ໜຸ່ມອົບອຸ່ນ, ສຸຂຸມ ກັບບົດບາດທີ່ມີຄວາມເປັນຕົວເອງສຸດໆ ເອລະວັນ ສີຣິພັດ Mister Friendships Laos

92

ທີມຂ່າວບັນເທີງຍັງຢູ່ກັບນ້ອງໆນັກສະແດງ ໃນໂປຣເຈັກໃຫຍ່ “ ຊີຣີຫຼັງພົມແດງ ” ໂດຍໃນເລື່ອງນີ້ແມ່ນຮວບຮວມເອົາບຸກຄົນທີ່ມີຊື່ສຽງ, ຜູ້ກໍາກັບ, ຜູ້ຈັດ, ທີມໂປດັກຊັນ ລວມເຖິງທີມນ້ອງໆນັກສະແດງຜູ້ຫຼາກຫຼາຍຄວາມສາມາດຈາກເວທີນາງງາມ, ຊາຍງາມ ແລະ ມີຜົນງານຢູ່ໃນວົງການບັນເທີງລາວມາແລ້ວຈົນນັບບໍ່ຖ້ວນ ບອກໄດ້ເລີຍວ່າຕ້ອງເຜັດມັນ, ເຂັ້ມຂຸ້ນ ແລະ ມີຄວາມຕື່ນເຕັ້ນໜ້າຕິດຕາມທີ່ສຸດໃນທຸກຕອນຢ່າງແນ່ນອນ.

ໃນມື້ນີ້ມາແນະນໍາອີກໜຶ່ງນັກສະແດງຫຼັກຂອງເລື່ອງ ນັ້ນກໍຄື ເອລະວັນ ສີຣິພັດ ຊື່ຫຼິ້ນຊື່ ຕ້ອມ ປັດຈຸບັນແມ່ນເປັນ Mister Friendships Laos ນັ້ນເອງ. ກ່ອນອື່ນທີມຂ່າວບັນເທີງກໍໄດ້ສໍາພາດເຖິງຄວາມຮູ້ສຶກຂອງນ້ອງຕ້ອມ ວ່າການໄດ້ຮ່ວມສະແດງໃນໂປຣເຈັກໃຫຍ່ ຄັ້ງນີ້ແມ່ນນ້ອງຮູ້ສຶກແນວໃດ ໂດຍນ້ອງກໍໄດ້ບອກວ່າ ຕົນເອງຮູ້ສຶກດີໃຈຫຼາຍທີ່ໄດ້ຮ່ວມເປັນໜຶ່ງບົດບາດໃນການສະແດງຄັ້ງນີ້ ແລະ ຖືເປັນເລື່ອງທຳອິດຂອງນ້ອງທີ່ໄດ້ສະແດງ ຈຶ່ງມີຄວາມຕັ້ງໃຈສູງ ແລະ ທຸ່ມເທທີ່ສຸດກັບຊີຣີເລື່ອງນີ້.

ສໍາລັບຕົວລະຄອນທີ່ໄດ້ຮັບມາແມ່ນມີຊື່ວ່າ ເອກ ຖືເປັນຕົວລະຄອນຫຼັກອີກຕົວໜຶ່ງ ເຊິ່ງຈະເປັນ 1 ໃນ 5 ຄູ່ຂອງເລື່ອງ ແລະ ຜ່ານການອ່ານບົດຫຍໍ້ໆ ນ້ອງຄິດວ່າໃນເລື່ອງ ຕົວລະຄອນທີ່ໄດ້ຮັບມັນເປັນບົດທີ່ມີຄວາມຄ້າຍຄືກັບຕົວຕົນນ້ອງຫຼາຍ ທັງຮັກທຳມະຊາດ ເປັນຄົນອົບອຸ່ນ, ສຸຂຸມດ້ວຍ ຫຼັງຈາກໄດ້ຮັບບົດຊ້ອມແລ້ວ ລອງຫຼິ້ນນຳໝູ່ນັກສະແດງ ຫຼາຍຄົນກໍທ້ວງວ່າແມ່ນຕົວເຈົ້າເອງເລີຍ ຮາຮາຮາ.

ໃນການສະແດງຄັ້ງນີ້ແມ່ນນັກສະແດງແຕ່ລະຄົນໄດ້ມີການກຽມຕົວຫຼາຍພໍສົມຄວນ ບໍ່ວ່າຈະເປັນການຝຶກຊ້ອມນຳກັນ ( workshop ) ແລະ ອື່ນໆ ສໍາລັບຕົວນ້ອງເອງມັນກໍຍັງເປັນໜຶ່ງຄວາມທ້າທາຍໃໝ່ສຳລັບນ້ອງ ເພາະເປັນການສະແດງຄັ້ງທຳອິດ. ສະນັ້ນ, ຈຶ່ງຕ້ອງໄດ້ຝຶກຝົນຕົນເອງຢ່າງໜັກແດ່ ເພື່ອໃຫ້ສາມາດສື່ ຄວາມໝາຍ ຖ່າຍທອດອາລົມຂອງຕົວລະຄອນທີ່ໄດ້ຮັບອອກມາໄດ້ເປັນຢ່າງດີ ແລະ ໃຫ້ທຸກຄົນໄດ້ຮັບຄວາມຮູ້ສຶກສົມຈິງທີ່ສຸດ ໂດຍຜ່ານການຮັບຊົມເລື່ອງນີ້.

ຜົນງານທີ່ຜ່ານມາຂອງນ້ອງເອງ ແມ່ນໄດ້ Top 5 model laos ( laos fashion week ) ແລະ ການເຂົ້າປະກວດ Mr Grand laos 2021. ນອກຈາກນັ້ນ, ກໍຈະມີງານຖ່າຍແບບ ແລະ ພຣີເຊັນເຕີຕ່າງໆດ້ວຍ ກິດຈະກໍາຍາມວ່າງຂອງນ້ອງເອງ ເນື່ອງຈາກນ້ອງເປັນຄົນທີ່ມັກອອກກຳລັງກາຍຢູ່ແລ້ວ ບໍ່ວ່າຈະເປັນ: ຕີດອກປີກໄກ່, ເຕະບານ, ຂີ່ລົດຖີບ, ເຂົ້າຟິສເນັດ ແລະ ໃນບາງຄັ້ງ ກໍມັກໄປຍ່າງພູ, ຍ່າງຜາຊົມທຳມະຊາດ ກິນເຂົ້າປ່າ ສັງສັນນຳໝູ່ຄູ່.

ສຸດທ້າຍນີ້ນ້ອງເອງ ກໍຂໍຝາກເຖິງບັນດາແຟນໆ ແລະ ຄົນທີ່ກຳລັງຕິດຕາມຜົນງານຊີຣີເລື້ອງນີ້ຢູ່ ແລະ ຜູ້ທີ່ຕິດຕາມຕ້ອມນໍາ ຖ້າຮັບຊົມໄປພ້ອມໆກັນເດີ ຕ້ອມຈະພະຍາຍາມເຮັດໃຫ້ເຕັມທີ່, ພາຍໃນຊີຣີເລື່ອງນີ້ຍັງມີຫຍັງອີກຫຼາຍຢ່າງທີ່ surprise ຖ້າໃຫ້ທຸກຄົນໄດ້ພົບພໍ້ ຂອບໃຈ.

ຊ່ອງທາງການຕິດຕາມໜຸ່ມຄົນນີ້ ແມ່ນສາມາດຕິດຕາມກັນໄດ້ເລີຍທີ່ Alavanh Siriphath.

[ ຮູບ: Alavanh Siriphath ]