42 ປີແລ້ວທີ່ກຳນົດວັນປູກຕົ້ນໄມ້ແຫ່ງຊາດ, ປີນີ້ຄາດໝາຍໄວ້ປູກ 1.000 ກວ່າຕົ້ນ

131

ວັນທີ 1 ມິຖຸນາ 2022 ທົ່ວປະເທດ ມີແຜນການຈະຈັດພິທີການສ້າງຂະບວນການປູກຕົ້ນໄມ້ ຈຳນວນ 1.213 ເຮັກຕາ, ເບ້ຍໄມ້ 1.465.233 ກວ່າເບ້ຍ, ສະເພາະຢູ່ໃນນະຄອນຫຼວງວຽງຈັນ ກະຊວງກະສິກໍາ ແລະ ປ່າໄມ້ ສົມທົບກັບນະຄອນຫລວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະຈັດພິທີສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ເປັນທາງການຂຶ້ນ ຢູ່ທີ່ສວນພຶກສາສາດ, ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຖະແຫຼງໃນວັນທີ 28 ພຶດສະ 2022 ກ່ຽວກັບ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 01 ມິຖຸນາ 2022 ບາງຕອນກ່າວວ່າ: ປ່າໄມ້ ມີຄວາມສຳຄັນທີ່ສຸດ ຕໍ່ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍທາງກົງ ແລະ ທາງອ້ອມຕໍ່ການປົກປັກຮັກສາດິນ, ແຫຼ່ງນໍ້າ ແລະ ຊີວະນາໆພັນໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ, ຕໍ່ການປ້ອງກັນການປ່ຽນແປງດິນຟ້າອາກາດ ຊຶ່ງບົດບາດນີ້ ແມ່ນມະນຸດເຮົາບໍ່ສາມາດ ເຮັດແທນໄດ້.

 

ພ້ອມນີ້ ປ່າໄມ້ ຍັງປະກອບສ່ວນຢ່າງຫຼວງຫຼາຍ ຕໍ່ ການພັດທະນາກະສິກຳ ແລະ ປ່າໄມ້ ຕິດພັນກັບອຸດສາຫະກຳ ແລະ ການບໍລິການ ແລະ ຖືເອົາການປົກປັກຮັກສາ ແລະ ພັດທະນາປ່າໄມ້ ເປັນໜ້າທີ່ຂອງທົ່ວປວງຊົນ, ການພັດທະນາພື້ນຖານໂຄງລ່າງເຊັ່ນ: ເຂື່ອນໄຟຟ້ານໍ້າຕົກ, ອ່າງເກັບນ້ຳ ເພື່ອການກະສິກຳ, ການຜະລິດເປັນສິນຄ້າ, ການຄົມມະ ນາຄົມ, ການຂຸດຄົ້ນຊັບພະຍາກອນປ່າໄມ້ ແລະ ເຄື່ອງປ່າຂອງດົງແບບຍືນຍົງ ເຊີ່ງໄດ້ປະກອບສ່ວນ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຕິດພັນກັບການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ເປັນກ້າວໆ ດັ່ງປະທານ ໄກສອນພົມວິຫານ ຜູ້ທີ່ແສນເຄົາລົບຮັກ ເວົ້າວ່າ “ ປ່າໄມ້ຄືຄຳຂຽວຂອງຊາດ.


ເພື່ອຜັນຂະຫຍາຍ ກົດໝາຍວ່າດ້ວຍປ່າໄມ້ (ມາດຕາ 60), ສືບຕໍ່ຈັດຕັ້ງປະຕິບັດ ຄໍາສັ່ງ ສະບັບເລກທີ 15/ນຍ, ທັງເປັນການສ້າງຂະບວນການ ປູກຈິດສຳນຶກໃຫ້ທົ່ວສັງຄົມ ໃນການສົ່ງເສີມປູກໄມ້ ແລະ ຟື້ນຟູປ່າໄມ້ທຳມະຊາດ ໃຫ້ກວ້າງຂວາງ ແລະ ບັນລຸຕາມແຜນການທີ່ວາງໄວ້, ສະນັ້ນ ກະຊວງກະສິກຳ ແລະ ປ່າໄມ້ ຈຶ່ງໄດ້ອອກແຈ້ງການສະບັບເລກທີ 1786/ກປ, ເພື່ອເປັນການສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2022.


ນອກຈາກນີ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການປູກໄມ້ ຢູ່ທ້ອງຖິ່ນຕົນເອງ ໃຫ້ເປັນຂະບວນຟົດຟື້ນ, ໂດຍມີແຜນການຄື: ເກັບແກ່ນ 20.000 ກິໂລກຣາມ, ກ້າເບ້ຍ 34 ລ້ານກວ່າເບ້ຍ ແລະ ປູກໄມ້ 37.200 ເຮັກຕາ; ໃນນີ້ປູກໄມ້ເພື່ອປົກປັກຮັກສາສິ່ງແວດລ້ອມຢູ່ໃນຂອບເຂດ ປ່າປ້ອງກັນ, ປ່າສະຫງວນ 7.400 ເຮັກຕາ, ປູກປ່າທົດແທນເຂດໂຄງການພື້ນຖານໂຄງລ່າງ ແລະ ປູກໄມ້ອຸດສາຫະກຳເປັນສິນຄ້າ 24.800 ເຮັກຕາ ແລະ ທີ່ເປັນດິນຂອງບຸກຄົນ ນິຕິບຸກຄົນ 5.000 ເຮັກຕາ.

ສະເພາະ ໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2022 ທົ່ວປະເທດ ມີແຜນການຈະຈັດພິທີການສ້າງຂະບວນການປູກຕົ້ນໄມ້ ຈຳນວນ 1.213 ເຮັກຕາ, ເບ້ຍໄມ້ 1.465.233 ກວ່າເບ້ຍ (ໄມ້ດູ່, ໄມ້ແຕ້ຄ່າ, ໄມ້ຍາງ, ໄມ້ສັກ, ໄມ້ແຄນ, ໄມ້ສົ້ມຝາດ, ໄມ້ຂະຍຸງ, ໄມ້ແຕ້ຮໍ, ໄມ້ສະຟາງ, ໄມ້ກາກະເລົາ, ໄມ້ຄູນ, ໄມ້ສາມສາ ແລະ ໄມ້ອື່ນໆ) ພ້ອມນີ້ ແຕ່ລະແຂວງໄດ້ມີແຜນການຈັດງານວາງສະແດງເບ້ຍໄມ້ ເພື່ອສົ່ງເສີມການປູກໄມ້ ເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ. ສະເພາະຢູ່ພາຍໃນນະຄອນຫຼວງວຽງຈັນ ໃນວັນທີ 01 ມິຖຸນາ 2022 ກະຊວງກະສິກໍາ ແລະ ປ່າໄມ້ ສົມທົບກັບນະຄອນຫລວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະຈັດພິທີສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ເປັນທາງການຂຶ້ນ ຢູ່ທີ່ສວນພຶກສາສາດ, ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.


ການປູກຕົ້ນໄມ້ ແມ່ນສາມາດປູກໄດ້ ແຕ່ດຽວນີ້ ເປັນຕົ້ນໄປ ແລະ ຕະຫຼອດຮອດລະດູຝົນ, ບ່ອນໃດມີເງື່ອນໄຂ ເນື້ອທີ່ ແລະ ແຫຼ່ງນໍ້າ ກໍສາມາດປູກໄດ້ຕະຫຼອດ. ປູກຜູ້ລະ 1-2 ຕົ້ນ ໃນເນື້ອທີ່ດິນເປົ່າຫວ່າງຂອງຕົນ, ໃນຮົ້ວ, ສວນ, ທີ່ດິນປຸກສ້າງ, ເດີ່ນໂຮງຮຽນ, ສຳນັກງານອົງການ ແລະ ຕາມແຄມທາງ ເຊິ່ງສາມາດປູກໄດ້ທຸກໆຊະນິດໄມ້ ຕາມເງື່ອນໄຂຕົວຈິງ ເຊັ່ນ: ໄມ້ອຸດສາຫະກຳ, ໄມ້ພື້ນເມືອງ, ໄມ້ໃຫ້ໝາກ ແລະ ໄມ້ປະດັບ ເພື່ອເພີ່ມສີຂຽວ ປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ ນັບມື້ນັບຂະຫຍາຍຕົວ ດັ່ງຄຳຂວັນ ເນື່ອງໃນວັນປູກຕົ້ນໄມ້ ແຫ່ງຊາດ ປະຈຳປີ 2022 ທີ່ວ່າ: “ປູກຕົ້ນໄມ້ ໃນວັນນີ້ ເພື່ອລູກຫຼານ ໃນວັນໜ້າ ຈົ່ງຊ່ວຍກັນປູກຕົ້ນໄມ້ ໃຫ້ເປັນປ່າ ເພື່ອເປັນສິນຄ້າ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ, ຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ”