ສົ່ງເສີມອາຫານທ່ຽງໃນໂຮງຮຽນ ໜຶ່ງເອກະສານສຳຄັນທີ່ກອງປະຊຸມລັດຖະບານເດືອນນີ້ຮັບຮອງເອົາ

95

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2022 ໄດ້ຈັດຂຶ້ນໃນ ວັນທີ 30 ພຶດສະພາ 2022 ທີ່ສຳນັກ ງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ ຢ່າງພ້ອມພຽງ.


ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ຄົົ້ນຄວ້າ, ຕົກລົງ ແລະ ມີທິດຊີ້ນຳ ຕໍ່ຫົວຂໍ້ທີ່ສໍາຄັນຕ່າງໆ ດັ່ງນີ້:
1. ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງລັດຖະ ບານ ເດືອນພຶດສະພາ ແລະ ແຜນການຈັດຕັ້ງປະຕິບັດວຽກງານຈຸດສຸມ ເດືອນມິຖຸນາ 2022 ໂດຍມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຜົນສຳເລັດທີ່ສາ ມາດປະຕິບັດໄດ້ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຍັງຕ້ອງໄດ້ສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ບົດສະຫຼຸບ ມີເນື້ອໃນຄົບຖ້ວນ, ສົມບູນ ຂຶ້ນຕື່ມ ແລະ ເປັນບ່ອນອີງໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ນໍາໄປຈັດຕັ້ງຜັນຂະຫຍາຍ.


2. ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານການກະກຽມ ໃຫ້ແກ່ການຢ້ຽມຢາມຣາຊະອານາຈັກໄທ ຢ່າງເປັນທາງການ ຂອງທ່ານນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໂດຍມອບໃຫ້ກະຊວງການຕ່າງປະເທດ ເປັນໃຈກາງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກະກຽມເນື້ອໃນ ໃຫ້ມີຄວາມລະອຽດ ແລະ ຊັດເຈນ ຮັບປະກັນໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

3. ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງບົດລາຍງານຂອງລັດຖະບານ ທີ່ຈະໄປລາຍງານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍມອບໃຫ້ກະຊວງກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໂຄງຮ່າງບົດລາຍງານ, ເປັນບົດລາຍງານ 6 ເດືອນຕົ້ນປີ 2022, ການສະຫຼຸບຕົວເລກ ໃຫ້ມີຄວາມເປັນເອກະພາບກັນ, ລວມທັງ ສາຍເຫດທີ່ພາໃຫ້ມີຜົນສຳເລັດ ແລະ ຂໍ້ຄົງຄ້າງຕ່າງໆ ໃຫ້ຖືກຕ້ອງ ແລະ ແທດເໝາະກັບຕົວຈິງ.


4. ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍການແກ້ໄຂລະເບີດບໍ່ທັນແຕກຕົກຄ້າງ ໂດຍຊີ້ນຳໃຫ້ກະຊວງແຮງງານ ແລະ ຫວັດດີການສັງຄົມ ນຳໄປປັບປຸງຕື່ມ ຕາມຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການນຳໃຊ້ຄຳສັບ, ການເພີ່ມຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ, ຖອດຖອນເອົາບົດຮຽນອັນດີ ທີ່ເຮັດໄດ້ ໃນໄລຍະຜ່ານມາ ກຳນົດເຂົ້າໃນນະໂຍບາຍເຫຼົ່ານີ້ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.


5. ກອງປະຊຸມເຫັນດີຮັບຮອງດ້ານຫຼັກ ການ ຕໍ່ຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃນການປົກປ້ອງເດັກ ໂດຍມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນໃຈກາງປະສານສົມທົບກັບຂະແໜງ ການກ່ຽວ ຂ້ອງ ນໍາໄປປັບປຸງ ຕາມການປະກອບຄໍາເຫັນ ຂອງບັນດາທ່ານສະມາຊິກລັດຖະ ບານ. ພາຍຫຼັງປັບປຸງສໍາເລັດແລ້ວ ຈຶ່ງສະເໜີລັດຖະບານ ພິຈາລະນາຮັບຮອງ ແລະ ປະກາດໃຊ້.


6. ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍການສົ່ງເສີມອາຫານທ່ຽງໃນໂຮງຮຽນ ໂດຍມອບໃຫ້ກະຊວງສຶກສາທິການ ແລະ ກິລາ ນຳໄປປັບປຸງຄືນ ໃຫ້ມີເນື້ອໃນຮັດກຸມ, ລະອຽດຈະແຈ້ງ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອຈຳກັດຊ່ອງຫວ່າງ ການສວຍໂອກາດ ນຳໃຊ້ວຽກງານດັ່ງກ່າວ ໄປໃນທາງທີ່ບໍ່ຖືກຕ້ອງ, ສ້າງເງື່ອນໄຂ ໃຫ້ໂຮງຮຽນ ແລະ ຊຸມຊົນ ມີສ່ວນຮ່ວມ ໃນການຜະລິດ ແລະ ສະ ໜອງອາຫານ ໃຫ້ເຖິງໂຮງຮຽນເປົ້າໝາຍ.

ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ.