ສາວ ນູນີ່ ທັງງາມທັງເກັ່ງອີກໜຶ່ງຄົນສໍາຄັນ ໃນການພັດທະນາວົງການບານເຕະແຂວງຫຼວງພະບາງ

147

ກ້າວສູ່ປີ 2022 ຖືວ່າເປັນປີທີ່ດີຂອງວົງການບານເຕະແຂວງຫຼວງພະບາງ ນອກຈາກຈະມີບັນຍາກາດຄຶກຄື້ນແລ້ວ ຍັງເປັນອີກປີທີ່ແຂວງດັ່ງກ່າວໄດ້ສົ່ງທີມເຂົ້າຮ່ວມໃນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ( ລີກສູງສຸດຂອງ ສປປ ລາວ ) ເຊິ່ງປີນີ້ພິເສດກວ່າປີທີ່ຜ່ານມາກໍຄືມີ ຫຼາກຫຼາຍສີສັນ ແລະ ເປັນບັນຍາກາດໃໝ່ກໍຄືການມີ ນາງ ດາວລຸນີ ຊະນະແກ້ວ ຫຼືຊື່ທີ່ຫຼາຍໆຄົນຮູ້ຈັກກໍຄືສາວ ນູນີ່ ທີ່ມີບົດບາດສໍາຄັນໃນວົງການບານເຕະແຂວງຫຼວງພະບາງ ແລະ ມີຄວາມສາມາດຫຼາກຫຼາຍ.

ບົດບາດສໍາຂອງສາວ ນູນີ່ ຕໍ່ກັບວົງການບານເຕະແຂວງຫຼວງພະບາງ ໃນປີນີ້ນັ້ນກໍແມ່ນລາວເປັນໜຶ່ງໃນຄະນະບໍລິຫານງານຂອງສະຫະພັນບານເຕະແຂວງຫຼວງພະບາງ ໂດຍຕໍາແໜ່ງຂອງລາວເປັນເຖິງຮອງປະທານສະຫະພັນບານເຕະແຂວງຫຼວງພະບາງ. ນອກນັ້ນ, ກໍຍັງເປັນທັງຫົວໜ້າການຕະຫຼາດຂອງ ສະໂມສອນ ຫຼວງພະບາງ ທີ່ເຂົ້າຮ່ວມໃນການແຂ່ງຂັນເປບຊີ ລາວລີກ 1 ປີ 2022 ລວມທັງຍັງເປັນອຳນວຍການໂຮງງານຜະລິດ ນໍ້າດື່ມແຮ່ທາດ ມິນີໂຣ ກັບບົດບາດອື່ນໆ ທີ່ສາມາດຊ່ວຍວົງການບານເຕະແຂວງໄດ້ຫຼາຍຢ່າງ.

ເອົາເປັນວ່າເຮົາບໍ່ເວົ້າຍາວ ເຮົາໄປເບິ່ງບົດສໍາພາດຂອງ ສາວ ນູນີ່ ນໍາກັນເລີຍວ່າທີ່ມາທີ່ໄປຂອງລາວກ່ອນກ້າວມາສູ່ວົງການບານເຕະຂອງແຂວງຫຼວງພະບາງ (ເບິ່ງຕາມຄລິບລຸ່ມນີ້ເລີຍ)

ສາວ ນູນີ່ ໃຫ້ສໍາພາດກັບທີມຂ່າວເສດຖະກິດ-ການຄ້າ ຂອງພວກເຮົາເນື່ອງໃນໂອກາດໄດ້ຂຶ້ນໄປແຂວງຫຼວງພະບາງ ວ່າ: ນ້ອງຮຽນຈົບປະລິນຍາໂທ ດ້ານການເງິນ ແລະ ການທະນາຄານ ທີ່ປະເທດອົດສະຕຣາລີ ໃນປີ 2014, ຈົນມາເຖິງປີ 2022 ນ້ອງກໍໄດ້ເຂົ້າມາເປັນຫົວໜ້າການຕະຫຼາດຂອງສະໂມສອນ ຫຼວງພະບາງ ລຸຍການແຂ່ງຂັນເປບຊີ ລາວລີກ 1 ໂດຍຈຸດປະສົງທີ່ເຂົ້າມາຊ່ວຍກໍຢາກຊ່ວຍພັດທະນາກີລາຂອງແຂວງ ເພື່ອໃຫ້ມີຄວາມຄຶກຄື້ນ ແລະ ຊ່ວຍໃຫ້ເຍົາວະຊົນຮຸ່ນໃໝ່ໄດ້ຫັນມາໃສ່ໃຈ ລວມທັງໄດ້ຫຼິ້ນກີລາຫຼາຍຂຶ້ນ ເພື່ອກ້າວໄປສູ່ນັກເຕະທີມຊາດ ແລະ ກ້າວໄປສູ່ສາກົນໃນອະນາຄົດ.

“ ໜ້າທີ່ກັບສະໂມສອນ ຫຼວງພະບາງ ກໍເຮັດວຽກການຕະຫຼາດເຊັ່ນ ການໂຄສະນາໂປຣໄຟນັກເຕະ ແລະ ອອກແບບອາດເວີກຕ່າງໆ ລວມເຖິງເປັນການໂພສຮູບຕ່າງລົງໂຊຊຽລມີເດຍ ແລະ ເຮັດກິດຈະກໍາຕ່າງໆເພື່ອໃຫ້ແຟນບານໄດ້ເຮັດກິດຈະກໍາຕ່າງຮ່ວມກັນ. ນອກນັ້ນ ກໍຍັງຊ່ວຍວຽກຕ່າງຂອງສະໂມສອນນໍາອີກ ແລະ ເບິ່ງເຄື່ອງແບບ ກັບ ຂອງທີ່ລະນຶກຕ່າງຂອງສະໂມສອນ. ນອກນັ້ນ, ຜົນງານຂອງນ້ອງປັດຈຸບັນແມ່່ນ ບໍລິຫານໂຮງງານຜະລິດ ນໍ້າດື່ມແຮ່ທາດ ມິນີໂຣ, ຮ້ານກາເຟ ມິນີໂຣ, ໂຮງແຮມຊະນະແກ້ວ ບູຕິກ ແລະ ສວນໝາກກ້ຽງເຟສຊີ ຫຼັກ 10 ” ສາວ ນູນີ່ ກ່າວ (ເບິ່ງຄວາມປະທັບໃຈຂອງ ສາວນູນີ່ ໃນການໄດ້ມາເຮັດວຽກຮ່ວມກັບ ສະໂມສອນ ຫຼວງພະບາງ ໄດ້ທີ່ຄລິບລຸ່ມນີ້

ຂ່າວ: Larh Creators; ຮູບ: ສອນໄຊ