ບໍລິສັດຂົງສົ່ງແຫ່ງປະເທດໄທ ຈະເປີດບໍລິການແລ່ນລົດໂດຍສານລະຫວ່າງປະເທດ ໄທ-ລາວ 10 ເສັ້ນທາງ ກາງເດືອນ ມິຖຸນານີ້

2859

ບໍລິສັດຂົງສົ່ງແຫ່ງປະເທດໄທ ແຈ້ງຂ່າວວ່າ ຈະເປີດໃຫ້ບໍລິການແລ່ນລົດໂດຍສານລະຫວ່າງປະເທດ ສ.ປ.ປ.ລາວ ກັບປະເທດໄທ 10 ເສັ້ນທາງ ໂດຍຈະເລີ່ມ ວັນທີ 16 ມິຖຸນາ 2022 ເປັນຕົ້ນໄປ ເຊິ່ງປະກອບມີເສັ້ນທາງ ຄື


1 ຫນອງຄາຍ – ນະຄະນຫລວງວຽງຈັນ.
2 ອຸດອນທານີ – ນະຄອນຫລວງວຽງຈັນ.
3 ອຸບົນຣາຊະທານີ – ນະຄອນປາກເຊ.


4 ຂອນແກ່ນ – ນະຄອນຫລວງວຽງຈັນ.
5 ບາງກອກ – ນະຄອນຫລວງວຽງຈັນ.
6 ນະຄອນພະນົມ – ທ່າແຂກ.
7 ອຸດອນທານີ – ສະໜາມບິນອຸດອນ – ໜອງຄາຍ – ວັງວຽງ.
8 ຊຽງຣາຍ – ບໍ່ແກ້ວ.

9 ເລີຍ – ຫລວງພຣະບາງ
10 ມຸກດາຫານ – ສະຫວັນນະເຂດ

ໂດຍ ອີງຕາມຂໍ້ມູນ ຈາກເວບ https://www.thansettakij.com/ ເຜີຍວ່າ ຈາກນະໂຍບາຍເປີດປະເທດເຕັມຮູບແບບ ຈາກສະຖານະການໂຄວິດທີ່ຢູ່ໃນຊ່ວງຂາລົງ ເຮັດໃຫ້ການໄປມາຫາສູ່, ການທ່ງທ່ຽວ ແລະ ການຄ້າລະຫວ່າປະເທດເລີ່ມຄຶກຄື້ນ


ດຣ. สัญลักข์ ปัญวัฒนลิขิต ກໍາມະການຜູ້ຈັດການໃຫຍ່ ບໍລິສັດຂົນສົ່ງ ຈໍາກັດ (ບຂສ) ເຜີຍວ່າ ບຂສ ກຽມເປີດໃຫ້ບໍລິການການເດີນເສັ້ນທາງລະຫວ່າງປະເທດໄທ-ລາວ ເພີ່ມອີກ 9 ເສັ້ນທາງ ຈາກເດີມທີ່ເປີດໄປແລ້ວແມ່ນ ເສັ້ນທາງມຸກດາຫານ-ແຂວງສະຫວັນນະເຂດ ໃນວັນທີ 9 ພຶດສະພາ ທີ່ຜ່ານມາ ແລະ ຈະເປີດອີກ 9 ເສັ້ນທາງລວມເປັນ 10 ເສັ້ນທາງ ຄືດັ່ງຂ້າງເທິງ

ສ່ວນເສັ້ນທາງລະຫວ່າງປະເທດໄທ-ລາວ ອີກ 3 ເສັ້ນທາງ ຄື ເສັ້ນທາງຊຽງໃໝ່-ແຂວງຫຼວງພະບາງ; ກຸງເທບ-ເມືອງປາກເຊ; ນ່ານ-ແຂວງຫຼວງພະບາງ ແມ່ນຍັງບໍ່ທັນເປີດໃຫ້ບໍລິການເທື່ອ

ຂໍ້ມູນ ຈາກເວບ https://www.thansettakij.com/