ໂລກກຳລັງປະເຊີນກັບວິກິດ 4 ດ້ານ

179

ກອງປະຊຸມເວີລອີໂຄໂນມິກ ຟໍລຳ ( World Economic Forum: WEF ) ທີ່ສະວິດເຊີແລນ ໄດ້ປິດລົງໃນວັນທີ 26 ພຶດສະພາຜ່ານມາ ໂດຍຜູ້ນຳໂລກ ແລະ ພາກທຸລະກິດໄດ້ຍົກປະເດັນຮ້ອນຂອງໂລກຂຶ້ນມາປຶກສາຫາລື, ຂະນະທີ່ຮອງນາຍົກລັດຖະມົນຕີເຢຍລະມັນ ລະບຸວ່າ ຂະນະນີ້ໂລກກຳລັງປະເຊີນກັບວິກິດ 4 ດ້ານ ໄດ້ແກ່: ອັດຕາເງິນເຟີ້, ພະລັງງານແພງ, ອາຫານຂາດແຄນ ແລະ ພາວະໂລກຮ້ອນ.

ກອງປະຊຸມດັ່ງກ່າວນີ້ ບັນດາຜູ້ຕາງໜ້າລັດຖະບານຈາກປະເທດຕ່າງໆ ແລະ ພາກທຸລະກິດຕ່າງກໍຄາດການວ່າ ການເຕີບໂຕຂອງເສດຖະກິດໂລກປີນີ້ຍັງມືດມົນ ເນື່ອງຈາກມີຄວາມສ່ຽງຫຼາຍປັດໄຈທີ່ກີດຂວາງການຟື້ນຕົວຂອງເສດຖະກິດ ບໍ່ວ່າຈະເປັນແຮງກົດດັນ ຜົນກະທົບຈາກຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ ແລະ ການປິດເມືອງ ເພື່ອຄວບຄຸມໂຄວິດ – 19 ຂອງຈີນ.

ນອກຈາກນີ້, ບັນດາປະເທດທີ່ມີເສດຖະກິດຂະໜາດໃຫຍ່ ກຳລັງປະເຊີນກັບອັດຕາເງິນເຟີ້ທີ່ຮຸນແຮງທີ່ສຸດໃນຮອບຫຼາຍສິບປີ ເຊັ່ນ: ສະຫະລັດອາເມຣິກາ, ອັງກິດ ແລະ ສະຫະພາບເອີຣົບ ( ອີຢູ ) ໄດ້ດຶງ ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກຫຼຸດລົງ ແລະ ຕະຫຼາດການເງິນສັ່ນຄອນ ບີບໃຫ້ທະນາຄານກາງທົ່ວໂລກ ລວມທັງທະນາຄານກາງສະຫະລັດ ( ເຟດ ) ຕ້ອງປັບຂຶ້ນອັດຕາດອກເບ້ຍນະໂຍບາຍ ເຊິ່ງບັນຫາດັ່ງກ່າວນັ້ນຍິ່ງເພີ່ມຄວາມສ່ຽງໃຫ້ແກ່ເສດຖະກິດໂລກເຂົ້າສູ່ສະພາວະທົດຖອຍ.

ໃນຂະນະທີ່ ທ່ານ ໂຣເບີດ ຮາເບັກ ຮອງນາຍົກລັດຖະມົນຕີເຢຍລະມັນ ມີຄຳເຫັນວ່າ ຂະນະນີ້ໂລກຂອງພວກເຮົາກຳລັງປະເຊີນກັບວິກິດ 4 ດ້ານ ໄດ້ແກ່: ອັດຕາເງິນເຟີ້ສູງສຸດໃນຮອບຫຼາຍສິບປີ, ລາຄາພະລັງງານແພງ, ບັນຫາຕ່ອງໂສ້ການສະໜອງ ເຮັດໃຫ້ອາຫານຂາດແຄນ ດຶງລາຄາສູງຂຶ້ນນັບມື້ ແລະ ພາວະໂລກຮ້ອນ ເຊິ່ງທັງ 4 ບັນຫາທີ່ກ່າວມານັ້ນ

ຕ້ອງໄດ້ແກ້ໄຂໄປພ້ອມໆກັນ, ບໍ່ສາມາດມຸ່ງເນັ້ນແກ້ບັນຫາໃດໜຶ່ງກ່ອນໄດ້ ແລະ ຖ້າວ່າໂລກບໍ່ສາມາດແກ້ໄຂບັນຫາເຫຼົ່ານີ້ໄດ້ ຈະປະເຊີນກັບເສດຖະກິດທົດຖອຍ ແລະ ສັ່ນຄອນສະຖຽນລະພາບຢ່າງຮຸນແຮງ.