂຶ້ນຮອດ16ລ້ານກີບຕໍ່1ບາດ

261

ເງິນກີບສືບຕໍ່ອອນຄ່າລົງຢ່າງຕໍ່ເນື່ອງເມື່ອທຽບໃສ່ ອັດຕາແລກປ່ຽນເປັນເງິນບາດ ແລະ ໂດລາສະຫະລັດ. ສ່ວນລາຄາຄຳຮູບປະພັນ ວັນທີ 3 ມິຖຸນາ ຂຶ້ນສູ່ລະດັບ16ລ້ານກີບຕໍ່1ບາດແລ້ວ.
ອັດຕາແລກປ່ຽນອ້າງອີງຂອງທະນາຄານການຄ້າຕ່າງປະເທດລາວ ວັນທີ 3 ມິຖຸນາ 2022 ເງິນບາດຂາຍອອກທີ່ 483,25 ກີບຕໍ່1ບາດ ທຽບໃສ່ ວັນທີ3 ພຶດສະພາ 2022 ຢູ່ທີ່397ກີບຕໍ່1ບາດ ເຫັນວ່າອ່ອນລົງ 86,25ກີບຕໍ່1ບາດພາຍໃນໄລຍະເວລາ1 ເດືອນ; ແຕ່ຫາກທຽບໃສ່ວັນທີ 3 ມິຖຸນາ 2021 ຫລື 1 ປີ ຢູ່ທີ່ 330,98ກີບຕໍ່1ບາດ ແມ່ນອ່ອນລົງ 152,27 ກີບຕໍ່1ບາດ.


ສ່ວນອັດຕາແລກປ່ຽນເງິນກີບເປັນໂດລາສະຫະລັດ ວັນທີ 3 ມິຖຸນາ ຂາຍອອກທີ່ 14.065 ກີບຕໍ່1ໂດລາ ທຽບໃສ່ ວັນທີ3 ພຶດສະພາ 2022 ຢູ່ທີ 12.390 ກີບຕໍ່1ໂດລາ ແມ່ນອ່ອນລົງ 1.675ກີບຕໍ່ 1ໂດລາພາຍໃນໄລຍະເວລາ1 ເດືອນ; ແຕ່ຫາກທຽບໃສ່ວັນທີ 3 ມິຖຸນາ 2021 ຫລື 1 ປີ ຢູ່ທີ່ 9.446ກີບຕໍ່ໂດລາ ແມ່ນອ່ອນລົງ 4.619ກີບຕໍ່1ໂດລາ.


ໃນຂະນະທີ່ລາຄາຄຳຮູບປະພັນ ອ້າງອີງຮ້ານຄຳພູວົງ ເປີດຕະຫຼາດວັນທີ 3 ພຶດສະພາ 2022 ລາຄາຄຳຂຶ້ນສູງສຸດສ້າງສະຖິຕິຮອບໃໝ່ ກາຍ16ລ້ານກີບຕໍ່ບາດ ຫລື ປັບຂຶ້ນເກືອບ 3 ລ້ານກີບຕໍ່1ບາດພາຍໃນເວລາ1ເດືອນ ແລະ ມີທ່າອ່ຽງປັບຂຶ້ນສູ່ລະດັບສູງກວ່ານີ້ອີກ.  ໂດຍລາຄາຄຳວັນທີ 3 ມິຖຸນາ 2022 ຄຳ1ບາດ ລາຄາ16.069.000ກີບ ທຽບໃສ່ວັນທີ3 ພຶດສະພາ 2022 ຄຳ1ບາດ ຢູ່ທີ13.099.000ກີບ.


ທ່ານ ຈັນທະວົງ ພະມີສິດ ຜູ້ອຳນວຍການຮ້ານຄຳພູວົງ ໃຫ້ຮູ້ວ່າ: ເປັນລາຄາຄຳທີ່ເຫຼືອເຊື່ອທີ່ສຸດ, ຕອນນີ້ທ່ານໃດຍັງບໍ່ໄດ້ຊື້ຄຳ ສຶກສາດ້ວຍຄວາມລະມັດລະວັງ ເພາະຄຳຂຶ້ນມາຮອດ 58% ພາຍໃນ 5 ເດືອນ, ການຜັນຜວນຂອງລາຄາຄໍາ ແມ່ນເກີດມາຈາກ 2 ປັດໄຈຫຼັກຄື: ປັດໄຈພາຍໃນ ແມ່ນເງິນເຟີ້ ການຄວບຄຸມອັດຕາແລກປ່ຽນ ແລະ ປັດໄຈພາຍນອກ ຈາກລາຄາຕະຫຼາດໂລກ.


ສ່ວນລາຄາຄຳໃນຕະຫຼາດໂລກ ອ້າງຈາກເວບໄຊ investing ເວລາ 14:30 ໂມງ ຂອງວັນທີ 2 ມິຖຸນາ 2022 ລາຄາປັບຂຶ້ນ 4,75% ຢູ່ທີ່ 1.853,45 ໂດລາຕໍ່ອອນ.