ບົດສະຫຼຸບ ລາວລີກ 2 ທີ່ນະຄອນຫຼວງວຽງຈັນ ເມືອງຫາດ ຄອງແຊັມເຕະບານ 2022 ພ້ອມຫຼາຍໆລາງວັນ

133

ການແຂ່ງຂັນເຕະບານນະຄອນຫຼວງລີກ 2 ປະຈຳປີ 2022 ຫຼື ລາວລີກ 2 ທີ່ນະຄອນຫຼວງວຽງຈັນ ປິດສາກຢ່າງເປັນທາງການໃນວັນທີ 28 ພຶດສະພາ 2022 ທີ່ສະໜາມກິລາເຈົ້າອານຸວົງ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດມອບຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ ທັງເປັນປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ ແລະ ທ່ານ ເຂັມຊາດ ພິລາພັນເດຊ ປະທານບໍລິສັດ ລາວ ໂຕໂຢຕ້າ ບໍລິການ ຈຳກັດ ທັງເປັນຜູ້ໃຫ້ການສະໜັບສະໜູນຫຼັກ, ມີແຂກຖືກເຊີນ, ຄະນະສະຫະພັນ, ຄູຝຶກ, ກຳມະການຕັດສິນ, ນັກກິລາ ຕະຫຼອດຮອດແຟນບານຊາວນະຄອນຫຼວງເຂົ້າຮ່ວມຢ່າງຫຼວງຫຼາຍ.

ໂອກາດດັ່ງກ່າວ ທ່ານ ເດດສົງຄາມ ທຳມະວົງ ໄດ້ລາຍງານໃຫ້ຮູ້ວ່າ: ການແຂ່ງຂັນເຕະບານ ນະຄອນຫຼວງລີກ 2 ປະຈຳປີ 2022 ແມ່ນໄດ້ເລີ່ມການແຂ່ງຂັນມາຕັ້ງແຕ່ວັນທີ 19 ມີນາ ເປັນຕົ້ນມາ ຈົນຮອດມື້ນີ້ (28 ພຶດສະພາ) ກໍສຳເລັດລົງຕາມລະດັບຄາດໝາຍ ໂດຍມີທັງໝົດ 10 ສະໂມສອນຜ່ານການແຂ່ງຂັນ 10 ອາທິດຜົນປະກົດວ່າ: ສາມາດຄັດເລືອກໄດ້ 2 ທີມ ທີ່ຜ່ານເຂົ້າໄປຊີງຊະນະເລີດ ໂດຍເປັນການໂຄຈອນມາພົບກັນອີກຄັ້ງລະຫວ່າງ ສະໂມສອນ ເມືອງຫາດ ຢູໄນເຕັດ.

ປາກົດວ່າ: ນັດຊີງຊະນະເລີດ ເມືອງຫາດ ຢູໄນເຕັດ ສາມາດລ້າງແຄ້ນໄດ້ສຳເລັດ ດ້ວຍການບຽດເອົາຊະນະມາໄດ້ໃນສະກໍດຽວກັນ 2-1 ປະຕູ ຄວ້າແຊັມໄປຄອງຢ່າງຍິ່ງໃຫຍ່ ໄດ້ຮັບຂັນຊະນະເລີດ 1 ໜ່ວຍ ພ້ອມເງິນຄຳ ແລະ ເງິນສົດ 30 ລ້ານກີບ ແລະ ຮອງຊະນະເລີດ ສະໂມສອນ HBT 941 ເອັຟຊີ ໄດ້ຮັບຫຼຽນເງິນ ແລະ ເງິນສົດ 20 ລ້ານກີບ.

ສ່ວນລາງວັນພິເສດອື່ນໆກໍຍັງເປັນຂອງ ເມືອງຫາດ ຢູໄນເຕັດ ຍັງຄວ້າມາໄດ້ເພີ່ມອີກ 3 ລາງວັນຄື: ລາງວັນດາວຊັນໂວ ໄດ້ແກ່ ສຸລິມານ ຄູຣີບາຣີ ຍິງໄດ້ 15 ປະຕູ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2 ລ້ານກີບ, ລາງວັນຄູຝຶກດີເດັ່ນ ທ່ານ ເກດສະໜາ ແກ້ວດວງເດດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2 ລ້ານກີບ ແລະ ລາງວັນທີມດີເດັ່ນ ເມືອງຫາດ ຢູໄນເຕັດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2 ລ້ານກີບ.

ຂະນະທີ່ ລາງວັນກຳມະການດີເດັ່ນ ຕົກເປັນຂອງອາຈານ ວົງພັນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2 ລ້ານກີບ, ລາງວັນຜູ້ຮັກສາປະຕູດີເດັ່ນ ທ້າວ ສັນຕິສຸດ ຄຳຜານຸວົງ ຈາກສະໂມສອນ ໄອສະປອດ ເອັຟຊີ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2 ລ້ານກີບ ແລະ ລາງວັນນັກເຕະດີເດັ່ນ ທ້າວ ອາທິດ ຫຼວງລາດ ກອງໜ້າຈາກສະໂມສອນ ເອັດທີທີ ເອັຟຊີ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2 ລ້ານກີບ.