3 ສາວໜ້າຮັກຂອງ ສະໂມສອນບານບ້ວງ ຫຼວງພະບາງ ຮ່ວມລາຍການລະດັບອາຊີ ຄັ້ງທໍາອິດ

160

ສະໂມສອນບານບ້ວງ ຫຼວງພະບາງ ເດີນທາງມຸ່ງໜ້າສູ່ປະເທດໄທ ເຂົ້າຮ່ວມແຂ່ງຂັນບານບ້ວງປະເພດ 3 ຄົນລາຍການ 3×3 BASKETBALL THAI SUPER LEAGUE 2022 ທີ່ຈະຈັດຂື້ນທີ່ ແຂວງອາຢຸດທະຍາ ປະເທດໄທ ລະຫວ່າງວັນທີ 1-5 ມິຖຸນາ 2022 ເຊິ່ງມີ 10 ສະໂມສອນຊັ້ນນໍາຈາກປະເທດຈາກອາຊີ ເຂົ້າຮ່ວມຊີງໄຊທັງທີມຍິງ ແລະ ທີມຊາຍ.

ທ່ານ ຂັນແກ້ວ ດວງເດືອນ ເລຂາທິການສະຫະພັນກີລາບ້ານບ້ວງແຂວງຫຼວງພະບາງ ທັງເປັນຫົວໜ້າຄູຝຶກຂອງທີມບານບ້ວງ ຫຼວງພະບາງ ໃຫ້ສໍາພາດກັບທີມຂ່າວພວກເຮົາຢູ່ທີ່ແຂວງຫຼວງພະບາງ ເມື່ອທ້າຍອາທິດ ທີ່ຜ່ານມາວ່າ: ທີມບານບ້ວງ ຫຼວງພະບາງ ກຽມເປັນຕົວແທນຂອງ ສປປ ລາວ ເຂົ້າຮ່ວມແຂ່ງຂັນລາຍການທີ່ປະເທດໄທ ເປັນການແຂ່ງຂັນບານບ້ວງ 3 ຄົນທີ່ປະເທດໄທ ເຊິ່ງມີສະໂມສອນຈາກອາຊີເຂົ້າຮ່ວມປະກອບດ້ວຍຈາກ ຍີ່ປຸ່ນ, ອົດສະຕຣາລີ, ມົງໂກລີ, ໄທ, ມາເລເຊຍ, ອິນເດຍ, ອິນໂດເນເຊຍ, ສິງກະໂປ, ຟິລິບປິນ ແລະ ລາວ ໂດຍຈະຈັດຂຶ້ນລະຫວ່າງວັນທີ 1-5 ພຶດສະພາ 2022.

ທັບນັກກີລາບານບ້ວງ ຫຼວງພະບາງ ແມ່ນໄດ້ອອກເດີນທາງໄປໄທ ເປັນທີ່ຮຽບຮ້ອຍ ໃນວັນທີ 30 ພຶດສະພາ 2022 ໂດຍນັກກີລາສ່ວນໃຫຍ່ແມ່ນມາຈາກແຂວງຫຼວງພະບາງ ທີ່ມີປະສົບການລົງແຂ່ງຂັນທັງພາຍໃນ ແລະ ລະດັບພາກພື້ນມາແລ້ວ ໂດຍຫຼ້າສຸດແມ່ນ ທີມຍິງ ສາມາດຄວ້າແຊັມນໍາໂດຍ ນາງ ເພັດມະນີ, ນາງ ຫຼ້ານ້ອຍ ແລະ ເພັດພາວັນ, ສ່ວນທີມຊາຍຄວ້າອັນດັບ 3 ໃນການແຂ່ງຂັນບານບ້ວງ 3 ຄົນ ທີ່ໜ້າພາກຊັນ ນະຄອນຫຼວງວຽງຈັນ ເມື່ອຕົ້ນປີ 2022 ມາແລ້ວ (ເບິ່ງບົດສໍາພາດຂອງສາວໆໄດ້ຄລິບລຸ່ມນີ້)