ບໍລິສັດ ອາລີອັນສ໌ ຈັດກິດຈະກໍາປູກຕົ້ນໄມ້ ພາຍໃຕ້ໂຄງການ One e – One tree

111

ພາຍຫລັງ ບໍລິສັດອາລິອັນສ໌ ປະກັນໄພລາວ ໄດ້ມີການໂຄສະນາເຜີຍແຜ່ກ່ຽວກັບໂຄງການປູກຕົ້ນໄມ້ໃນແຄມເປນ e-Policy ພາຍໃຕ້ແອັບ My Insurance ເພື່ອໃຫ້ລູກຄ້າສະໝັກສັນຍາແບບເອເລັກໂຕຣນິກ One e – One tree ຕັ້ງແຕ່ເດືອນເມສາ ເປັນຕົ້ນມາ, ເຊິ່ງເປັນການປຸກລະດົມໃຫ້ຄົນລາວທຸກຄົນ ເຫັນຄວາມສໍາຄັນຂອງຕົ້ນໄມ້ທີ່ຖືກຕັດທໍາລາຍນໍາມາຜະລິດເປັນເຈ້ຍໃຊ້ ແລະ ສິນຄ້າປະດັບຕ່າງໆ ແລ້ວຫັນມາມີສ່ວນຮ່ວມປະກອບສ່ວນຊ່ວຍຫຼຸດການປ່ອຍກາສເຮືອນແກ້ວ ແລະ ສ້າງສິ່ງແວດລ້ອມທີ່ດີໃຫ້ກັບປະເທດໄດ້ຢ່າງຢັ້ງຢືນ.

May be an image of 4 people, people standing and outdoors

ນອກນັ້ນ, ເພື່ອຂັບເຄື່ອນເປົ້າໝາຍເພີ່ມພື້ນທີ່ສີຂຽວ ສ້າງສົມດູນສິ່ງແວດລ້ອມ ຫຼຸດການປ່ອຍກາສເຮືອນແກ້ວ ແລະ ມຸ່ງໝັ້ນສ້າງຄວາມໝັ້ນຄົງຜ່ານແນວຄິດ sustainability ຈິ່ງໄດ້ເກີດແຄມເປນນີ້ຂຶ້ນມາເຊິ່ງສາມາດຂະຫຍາຍຜົນສຳເລັດບໍ່ພຽງແຕ່ລູກຄ້າເທົ່ານັ້ນ ພາຍໃນອົງກອນເອງກໍສາມາດມີສວ່ນຮ່ວມໃນກິດຈະກຳເພື່ອການພັດທະນາແບບຢັ້ງຢືນ ໂດຍສະໜັບສະໜູນໃຫ້ພະນັກງານຮ່ວມກັນປູກຕົ້ນໄມ້ນຳ.

ຫຼັງຈາກທີ່ໄດ້ລວບລວມຈຳນວນສັນຍາແບບເອເລັກໂຕຣນິກທັງໝົດທີ່ລູກຄ້າໄດ້ສະໝັກເປັນໄລຍະ 2 ເດືອນ, ກໍໄດ້ຮັບຜົນຕອບຮັບທີ່ດີ ແລະ ໄດ້ຈຳນວນທັງໝົດ 320 ສັນຍາ ເຊິ່ງເທົ່າກັບ ຕົ້ນໄມ້ 320 ຕົ້ນ.

May be an image of 7 people, people standing and outdoors

ດັ່ງນັ້ນ ໃນວັນທີ 01/06/2022 ເພື່ອເປັນການຊົມເຊີຍວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 42 ປີ ບໍລິສັດ ອາລິອັນສ໌ ປະກັນໄພລາວ ໄດ້ນໍາເອົາຕົ້ນໄມ້ຈໍານວນ 320 ຕົ້ນ ພາຍໃຕ້ໂຄງການ e-Policy One e = One tree ໄປເຮັດກິດຈະກໍາປູກຕົ້ນໄມ້ຮ່ວມກັບກົມປ່າໄມ້ທີ່ວັດດ່ານສູງ ບ້ານນາຍາງ ເມືອງນາຊາຍທອງ. ນອກນັ້ນຍັງສົມທົບຮ່ວມປະກອບສ່ວນນ້ຳດື່ມຈຳນວນ 50 ແກັດ, ເສື້ອ 200 ຜືນ, ຖົງພາຍຈຳນວນ 50 ຖົງ ແລະ ຄັນຮົ່ມຈຳນວນ 50 ຄັນ.

May be an image of 3 people, people standing and outdoors

ກິດຈະກຳ My Insurance ພາຍໃຕ້ໂຄງການ One e = One tree ຍັງຄົງສືບຕໍ່ການສະໝັກສັນຍາແບບເອເລັກໂຕຣນິກໄປຈົນເຖິງທ້າຍປີ 2022.

ຂໍເຊີນຊວນບັນດາທ່ານມາຮ່ວມເປັນສ່ວນໜຶ່ງໃນການຊ່ວຍກັນປ້ອງກັນສະພາວະໂລກຮ້ອນ ສ້າງສິ່ງ ແວດລ້ອມທີ່ດີໃຫ້ກັບປະເທດໄດ້ຢ່າງຍືນຍົງ ແລະ ຫຼຸດການປ່ອຍກາສເຮືອນແກ້ວໄປນຳກັນ.