ຕິດຕາມຕະຫຼາດສົ່ງອອກນ້ຳມັນຣັດເຊຍ ຫຼັງອີຢູ ປະກາດຫ້າມນຳເຂົ້າບາງສ່ວນ

106

ສຳນັກຂ່າວບລູມເບີກລາຍງານໃນວັນທີ 31 ພຶດສະພາ 2022 ວ່າ ຫຼັງຈາກທີ່ສະຫະພາບເອີຣົບ ( EU ) ມີມະຕິຂວ້ຳບາດນ້ຳມັນຣັດເຊຍ ໂດຍຫ້າມນຳເຂົ້າບາງສ່ວນທີ່ຂົນສົ່ງທາງທະເລໃນທ້າຍປີນີ້ ເຊິ່ງຈະເຮັດໃຫ້ລາຍໄດ້ຈາກການສົ່ງອອກນ້ຳມັນຂອງຣັດເຊຍ ຫຼຸດລົງ 10.000 ລ້ານໂດລາສະຫະລັດຕໍ່ປີ ເຊິ່ງຕໍ່ບັນຫາດັ່ງກ່າວ ລັດຖະບານຣັດເຊຍອາດຈະໄປເຈລະຈາກັບຈີນ ແລະ ອິນເດຍ ໃຫ້ຊື້ນ້ຳມັນຈາກຣັດເຊຍ ເພີ່ມຂຶ້ນ.

ຜູ້ຄ້ານ້ຳມັນວິເຄາະວ່າ ເນື່ອງຈາກນ້ຳມັນດິບອູຣາລ ( ນ້ຳມັນປະສົມຫຼັກທີ່ຣັດເຊຍສົ່ງອອກ ) ເຊິ່ງເຄີຍນິຍົມໃນເອີຣົບ ຕ້ອງຫັນໄປຫາປະເທດຜູ້ຊື້ລາຍໃໝ່ໃນອາຊີ ແຕ່ອາດມີຕະຫຼາດຈຳກັດ ເນື່ອງຈາກນ້ຳມັນດິບຊະນິດນີ້ມີເກຣດທີ່ບໍ່ສາມາດກັ່ນໃນປະລິມານຫຼາຍຢ່າງງ່າຍດາຍໄດ້ ສຳລັບປະເທດຕ່າງໆ ເຊັ່ນ: ສີລັງກາ, ອິນໂດເນເຊຍ ທີ່ຍັງບໍ່ມີຄວາມສາມາດໃນການແປຮູບ ແລະ ການປະສົມທີ່ສັບຊ້ອນ ເພື່ອຮອງຮັບນ້ຳມັນດິບທີ່ມີປະເພດກຳມະຖັນສູງ.

ດັ່ງນັ້ນ, ຈຶ່ງເຮັດໃຫ້ ຈີນ ແລະ ອິນເດຍ ເຊິ່ງມີໂຮງງານກັ່ນທີ່ສາມາດແປຮູບນ້ຳມັນອູຣາລໄດ້ ອາດຈະຮັບຊື້ນ້ຳມັນຊະນິດນີ້ຈາກຣັດເຊຍເພີ່ມຂຶ້ນ ບວກກັບ ສປ ຈີນ ກຳລັງຜ່ອນຜັນມາດຕະການຄວບຄຸມໂຄວິດ – 19 ໃນນະຄອນຊຽງໄຮ້ ແລະ ອີກຫຼາຍເມືອງໃຫຍ່ ຈຶ່ງອາດຈະເຮັດໃຫ້ບັນດາໂຮງກັ່ນນ້ຳມັນຈາກພາກລັດ ແລະ ເອກະຊົນຈີນ ອາດຕ້ອງການຊື້ນ້ຳມັນຈາກຣັດເຊຍເພີ່ມຂຶ້ນ.