ລັດຖະບານສີລັງກາ ຮຽກຮ້ອງໃຫ້ຊາວກະສິກອນຜະລິດກະສິກຳເພີ່ມຂຶ້ນ

34

ສຳນັກຂ່າວຕ່າງປະເທດລາຍງານວ່າ ລັດຖະມົນຕີກະຊວງກະສິກຳຂອງສີລັງກາ ອອກມາຮຽກຮ້ອງໃຫ້ຊາວກະສິກອນຫັນມາເຮັດການຜະລິດເພີ່ມຂຶ້ນ ໂດຍສະເພາະຊາວນາຜູ້ປູກເຂົ້າ ໃຫ້ວາງແຜນເພີ່ມເນື້ອທີ່ປູກເຂົ້າ ລວມທັງນຳໃຊ້ເຕັກນິກວິທະຍາສາດເຂົ້າຊ່ວຍ ເພື່ອໃຫ້ໄດ້ຜົນຜະລິດເພີ່ມຂຶ້ນ, ຫຼັງຈາກທີ່ປະເຊີນກັບການຂາດແຄນອາຫານຢ່າງໜັກໜ່ວງ.

ກ່ອນໜ້ານີ້ ນາຍົກລັດຖະມົນຕີສີລັງກາ ອອກມາເຕືອນວ່າ: ສີລັງກາ ອາດຈະປະເຊີນກັບການຂາດແຄນອາຫານຢ່າງຮຸນແຮງໃນໄລຍະເດືອນມິຖຸນານີ້ ພ້ອມທັງລະບຸວ່າ ລັດຖະບານຈຳເປັນຕ້ອງຈັດຫາງົບປະມານສຸກເສີນ 600 ລ້ານໂດລາ ເພື່ອນຳເຂົ້າປຸ໋ຍ ຮັບໃຊ້ການຜະລິດກະສິກຳ.

ແນວໃດກໍຕາມ, ໜ່ວຍງານທີ່ກ່ຽວຂ້ອງຍັງບໍ່ສາມາດຈັດຫາງົບປະມານໄດ້, ຂະນະທີ່ນັກວິເຄາະຄາດວ່າ ເຖິງວ່າຈະສາມາດນຳເຂົ້າປຸ໋ຍໄດ້ ແຕ່ກໍບໍ່ທັນຕາມລະດູການ ເພາະລະດູການປູກຮອບນີ້ ເລີ່ມເດືອນມິຖຸນາ, ສ່ວນປຸ໋ຍສຳລັບລະດູການຜະລິດຮອບຕໍ່ໄປ ກໍຈະບໍ່ພຽງພໍກັບຄວາມຕ້ອງການຂອງຊາວກະສິກອນ.

ທັງນີ້, ອັດຕາເງິນເຟີ້ໃນສີລັງກາ ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍໃນເດືອນເມສາຜ່ານມາ ເພີ່ມຂຶ້ນ 29,8% ແລະ ຄາດວ່າຈະເພີ່ມຂຶ້ນເຖິງ 40% ໃນອີກບໍ່ພໍເທົ່າໃດເດືອນຂ້າງໜ້ານີ້, ໃນຂະນະທີ່ການເຈລະຈາປັບໂຄງສ້າງໜີ້ໃກ້ຈະໄດ້ຂໍ້ສະຫຼຸບແລ້ວ ແຕ່ ສີລັງກາ ຫາກໍຜິດນັດຊຳລະໜີ້ເປັນຄັ້ງທຳອິດໃນປະຫວັດສາດໃນກາງເດືອນພຶດສະພາຜ່ານມາ ຫຼັງຄົບກຳນົດເວລາຜ່ອນຜັນ 30 ວັນ ສຳລັບການຊຳລະດອກເບ້ຍ 78 ລ້ານໂດລາສະຫະລັດ.