WHO ຢ້ຳ ໝາກສຸກລີງ ຈະບໍ່ລະບາດຮຸນແຮງ ແຕ່ຍັງຕ້ອງສຶກສາຫາຂໍ້ມູນເພີ່ມ

141

ສຳນັກຂ່າວຕ່າງປະເທດລາຍງານວ່າ ຜູ້ຊ່ຽວຊານດ້ານການລະບາດຂອງພະຍາດໝາກສຸກລີງ ( Monkeypox ) ຂອງອົງການອະນາໄມໂລກ ( WHO ) ຄາດວ່າພະຍາດໝາກສຸກລີງ ທີ່ມີລາຍງານການຕິດເຊື້ອໃນທົ່ວໂລກຂະນະນີ້ ຈະບໍ່ເກີດລະບາດຮຸນແຮງ ແຕ່ຍອມຮັບວ່າຍັງມີຂໍ້ມູນອີກຫຼາຍດ້ານ ທີ່ຍັງບໍ່ທັນເຂົ້າໃຈກ່ຽວກັບພະຍາດດັ່ງກ່າວ ລວມທັງການແຜ່ລະບາດ ແລະ ການຢຸດຕິໃຫ້ວັກຊີນໄຂ້ທໍລະພິດໃນໄລຍະທົດສະຫວັດຜ່ານມາ ມີສ່ວນເຮັດໃຫ້ການລະບາດໄວຂຶ້ນ ຫຼື ບໍ່?.

ທ່ານ ດຣ. ໂຣຊາມຸນ ລູອິສ ຈາກອົງການອະນາໄມໂລກ ກ່າວວ່າ: ເປັນເລື່ອງສຳຄັນທີ່ຕ້ອງຮູ້ວ່າຜູ້ຕິດເຊື້ອສ່ວນໃຫຍ່ເປັນກຸ່ມເກ ຫຼື ຊາຍຮັກຊາຍ ເພື່ອໃຫ້ນັກວິທະຍາສາດໄດ້ສຶກສາເພີ່ມຕື່ມໃນປະເດັນດັ່ງກ່າວ ແລະ ຂໍໃຫ້ຜູ້ທີ່ມີຄວາມສ່ຽງຕ້ອງເພີ່ມຄວາມລະມັດລະວັງຂຶ້ນ.

ທ່ານ ດຣ. ລູອິສ ກ່າວອີກວ່າ: ຂະນະນີ້ WHO ບໍ່ໄດ້ວິຕົກກັງວົນກ່ຽວກັບການເກີດລະບາດໃຫຍ່ທົ່ວໂລກ ແຕ່ມີ ຄວາມກັງວົນເພາະຍັງບໍ່ຮູ້ສາເຫດທີ່ຊັດເຈນວ່າພະຍາດດັ່ງກ່າວນີ້ ສາມາດຕິດຕໍ່ກັນໄດ້ທາງເພດສຳພັນ ຫຼື ພຽງແຕ່ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ແຕ່ຢ້ຳວ່າ ໄພຄຸກຄາມຕໍ່ປະຊາຊົນທົ່ວໂລກຢູ່ໃນລະດັບຕ່ຳ.