ຈີນ ລົງໂທດເຈົ້າໜ້າທີ່ລັດຫຼາຍກວ່າ 11 ພັນຄົນ ຝ່າຝືນລະບຽບວິໄນຂອງພັກ

166

ສຳນັກຂ່າວຊິນຮວາ ລາຍງານໃນວັນທີ 30 ພຶດສະພາ 2022 ວ່າ ຄະນະກຳມະການກວດກາລະບຽບວິໄນຂອງສູນກາງພັກກອມມູນິດຈີນ ເປີດເຜີຍວ່າ ໃນເດືອນເມສາ 2022 ສປ ຈີນໄດ້ລົງວິໄນຕໍ່ເຈົ້າໜ້າທີ່ລັດ ຈຳນວນ 11.351 ຄົນ ໃນຄວາມຜິດລະເມີດກົດລະບຽບຂອງພັກທີ່ວາງອອກ 8 ຂໍ້ ວ່າດ້ວຍການຍົກລະດັບການດຳເນີນງານຂອງພັກ ແລະ ລັດຖະບານ.

ຄະນະກຳມະການກວດກາວິໄນຂອງສູນກາງພັກກອມມູນິດຈີນ ແລະ ຄະນະກຳມະການກວດສອບແຫ່ງລັດ ສປ ຈີນ ລະບຸວ່າ: ເຈົ້າໜ້າທີ່ທີ່ຖືກລົງໂທດ ມີສ່ວນກ່ຽວຂ້ອງກັບການລະເມີດກົດລະບຽບຂອງພັກ ຈຳນວນ 7.441 ຄະດີ ໂດຍມີເຈົ້າໜ້າທີ່ຂອງລັດໄດ້ຮັບໂທດທາງວິໄນ ຫຼື ທາງປົກຄອງ ຈຳນວນ 7.603 ຄົນ, ໃນນັ້ນມີເຈົ້າໜ້າທີ່ໄດ້ຮັບໂທດ ເນື່ອງຈາກການມີສ່ວນທີ່ພົວພັນເຖິງການສວຍໃຊ້ອຳນາດໜ້າທີ່ ຈຳນວນ 6.411 ຄົນ ແລະ ມີພຶດຕິກຳຫຼິ້ນກິນຟຸ່ມເຟືອຍ 4.940 ຄົນ.