ຜົນສຳຫຼວດຊີ້ ອາຊຽນ ຖືຈີນ ເປັນຫຸ້ນສ່ວນສຳຄັນທີ່ສຸດ

90

ສຳນັກຂ່າວກຽວໂດ ລາຍງານວ່າ ຜົນສຳຫຼວດຂອງກະຊວງການຕ່າງປະເທດຍີ່ປຸ່ນ ທີ່ເຜີຍແຜ່ວັນທີ 25 ພຶດສະພາຜ່ານມາ ລະບຸວ່າຄວາມຄິດເຫັນຂອງຊາວອາຊີຕາເວັນອອກສ່ຽງໃຕ້ ( ອາຊຽນ ) ເກືອບເຄິ່ງໜຶ່ງ ເລືອກຈີນ ເປັນຫຸ້ນສ່ວນສຳຄັນໃນອະນາຄົດຂອງພູມີພາກ.

ຜົນສຳຫຼວດລະບຸວ່າ: ກຸ່ມຕົວຢ່າງ 48% ຈາກ 10 ປະເທດໃນອາຊຽນ ເລືອກຈີນ ເປັນຫຸ້ນສ່ວນສຳຄັນທີ່ສຸດ, ຕາມມາດ້ວຍຍີ່ປຸ່ນ 43% ແລະ ສະຫະລັດອາເມຣິກາ 41%. ຜົນສຳຫຼວດດັ່ງກ່າວ ນັບວ່າເປັນຄັ້ງທຳອິດທີ່ຈີນແຊງຂຶ້ນມາເປັນອັນດັບໜຶ່ງ ນັບແຕ່ກະຊວງການຕ່າງປະເທດຂອງຍີ່ປຸ່ນ ເລີ່ມເຮັດຜົນສຳຫຼວດມາແຕ່ປີ 2015 ເປັນຕົ້ນມາ.

ກະຊວງການຕ່າງປະເທດຍີ່ປຸ່ນ ລະບຸວ່າ: ຜົນສຳຫຼວດສະທ້ອນໃຫ້ເຫັນສາຍພົວພັນທີ່ເລິກເຊິ່ງເພີ່ມຂຶ້ນຜ່ານການທູດ “ ວັກຊີນ ” ເຊິ່ງ ຈີນ ໄດ້ໃຫ້ການຊ່ວຍເຫຼືອວັກຊີນປ້ອງກັນໂຄວິດ – 19 ໃຫ້ແກ່ບັນດາປະເທດກຳລັງພັດທະນາເປັນຈຳນວນຫຼວງຫຼາຍ. ທັງນີ້, ການສຳຫຼວດດັ່ງກ່າວ ມີຜູ້ຕອບແບບສອບຖາມ ຈຳນວນ 2.700 ຄົນ ໃນປະເທດສະມາຊິກອາຊຽນ ທີ່ມີອາຍຸແຕ່ 18 – 59 ປີ.