ພາສ່ອງຄວາມງາມ ນາຣາທິບ ກ່ອນເຂົ້າເວທີໃຫຍ່ Miss Supranational

72

ພາສ່ອງຄວາມງາມ ແລະ ການກຽມຕົວຢ່າງຕັ້ງໃຈສຸດໆຂອງ Miss Supranational Laos 2021 – 2022 ນາຣາທິບ ສີຣິປະພັນ ຫຼື ນາລາ ສາວງາມຕົວແທນຂອງແມ່ຍິງລາວ ທີ່ຈະນໍາເອົາຄວາມເປັນລາວ ທາງດ້ານວັດທະນະທໍາ ຮີດຄອງປະເພນີ ແລະ ເອກະລັກທີ່ໂດດເດັ່ນຕ່າງໆຂອງລາວເຮົາ ໄປເຜີຍແຜ່ໃຫ້ປະຈັກຕາໃນເວທີສາກົນ ມາຮ່ວມເປັນກຳລັງໃຈໃຫ້ ນາລານໍາກັນ ທີ່ຈະເປັນຕົວແທນສາຍສະພາຍລາວໃນເວທີສາກົນທີ່ຈະມີຂຶ້ນໃນວັນທີ 15 ກໍລະກົດ 2022 ທີ່ຈະມາເຖິງນີ້ ທີ່ປະເທດໂປແລນ ນັ້ນເອງ.

ສໍາລັບການປະກວດ Miss Supranational ປີນີ້ຖືໄດ້ວ່າເປັນອີກປີທີ່ໜ້າຕິດຕາມເປັນທີ່ສຸດເລີຍ ເພາະລາວຂອງເຮົາມີໂອກາດສູງທີ່ຈະໄດ້ເຂົ້າໄປໃນຮອບເລິກໆ ເນື່ອງຈາກວ່າຕົວແທນສາຍສະພາຍລາວປີນີ້ແມ່ນໄດ້ດີກຣີ ນັກຮຽນນອກຢ່າງນ້ອງນາລາ ເຊິ່ງນ້ອງໄດ້ຮັບທຶນການສຶກສາຈາກລັດຖະບານຮົງກາຣີ ຈົບການສຶກສາມາຈາກ Szent Istvan University ປະເທດຮົງກາຣີ.

ນອກຈາກນັ້ນແລ້ວໃນຕອນນີ້ ນ້ອງນາລາ ແມ່ນກໍາລັງຂຸ້ນຂ້ຽວກະກຽມຄວາມພ້ອມຢ່າງໜັກ ເພື່ອຈະໄດ້ເຮັດຢ່າງເຕັມທີ່ສຸດຄວາມສາມາດໃນເວທີນີ້ ດ້ວຍການຝຶກຊ້ອມການຍ່າງ, ການໂພສທ່າ, ຮັກສາສຸຂະພາບ, ຝຶກຊ້ອມການເວົ້າ, ເທນການແຕ່ງໜ້າ ແລະ ອອກກໍາລັງກາຍ ເພື່ອໃຫ້ມີຮູບຮ່າງທີ່ດີ ແລະ ສວຍງາມ. ພ້ອມນີ້, ຍັງມີການຖ່າຍໂຟໂຕຊຸດຕ່າງໆ .

ສໍາລັບຜົນງານທີ່ຜ່ານມາຂອງນາລາ ກໍຈະແມ່ນການຮ່ວມແຂ່ງປະກວດຮ້ອງເພງ Pepsi Singing Contest ປີ 2014&2015 ແລະ ຕິດ 1 ໃນ 12 ຄົນສຸດທ້າຍໝົດສອງປີ, ສະແດງ series ເລື່ອງ ” Until you ຈົນກວ່າໄດ້ຮັກກັນ “, ການຮ່ວມເຂົ້າແຂ່ງຂັນຄວາມສາມາດທີ່ວິທະຍາໄລທີ່ຮຽນຕອນຢູ່ຮົງກາຣີ, ເປັນ Top 10 finalist ຂອງ Miss World Laos 2021 ແລະ ປັດຈຸບັນກໍແມ່ນໄດ້ຮັບຕຳແໜ່ງ Miss Supranational Laos  2021 – 2022 ນັ້ນເອງ. ພ້ອມນີ້, ຍັງມີຜົນງານຖ່າຍແບບ, ຖ່າຍໂຄສະນາຕ່າງໆດ້ວຍ ແລະ ກິດຈະກຳຍາມວ່າງແມ່ນມັກເຮັດໂຄເວີ້ເພງຫຼິ້ນ, ຊ່ວຍເອື້ອຍຂາຍເຄື່ອງ, ເບິ່ງຮູບເງົາ, ຟັງເພງ, ຮຽນເຮັດເພງ ແລະ ແຕ່ງເພງ.

ສໍາລັບທີມຂ່າວບັນເທີງ ຫຼັງຈາກທີ່ໄດ້ຕິດຕາມນ້ອງນາລາ ມາຕະຫຼອດກໍໄດ້ເຫັນເຖິງການພັດທະນາ ແລະ ອໍຣ່າຄວາມງາມແມ່ນເພີ່ມຂຶ້ນເລື້ອຍໆ ເຊິ່ງການຈະໄປປະກວດໃນເວທີສາກົນ Miss Supranational 2022 ນີ້ ນ້ອງນາລາ ກໍໄດ້ຝຶກຝົນຕົນເອງຢ່າງໜັກ ເພື່ອຈະໄປຄວ້າມົງກຸດອັນຊົງຄຸນຄ່າມາຝາກແຟນໆຊາວລາວຂອງພວກເຮົາ.

ສະນັ້ນ, ທີມຂ່າວບັນເທີງ ກໍຂໍເປັນກໍາລັງໃຈ ແລະ ຝາກແຟນໆເວທີນາງງາມ ໂດຍສະເພາະເວທີ Miss Supranational Laos ຊ່ວຍເປັນກໍາລັງໃຈ ແລະ ສະໜັບສະໜູນນ້ອງໃນການປະກວດທີ່ປະເທດໂປແລນໃນຄັ້ງນີ້ດ້ວຍ.

ສໍາລັບຊ່ອງທາງໃນການຕິດຕາມຜົນງານຂອງນ້ອງແມ່ນສາມາດໄປຕິດຕາມໄດ້ເລີຍທີ່ເຟສບຸ໊ກສ່ວນຕົວ Narathip Nala ແລະ ທາງເພຈຂອງກອງປະກວດ Miss Supranational Laos ມິສ ຊຸບປຣາເນຊັນແນລລາວ ເພື່ອທີ່ຈະບໍ່ພາດຂໍ້ມູນອັບເດດການເຄື່ອນໄຫວຕ່າງໆຂອງການປະກວດໃນຄັ້ງນີ້.

[  ຮູບ: Narathip Nala ]