ບານເຕະເຍົາວະຊົນ Mazda Challenge Cup 2022 ເປີດສາກຕົ້ນເດືອນມິຖຸນາ

124

ການແຂ່ງຂັນບານເຕະເຍົາວະຊົນ ລາຍການ Mazda Challenge Cup 2022 ກຽມເປີດສາກຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 4-5 ມິຖຸນາ 2022 ທີ່ເດີ່ນບານເຕະຫຍ້າແທ້ທີ່ ສູນໃຫຍ່ບໍລີສັດມາສດ້າ ບ້ານສີໄຄ ເມືອງສີໂຄດ ເຊິ່ງປີນີ້ຈະມີການຊີງໄຊ 2 ຮຸ່ນຄື: ຮຸ່ນອາຍຸບໍ່ເກີນ 9 ປີ ແລະ 12 ປີ. ນອກຈາກຈະມີການແຂ່ງຂັນບານເຕະແລ້ວຍັງມີການແຂ່ງຂັນເດາະບານ ແລະ ອື່ນໆ.

ທ້າຍອາທິດ ທີ່ຜ່ານມາທີ່ ສູນໃຫຍ່ບໍລີສັດມາສດ້າ ບ້ານສີໄຄ ເມືອງສີໂຄດ ນະຄອນຫຼວງວຽງຈັນ ໄດ້ມີພິທີຈັບສະຫຼາກແບ່ງສາຍການແຂ່ງຂັນບານເຕະ Mazda Challenge Cup 2022 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທິບພະເນດ ແກ້ວມະນີວົງ ຜູ້ບໍລິຫານ ບໍລິສັດແກ້ວໂອໂຕກຣຸບຈຳກັດ ( ຜູ້ນຳເຂົ້າ ແລະ ຈຳໜ່າຍ MAZDA ທົວປະເທດ ) ພ້ອມດ້ວຍຄູຝຶກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ສໍາລັບ ການແຂ່ງຂັນບານເຕະໃນຮຸ່ນອາຍຸບໍ່ເກີນ 12 ປີແມ່ນມີ 9 ສະໂມສອນເຂົ້າຮ່ວມແບ່ງອອກເປັນ 2 ກຸ່ມຜ່ານການຈັບສະຫຼາກມີດັ່ງນີ້:
-ກຸ່ມ A: ຊູບເປີ ສະຕາ, Champahuk Sport Center, FC.CC-55 Academy ແລະ ມາສເຕີ 7
-ກຸ່ມ B: ປະສານໃຈ ເອັຟຊີ, ລາວສໍາພັນ ຢູໄນເຕັດ, ວອນທະບິງ ເອັຟຊີ, ມາສດ້າ GB ເອັຟຊີ ແລະ ວຽງຈັນ ເອັຟທີ

ສ່ວນການແຂ່ງຂັນໃນຮຸ່ນອາຍຸ 9 ປີປະກອບມີ 3 ທີມເຂົ້າຮ່ວມຊີງໄຊຄື: ມາສດ້າ GB ເອັຟຊີ, ວອນທະບິງ ເອັຟຊີ ແລະ ວຽງຈັນ ເອັຟທີ
ພິເສດນອກຈາກມີການແຂ່ງຂັນບານເຕະແລ້ວ ຍັງຈະມີກິດຈະກຳອື່ນຫຼາຍຢ່າງເປັນຕົ້ນແມ່ນການແຂ່ງຂັນເດາະບານ, ການຫຼອກບານຜ່ານສິ່ງກີດຂວງ, ແຂ່ງຍິງປະຕູໂກນນ້ອຍຈັບເວລາ ແບບດ່ຽວ ( 1ຄົນ ) ແລະ ແທກທີມ ( 3 ຄົນ ) ຈັບເວລາ. ນອກນັ້ນ ກໍຍັງມີການແຂ່ງຂັນເຕະບານຕຳຄານເປັນທີມ.

ສໍາລັບ ຊະນະເລີດໃນແຕ່ລະລາຍການແມ່ນຈະໄດ້ຮັບຂັນແຊັມ ພ້ອມກັບເງິນລາງວັນຈໍານວນໜຶ່ງ ຕາມລໍາດັບ, ເຊິ່ງລາຍການນີ້ເຄີຍຈັດຂຶ້ນໃນປີ 2020 ກໍປະສົບຜົນສໍາເລັດຢ່າງຈົບງາມ, ແຕ່ປີ 2021 ແມ່ນບໍ່ໄດ້ຈັດ ເນື່ອງຈາກໄດ້ຮັບການຜົນກະທົບຈາກ ໂຄວິດ-19.
ຂ່າວ: Larh Creators; ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ