ມອບບ້ານຈັດສັນ 4 ບ້ານ ໃນ 3 ແຂວງ ທີ່ຖືກຜົນກະທົບຈາກໂຄງການ ກໍ່ສ້າງທາງລົດໄຟ ລາວ-ຈີນ

325

ໂຄງການກໍ່ສ້າງບ້ານຈັດສັນ 4 ແຫ່ງ ຢູ່ 3 ແຂວງ ຄື: ບ້ານນາເຕີຍ ເມືອງນ້ໍາທາ ແຂວງຫຼວງນ້ໍາທາ, ບ້ານນາໝໍ້ໃຕ້ ເມືອງນາໝໍ້; ບ້ານນາຄົກ ເມືອງງາ ແຂວງອຸດົມໄຊ ແລະ ບ້ານບວມອໍ້ ເມືອງຊຽງເງິນ ແຂວງຫຼວງພະບາງ ໃຫ້ແກ່ປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການ ກໍ່ສ້າງທາງລົດໄຟ ລາວ-ຈີນ ລວມທັງ ໝົດ 349 ຫຼັງຄາເຮືອນ, ລວມມູນຄ່າ 221,89 ລ້ານຢວນ ແມ່ນໄດ້ສຳເລັດເປັນທີ່ຮຽບຮ້ອຍແລ້ວ.

ພິທີມອບ-ຮັບໂຄງການຊ່ວຍເຫຼືອລ້າ ກໍ່ສ້າງບ້ານຈັດສັນໃຫ້ແກ່ປະຊາຊົນ 4 ບ້ານ ທີ່ຖືກຜົນກະທົບຈາກໂຄງການ ກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ຈັດຂຶ້ນ ທີ່ບ້ານນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາໃນວັນທີ 29 ພຶດສະພາ 2022 ນີ້ ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງໆຫຼວງນໍ້າທາ, ຕາງໜ້າການນຳຈາກແຂວງອຸດົມໄຊ, ຫຼວງະບາງ, ທ່ານ ຈິນກົວຟິງ ຜູ້ຕາງໜ້າບໍລິສັດຄຸ້ມຄອງໂຄງການ ກໍ່ສ້າງບ້ານຈັດສັນໃຫ້ແກ່ປະຊາຊົນ 4 ແຫ່ງ, ທ່ານ ຕ່ຽວໜິງ ຮັກສາການຫົວໜ້າກົງສຸນແຫ່ງ ສປ ຈີນ ປະຈຳຫຼວງພະບາງ, ພ້ອມມີບັນດາຕາງໜ້າຈາກບໍລິສັດຮັບເໝົາກໍ່ສ້າງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ໄຊຍະບັນດິດ ອິນສີຊຽງໃໝ່ ຮອງຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ກ່າວວ່າ: ລັດຖະບານ ສປ ຈີນ ເຫັນດີຊ່ວຍເຫຼືອລ້າໃຫ້ແກ່ລັດຖະບານລາວ ມູນຄ່າ 221,89 ລ້ານຢວນ ໃນນັ້ນ ມູນຄ່າໂຄງການກໍ່ສ້າງ 209,94 ລ້ານຢວນ; ມູນຄ່າຈັດການປະມູນ ແລະ ຕິດຕາມການກໍ່ສ້າງ 4,92 ລ້ານຢວນ ແລະ ມູນຄ່າການຄຸ້ມຄອງໂຄງການຂອງຝາຍຈີນ 7,03 ລ້ານຢວນ.

ໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງບ້ານຈັດສັນ 4 ແຫ່ງ ຢູ່ 3 ແຂວງ ໃຫ້ແກ່ປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການ ກໍ່ສ້າງທາງລົດໄຟ ລາວ-ຈີນ ລວມທັງ ໝົດ 349 ຫຼັງຄາເຮືອນ ປະກອບມີ ເຮືອນ 3 ຂະໜາດຄື: ຂະໜາດນ້ອຍ,ຂະໜາດກາງ ແລະ ຂະໜາດໃຫຍ່ (ຕາມການຕີລາຄາຈາກການປະເມີນ ຜູ້ທີ່ໄດ້ຮັບຜົນກະທົບ), ເຊິ່ງຄູ່ຮ່ວມສັນຍາ ຕາງໜ້າຝ່າຍລັດຖະບານຈີນແມ່ນກະຊວງການຄ້າ, ສປຈີນ ແລະ ຕາງໜ້າຝ່າຍລັດຖະບານລາວແມ່ນ ກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍມີ ບໍລິສັດ ສະຖາບັນສຳຫລວດ-ອອກແບບກໍ່ສ້າງຈີນ ຈໍາກັດ ແລະ ບໍລິສັດ ຮ່ວມຕົວ ທີ່ປຶກສາດ້ານການຄຸ້ມຄອງວິສະວະກອນຈີນ ຈໍາກັດ ເປັນບໍລິສັດ ຄຸ້ມຄອງໂຄງການຝ່າຍຈີນ; ບໍລິສັດ ເຫີໜານຊ່າງເຊິ່ງ ທີ່ປຶກສາທາງດ້ານວິສະວະກຳໂຄງການກໍ່ສ້າງ ແລະ ບໍລິສັດຮ່ວມຕົວ ລາວໂກເບີນ ເອັນຈິເນຍລິງ ແອນ ດີວີລົບເມັນ ຄອນຊາວຕັນ ເປັນບໍລິສັດທີປຶກສາ.


ການຈັດຕັ້ງປະຕິບັດໂຄງການກໍ່ສ້າງບ້ານຈັດສັນ 4 ແຫ່ງ ຢູ່ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ ແລະ ແຂວງຫຼວງພະບາງ ລວມມີ 3 ສັນຍາ ແລະ 3 ບໍລິສັດຮັບເໝົາກໍ່ສ້າງຄື: ສັນຍາ 1 ຢູແຂວງຫຼວງນໍ້າທາ; ສັນຍາ 2 ແມ່ນຢູ່ແຂວງອຸດົມໄຊ ແລະ ສັນຍາ 3 ຢູ່ແຂວງຫຼວງພະບາງ.

ສັນຍາ 1: ຮັບເໝົາກໍ່ສ້າງໂດຍບໍລິສັດ ຊຽງໄຮ້ ກໍ່ສ້າງ ຫຸ້ນສ່ວນ ຈຳກັດ ມີມູນຄ່າ 96,23 ລ້ານຢວນ ກໍ່ສ້າງຢູ່ບ້ານນາເຕີຍ ເມືອງນໍ້າທາ ແຂວງຫຼວງນນໍ້າທາ ນຳໃຊ້ເນື້ອທີ່ທັງໝົດ 19,6 ເຮັກຕາ ມີຈຳນວນ 159 ຫຼັງຄາເຮືອນ ໃນນັ້ນ: ຂະໜາດໃຫຍ່ມີ 76 ຫຼັງ, ຂະໜາດກາງ ມີ 45 ຫຼັງ ຂະໜາດນ້ອຍ 38 ຫຼັງ.

ສັນຍາ 2: ຮັບເໝົາກໍ່ສ້າງໂດຍບໍລິສັດ ກໍ່ສ້າງ-ລົງທຶນ ແລະ ຖືຫຸ້ນແຂວງຢຸນນານ ຈຳກັດ ມູນຄ່າ 42,49 ລ້ານຢວນ ມີເຮືອນຈຳນວນ 83 ຫຼັງ, ກໍ່ສ້າງຢູ່ບ້ານນາໝໍ້ໃຕ້ ເມືອງນາໝໍ້ ແຂວງອຸດົມໄຊ ຈຳນວນ 60 ຫຼັງ, ນຳໃຊ້ເນື້ອທີ່ກໍ່ສ້າງທັງໝົດ 12,4 ເຮັກຕາ.ໃນນັ້ນມີເຮືອນຂະໜາດໃຫຍ່ 10 ຫຼັງ, ຂະໜາດກາງ 3 ຫຼັງ, ຂະໜາດນ້ອຍ 47 ຫຼັງ, ແລະ ຢູ່ບ້ານນາຄົກ ເມືອງງາ ແຂວງອຸດົມໄຊ ຈຳນວນ 23 ຫຼັງ, ນຳໃຊ້ເນື້ອທີ່ກໍ່ສ້າງທັງໝົດ 8,7 ເຮັກຕາ, ຂະໜາດໃຫຍ 5 ຫຼັງ, ຂະໜາດກາງ 3 ຫຼັງ ແລະ ຂະໜາດນ້ອຍ 15 ຫຼັງ.

ສັນຍາ 3: ຮັບເໝົາກໍ່ສ້າງໂດຍ ບໍລິສັດ ໂນຣິນໂກ ຮ່ວມມືສາກົນຈຳກັດ ມີມູນຄ່າ 70,29 ລ້ານຢວນ ກໍ່ສ້າງຢູ່ບ້ານບວມອໍ້ ເມືອງຊຽງເງິນ ແຂວງຫຼວງພະບາງ ມີຈຳນວນ 107 ຫຼັງຄາເຮືອນ, ນຳໃຊ້ເນື້ອທີ່ກໍ່ສ້າງທັງໝົດ 23,76 ເຮັກຕາ, ໃນນັ້ນ: ຂະໜາດໃຫຍ 13 ຫຼັງ, ຂະໜາດກາງ 68 ແລະ ຂະໜາດນ້ອຍ 26 ຫຼັງ.


ໂຄງການກໍ່ສ້າງບ້ານຈັດສັນ ແມ່ນໄດ້ເລີ່ມລົງມືກໍ່ສ້າງ ແຕ່ວັນທີ 17 ເມສາ 2021 ແລະ ສຳເລັດວັນທີ 30 ມີນາ 2022 ຕາມແຜນການທີ່ກຳນົດໄວ້. ເຊິ່ງໂຄງການດັ່ງກ່າວນີ້ແມ່ນຈະຊ່ວຍປະກອບສ່ວນເຂົ້າໃນການພັດທະນາຕົວເມືອງໃນຊົນນະບົດ ກໍ່ຄືການສ້າງທີ່ຢູ່ອາໄສໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃນ 4 ບ້ານ 3 ແຂວງ ຈຳນວນ 349 ຫຼັງ ໃຫ້ແກ່ 349 ຄອບຄົວ ສຳລັບພົນລະເມືອງທັງໝົດ 1.875 ຄົນ ໄດ້ມີເຮືອນຢູ່ທີ່ດີກວ່າແຕ່ກ່ອນ, ພ້ອມມີດ້ານສາທາລະນຸປະໂພກດ້ານໄຟຟ້າໄຊ້, ໄດ້ໄຊ້ນໍາປະປາທີ່ຖືກສຸຂະອານາໄມ, ໄດ້ຊົມໂທລະພາບລະບົບດີຈີຕອນ ມີທາງເບຕົງເຂົ້າຫາໝູ່ບ້ານ, ພາຍໃນບ້ານຊື່ງເຮັດປະຊາຊົນມີຄວາມເພິ່ງພໍໃຈ ແລະ ເປັນການຊຸກຍູ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນກວ່າເກົ່າ.


ທ່ານ ນາງ ວິໄລຄຳ ໂພສາລາດ ກ່າວວ່າ: ສປປ ລາວ ແລະ ສປ ຈີນ ແມ່ນ 2 ຊາດ, 2 ພັກ-ລັດ ທີມີສາຍພົວພັນກັນຢ່າງສະໜິດແໜ້ນ ແລະ ຮອບດ້ານ ທັງເປັນຄູ່ຮ່ວມຊາຕາກຳ ເຊິ່ງໄດ້ສະແດງອອກໃຫ້ເຫັນຢາງປະຈັກຕາຄືການຮ່ວມມື-ລົງທຶນເຂົ້າໃນໂຄງການລະດັບຊາດ ກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງສອດຄ່ອງກັບນະໂຍບາຍຂອງລັດຖະບານລາວ ໃນການນໍາພາປະເທດໃຫ້ກາຍເປັນປະເທດເຊື່ອມໂຍ່ງ ເຊື່ອມຈອດຂອງພາກພື້ນ ແລະ ສາກົນ ທັງສອດຄ່ອງຂອງຍຸດທະສາດຂອງລັດຖະບານ ສປ ຈີນ ໃນການພັດທະນາຕາມຂໍ້ລິເລີ່ມ ໜຶ່ງແລວ-ໜຶ່ງເສັ້ນທາງ.


ໃນນາມຕາງໜ້າໃຫ້ ລັດຖະບານກໍຄື ຄະນະນຳ ກະຊວງໂຍທາທິການ ແລະ ຂົນສົ່ງ ຂໍຕີລາຄາສູງຕໍ່ ລັດຖະບານ ສປ ຈີນ ທີ່ໃຫ້ການຊ່ວຍເຫຼືອລ້າດ້ານທຶນຮອນໃນການພັດທະນາຕົວເມືອງ ໃນເຂດຊົນນະບົດເວົ້າລວມ, ເວົ້າສະເພາະແມ່ນໄດ້ສ້າງເປັນບ້ານຈັດສັນໃຫ້ແກ່ປະຊາຊົນຢູ່ (ເມືອງຊຽງເງິນ ແຂວງຫຼວງພະບາງ, ເມືອງງາ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ແລະ ເຂດນາເຕີຍ ເມືອງນໍ້າທາ ແຂວງຫຼວງນ້ໍາທາ) ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ໃນຄັ້ງນີ້ ຊຶ່ງເຫັນວ່າເປັນການຊ່ວຍເຫລືອທີ່ມີປະສິດທິຜົນສູງສົມຄວນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດພວກເຮົາ ເວົ້າລວມ, ເວົ້າສະເພາະ ກໍຄືບັນດາເມືອງທີ່ນອນໃນໂຄງການນີ້. ສະນັ້ນ, ໃນນາມຕາງ ໜ້າໃຫ້ ລັດຖະບານ ກໍຄືເຈົ້າຂອງໂຄງການ ຂໍສະແດງຄວາມຂອບໃຈເປັນຢາງຍິ່ງ ດ້ວຍຄວາມຈິງໃຈ ແລະ ດີໃຈຢ່າງສຸດຂີດມາຍັງ ລັດຖະບານແຫ່ງ ສປ ຈີນ ທີ່ໃຫ້ການຊ່ວຍເຫຼືອຄັ້ງນີ້ ແລະ ມີຄວາມເຊືອໝັ້ນ ຫວັງຢາງຍິ່ງແລະ ຊົມເຊີຍມາຍັງວ່າຈະໄດ້ຮັບການສືບຕໍ່ສະໜັບສະໜູນເພີ່ມຕື່ມ ໃນຕໍ່ໜ້າ.