ທ່ານນາຍົກລັດຖະມົົນຕີ ພົບປະໂອ້ລົມການນຳແຂວງ ລາວ ແລະ ກຳປູເຈຍ ທີ່ມີຊາຍແດນຕິດຈອດກັນ

135

ໃນຕອນເຊົ້າວັນທີ 27 ພຶດສະພາ 2022 ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ໄດ້ນຳພາຄະນະຜູ້ແທນຈາກສູນກາງ, ແຂວງຈຳປາສັກ ແລະ ແຂວງອັດຕະປື ພົບປະໂອ້ ລົມກັບການນຳຂັ້ນແຂວງ ຂອງຣາຊະອານາຈັກກຳປູເຈຍ ທີ່ມີຊາຍແດນຕິດກັບສປປ ລາວ (ແຂວງຊຽງແຕງ, ແຂວງລັດ ຕະນະຄີລີ ແລະ ແຂວງເປຣະວິເຣຍ) ຢູ່ທີ່ສະໂມສອນເມືອງໂຂງ, ແຂວງຈຳປາສັກ.


ການພົບປະໃນຄັ້ງນີ້ ເພື່ອເປັນການຊຸກຍູ້ສົ່ງເສີມສາຍພົວ ພັນຮ່ວມມື, ຄວາມສາມັກຄີຮັກແພງ ລະຫວ່າງ ສປປ ລາວ ແລະຣາຊະອານາຈັກກຳປູເຈຍ ເວົ້າລວມ, ເວົ້າສະເພາະ ແຂວງຈຳປາສັກ ແລະ ແຂວງອັດຕະປື ກັບບັນດາແຂວງ ຂອງຣາຊະອານາຈັກກຳປູເຈຍ ທີ່ມີຊາຍແດນຮ່ວມກັນ ໄດ້ປຶກສາຫາລືແລກປ່ຽນບາງເນື້ອໃນ ກ່ຽວກັບການພົວພັນຮ່ວມມືສອງຝ່າຍ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ແລະລະ ຫວ່າງທ້ອງຖິ່ນ ກັບທ້ອງຖິ່ນດ້ວຍກັນໃນດ້ານຕ່າງໆ ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກແລະຂໍ້ສະເໜີຂອງສອງຝ່າຍໃນການຮ່ວມມືຜ່ານມາ ແລະ ແຜນການຮ່ວມມືໃນຕໍ່ໜ້າ. ນອກຈາກນັ້ນ ກໍຍັງເປັນການຢັ້ງຢືນຄືນ ຄວາມມຸ່ງໝັ້ນ ແລະເຈດຈໍານົງ ອັນສະເໝີຕົ້ນສະເໝີປາຍ ຂອງພັກ, ລັດ ຖະບານ ແລະ ປະຊາຊົນລາວ.


ໃນໂອກາດທີ່ມີຄວາມໝາຍສຳຄັນຄັ້ງນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ເຊິ່ງທ່ານໄດ້ຍົກໃຫ້ເຫັນສາຍພົວພັນມິດ ຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງ, ບ້ານອ້າຍເມືອງນ້ອງ, ບ້ານແກ່ວເມືອງດອງ ທີ່ມີມາແຕ່ດົນນານ ລະຫວ່າງປະຊາຊົນລາວ ແລະ ປະຊາຊົນກໍາປູເຈຍ ນັບມື້ນັບໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

ທັງຢໍ້າຄືນ ຕໍ່ການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດ ທະສາດຮອບດ້ານແລະໝັ້ນຄົງຍາວນານ ໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍໝັ້ນອັນແຮງກ້າຂອງສອງປະເທດ ທີ່ມີສາຍພົວ ພັນອັນເປັນມູນເຊື້ອມາແຕ່ດົນນານແລ້ວນັ້ນສູງຂຶ້ນສູ່ອີກລະດັບໜຶ່ງ ເພື່ອສ້າງພື້ນຖານການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ ເປັນຕົ້ນ ເພີ່ມທະວີການພົວພັນຮ່ວມມື ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການກໍານົດ ແລະ ປັກຫຼັກໝາຍຊາຍແດນ, ການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ການສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການທຳມາຫາກິນ ແລະ ໄປມາຫາສູ່ ເຊິ່ງກັນ ແລະ ກັນ ຂອງປະຊາຊົນສອງປະເທດ ແລະ ອື່ນໆ.

ອັນສຳຄັນ ແມ່ນໄດ້ນຳເອົາເນື້ອໃນຈິດໃຈ ການຕົກລົງສອງຝ່າຍ ຂອງສອງລັດຖະບານ ກໍ່ຄືສອງນາຍົກລັດຖະມົນຕີ ລາວ-ກຳປູເຈຍ ໃນໄລຍະຜ່ານມາ, ລວມທັງທິດທາງແຜນການພົວພັັນຮ່ວມມືກັນໃນຕໍ່ໜ້າ ຊີ້ນຳໃຫ້ຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງຂອງສອງປະເທດ ນຳໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຂອງ ສປປ ລາວຍັງໄດ້ໄປຢ້ຽມຢາມ ແລະ ພົບປະໂອ້ລົມ ພໍ່ແມ່ປະຊາຊົນ ເຂດສົ້ມປ່ອຍ-ຫາດຊາຍສູງ, ເມືອງສະໜາມໄຊ, ແຂວງອັດຕະປື ຕື່ມອີກ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ