ອາຊີຕາເວັນອອກ – ອາຊຽນຢຶດຢາບ້າຫຼາຍເຖິງ 1 ຕື້ເມັດ

126

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ພຶດສະພາ 2022 ວ່າ ສຳນັກງານປ້ອງກັນຢາເສບຕິດ ແລະ ປາບປາມອາດຊະຍາກຳ ແຫ່ງສະຫະປະຊາຊາດ ( UNODC ) ເປີດເຜີຍບົດລາຍງານລະບຸວ່າ ປີ 2021 ຜ່ານມາ ອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ສາມາດຢຶດຢາບ້າໄດ້ຫຼາຍເຖິງ 1 ຕື້ເມັດ ເຊິ່ງສະແດງໃຫ້ເຫັນວ່າຢາເສບຕິດຢູ່ໃນພູມີພາກແຫ່ງນີ້ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຕະຫຼອດ 10 ປີຜ່ານມານີ້.

ລາຍງານລະບຸວ່າ ການທີ່ເຈົ້າໜ້າທີ່ກ່ຽວຂ້ອງສາມາດຈັບກຸມ ແລະ ຢຶດຢາບ້າໄດ້ສູງເຖິງ 1 ຕື້ເມັດ ເຊິ່ງເປັນສະຖິຕິສູງສຸດເທົ່າທີ່ເຄີຍມີມາ, ສູງກວ່າເມື່ອ 10 ປີທີ່ຜ່ານມາເຖິງ 7 ເທົ່າ ເຊິ່ງ 10 ປີກ່ອນໜ້ານີ້ເຄີຍຢຶດໄດ້ 143 ລ້ານເມັດ ແລະ ທຽບໃສ່ 20 ປີກ່ອນໜ້ານີ້ ເພີ່ມຂຶ້ນ 35 ເທົ່າ. ສຳລັບຢາໄອສ ເຖິງແມ່ນວ່າຈະຫຼຸດລົງຢູ່ທີ່ປະມານ 79 ໂຕນ ເມື່ອທຽບກັບ 82 ໂຕນ ໃນປີ 2020 ແຕ່ກໍຍັງເປັນສະຖິຕິສູງເພີ່ມຂຶ້ນເຖິງ 8 ເທົ່າ ເມື່ອທຽບກັບ 10 ປີກ່ອນໜ້ານີ້.

UNODC ລະບຸວ່າ: ຢາເສບຕິດທັງສອງຊະນິດທີ່ກ່າວມານັ້ນ ມີການລັກລອບຄ້າ – ຂາຍຕາມຊຸມຊົນຕ່າງໆ ມີລາຄາຫຼຸດລົງ ສະທ້ອນໃຫ້ເຫັນວ່າປະລິມານການຜະລິດສູງກວ່າປະລິມານທີ່ເຈົ້າໜ້າທີ່ກ່ຽວຂ້ອງຈັບກຸມ ແລະ ຢຶດໄດ້.